Ad

Ad

10 May 2016

ມຸ່ຍ​ຈະ​ເລີ​ນຂາຍ​ລົດ ​ເປີດ​ສູນ​ບໍລິການ​ຫລັງ​ການ​ຂາຍ

          ວັນທີ 8 ພຶດສະພາຜ່ານມານີ້, ບໍລິສັດ ມຸ່ຍຈະເລີນການຄ້າ ຂາອອກ-ຂາເຂົ້າ ຈຳກັດ, ​ເຊິ່ງຈຳໜ່າຍລົດໃຫຍ່ທຸກຍີ່ຫໍ້, ​ໄດ້ຈັດພິທີເປີດສູນບໍລິການຫລັງການຂາຍ ຂຶ້ນທີ່ບ້ານໜອງແຕ່ງເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ​ໂດຍການ​​​ເຂົ້າຮ່ວມຂອງທ່ານນາງ ນາລີ ສີສຸລິດ ພັນລະຍານາ ຍົກລັດຖະມົນຕີແຫ່ງ ສປປ ລາວ ທອງລຸນສີສຸລິດ, ມີທ່ານ ພົນຕີ ສິນທະວົງໄຊຍະກອນ ຮອງລັດຖະມົນ ຕີກະຊວງປ້ອງກັນຄວາມສະຫງົບ, ພ້ອມດ້ວຍບັນດາລູກຄ້າເຂົ້າຮ່ວມເປັນຈຳນວນຫລາຍ.
          ທ່ານ ຄຳຫລ້າ ບຸດຈະເລີ ປະທານບໍລິສັດ ມຸ່ຍຈະເລີນການຄ້າ ຂາອອກ-ຂາເຂົ້າ ຈຳກັດ ກ່າວ​​ວ່າ: ບໍລິສັດຕົນເປັນໜຶ່ງໃນຫລາຍບໍລິສັດທີ່ໄດ້ຮັບຄວາມເຊື່ອໝັ້ນແລະໄວ້ວາງໃຈຈາກລູກຄ້າດ້ວຍດີ
ຕະຫລອດມາ, ສະນັ້ນ ຈຶ່ງຕັດສິນ​​ໃຈເປີດສູນບໍລິການຫລັງການຂາຍຂຶ້ນເພື່ອເປັນການເພີ່ມການບໍລິການແບບໃໝ່, ທັນສະໄໝແລະ ມີຄວາມຫລາກຫລາຍກວ່າ​​ເກົ່າ, ພ້ອມນີ້ ຍັງເປັນທ່າແຮງໜຶ່ງໃນການຕໍ່ຍອດການບໍລິການແບບຄົບວົງຈອນໃນບ່ອນດຽວ, ​ເຊິ່ງສູນ​​ແຫ່ງນີ້ປະກອບມີ: ກວດກາ​-ສ້ອມແປງລະບົບຈັກ, ​ເບລກ, ຄາດ, ​ເຊັກຊ່ວງລາງ, ຕັ້ງສູນທວງລໍ້, ​ສ້ອມແປງແອ, ​ເຮັດສີລົດໃໝ່, ຄັດເງົາສີລົດແລະ ການບໍລິການອື່ນໆອີກຫລາກຫລາຍ ຈາກຊ່າງທີ່ສຳນານງານ​.

ບໍລິສັດ ມຸ່ຍຈະເລີນການຄ້າ ຂາອອກ-ຂາເຂົ້າໄດ້ຮັບການສ້າງຕັ້ງຂຶ້ນເປັນເວລາ 10 ປີ, ​​ໂດຍການເປັນຜູ້ຈຳໜ່າຍລົດ​​ໃຫຍ່ທຸກຍີ່ຫໍ້ນຳເຂົ້າຈາກຕ່າງປະເທດ, ​ປັດຈຸບັນມີ 2 ສາຂາຄື: ດົງນາໂຊກແລະ ໜອງແຕ່ງ​, ​ໂດຍສເພາະສາຂາໜອງແຕ່ງ​​ເປັນຫ້ອງຂາຍທີ່ໃຫຍ່, ກວ້າງຂວາງແລະ ທັນສະໄໝທີ່ສຸດ.

No comments:

Post a Comment