Ad

Ad

10 May 2016

ກະຊວງ​ໄປສະນີ ​ເປີດນໍາ​ໃຊ້​ໂປຣ​ແກຣມອ່ານ​ອອກສຽງ​ເປັນ​ພາສາ​ລາວ


         ກະຊວງໄປສະນີ ​​ໂທລະຄົມມະນາຄົມແລະ ການສື່ສານຮ່ວມກັບສະມາຄົມຄົນພິການຕາ ລາເປີດນໍາໃຊ້​​ໂປຣແກຣມອ່ານອອກສຽງເປັນພາສາລາວ ​​ໃນລະບົບຄອມພິວເຕີ ໃນວັນທີ 9 ພຶດສະພາ 2016 ນີ້ຢູ່ນະຄອນຫລວງວຽງຈັນເຊິ່ງໂປຣແກມດັ່ງກ່າວແມ່ນໃຊ້ໃນການອ່ານຂໍ້ຄວາມພາສາລາວໃຫ້ເປັນສຽງຄໍາ​​ເວົ້າ ທັງຈະເຮັດໜ້າທີ່ສົມທຽບຂໍ້ຄວາມທີ່ຈະອ່ານໃສ່ກັບຖານຂໍ້ມູນສຽງທີ່ມີລະບົບໂປຣແກຣມ, ຈາກນັ້ນກໍສະແດງສຽງຄໍາເວົ້າທີ່ສອດຄ່ອງກັບຂໍ້ຄວາມອ່ານອອກມາ. ວິທີການນີ້ແມ່ນເຕັກນິກໃໝ່ທີ່ມີຄວາມຊັດເຈນຫລາຍທີ່ສຸດຈາກການນໍາໃຊ້ໂປຣແກຣມດັ່ງກ່າວເຊິ່ງສາມາດອ່ານທຸກຂໍ້ຄວາມທີ່ສະແດງໃນໜ້າຄອມພິວເຕີ ຫລື ຕາມຈຸດທີ່ລູກສອນເມົ້າຊີ້ໄປ​ ​ແລະ ຍັງສາມາດສະແດງສຽງຂອງຕົວອັກສອນໃນເວລາກົດປຸ່ມແປ້ນພິມຂອງມັນ.
          ທ່ານ ພົນປະສິດ ພິດສະໄໝ ຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ ກະຊວງໄປສະນີໂທລະຄົມມະນາຄົມແລະ ການສື່ສານໄດ້ກ່າວວ່າ: ​ເປັນເວລາສອງປີກວ່າ ທີ່ພາກສ່ວນກ່ຽວຂ້ອງໄດ້ດຳເນີນການຄົ້ນຄວ້າພັດທະນາ, ປັດຈຸບັນໄດ້ສຳເລັດການສ້າງໂປຣແກຣມນີ້ອອກມາ, ພາຍຫລັງທີ່ມີການຕິດຕັ້ງແລະ ຝຶກອົບຮົມນຳໃຊ້ໃຫ້ແກ່ສະມາຄົມຄົນພິການຕາລາໃນໄລຍະໜຶ່ງ ກໍເຫັນວ່າໄດ້ຮັບການຕອບຮັບຈາກຜູ້ນຳໃຊ້ ກໍຄືຄົນພິການຕາເປັນຢ່າງດີເຮັດໃຫ້ເຂົາເຈົ້າສາມາດນຳໃຊ້ຄອມພິວເຕີ ຊອກຫາຂໍ້ມູນທາງອິນເຕີເນັດແລະ ສາມາດພິມພາສາລາວໃນຄອມພິວເຕີໄດ້. ຈາກການນຳໃຊ້ໂປຣແກຣມນີ້ເຮັດໃຫ້ນັກຮຽນຄົນພິການຕາ ສາມາດທີ່ຈະເຂົ້າຮຽນຮ່ວມກັບນັກຮຽນທົ່ວໄປໃນໂຮງຮຽນສາມັນໄດ້ເພາະຜ່ານມາໄດ້ມີການທົດລອງຮຽນຮ່ວມກັນ ຢູ່ມະຫາວິທະຍາໄລແຫ່ງຊາດ.
          ທ່ານ ພົນປະສິດ ພິດສະໄໝກ່າວຕື່ມອີກວ່າ: ເຖິງແມ່ນໂປຣແກຣມທີ່ພັດທະນາຂຶ້ນມານີ້ ຈະສາ ມາດນຳໃຊ້ແຕ່ໃນອຸປະກອນຄອມພິວເຕີກໍຕາມແຕ່ທາງກະຊວງ ຍັງມີແຜນສືບຕໍ່ພັດທະນາໃຫ້ສາມາດນຳໃຊ້ໃນລະບົບມືຖື​ ​ເພາະການນຳໃຊ້ໃນລະບົບມືຖືໄດ້ ບໍ່ພຽງແຕ່ຈະສ້າງຄວາມສະດວກໃຫ້ຄົນພິການຕາເທົ່ານັ້ນແຕ່ຍັງຈະໄດ້ກຸ່ມຜູ້ຊົມໃຊ້ອື່ນໆອີກໂດຍສະເພາະຜູ້ຊົມໃຊ້ອາຍຸສູງ. ໂຄງການພັດທະນາໂປແກຣມ ອ່ານອອກສຽງພາສາລາວ​ ​ແມ່ນໜຶ່ງໃນການຜັນຂະຫຍາຍແຜນຍຸດທະສາດຂອງການພັດທະນາເຕັກໂນໂລຊີສື່ສານຂໍ້ມູນຂ່າວ ສານຂອງກະຊວງໄປສະນີແລະໂທລະຄົມມະ ນາຄົມແລະ ການສື່ສານພາຍໃຕ້ແນວຄວາມຄິດສ້າງດີຈີຕອນຂອງທຸກຄົນ.

ສໍາລັບຄົນທົ່ວໄປແລ້ວອາດຈະມີຫລາຍທາງເລືອກທີ່ຈະຊອກຫານໍາໃຊ້ສິ່ງທີ່ງ່າຍ, ສະດວກແລະ ທັນສະໄໝແຕ່ສໍາລັບຄົນພິການຕານັ້ນເຖິງແມ່ນວ່າເຕັກໂນໂລຊີຈະຊັບສົນປານໃດກໍຕາມ ຂໍພຽງແຕ່ມີໂອກາດກໍຈະບໍ່ຫລົດລະຄວາມພະຍາຍາມທີ່ຈະຮຽນຮູ້ນໍາໃຊ້, ສະນັ້ນທາງໂຄງການອະ ນຸຍາດໃຫ້ທຸກພາກສ່ວນໄດ້ນໍາເອົາໂປແກຣມໄປນໍາໃຊ້ໂດຍບໍ່ໄດ້ເສຍຄ່າ, ພ້ອມທັງເປີດໂອກາດໃຫ້ບັນດານັກຄົ້ນຄ້ວາຕ່າງໆເອົາໂປຣແກຣມໄປປະຍຸກນໍາໃຊ້ ຫລື ພັດທະນາຕໍ່ໍ່ເພື່ອສ້າງຄວາມສາມາດຂອງການນໍາໃຊ້ໂປແກຣມໃຫ້ມີຄວາມຫລາກຫລາຍ.

No comments:

Post a Comment