Ad

Ad

9 May 2016

ປະ​ທາ​ນາ​ທິບໍດີ ສສ ມຽນມາ ​ສຳເລັດ​ການຢ້ຽມຢາມ​ທາງ​ລັດຖະກິດ ສປປ ລາວ

ວັນທີ 6 ພຶດສະພາ  2016, ທ່ານອູ ຕິນ ຈໍ ປະທານາທິບໍດີແຫ່ງສາທາລະນະລັດ ສະຫະ ພາບ ມຽນມາ (ສສ ມຽນມາ) ພ້ອມດ້ວຍພັນລະຍາແລະຄະນະ​​ໄດ້ເດີນທາງມາຢ້ຽມຢາມທາງລັດຖະກິດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຕາມຄຳເຊີນ ຂອງທ່ານ  ບຸນຍັງ ວໍລະຈິດ ປະທານປະເທດ​​ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວເພື່ອເສີມຂະຫຍາຍສາຍພົວ ພັນມິດຕະພາບແລະ ຮັດແໜ້ນການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ສປປ ລາວ ​ແລະ ສສ ມຽນ ມາ.
          ການພົບປະສອງຝ່າຍໄດ້ຈັດຂຶ້ນ ທີ່ທຳນຽບປະທານປະເທດ ລະຫວ່າງ ທ່ານ  ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວແລະ ທ່ານອູ ຕິນ ຈໍ  ປະທານາທິບໍດີແຫ່ງ ສສ ມຽນມາສອງຝ່າຍໄດ້ສະແດງຄວາມຍິນດີແລະ ຕີລາຄາສູງ ຕໍ່ໝາກຜົນການພົວພັນຮ່ວມມືຊ່ວຍເຫລືອຊຶ່ງກັນ ແລະ ກັນ
ລະຫວ່າງ ສອງປະເທດໃນໄລຍະຜ່ານມາ ພ້ອມ​ ​ໄດ້ປຶກສາຫາລືແລະແລກປ່ຽນຄວາມຄິດຄວາມເຫັນຮ່ວມກັນ ກ່ຽວກັບບັນຫາພາກພື້ນແລະ ສາ ກົນທີ່ມີຄວາມສົນໃຈແລະ ສອງຝ່າຍໄດ້ຕົກລົງເຫັນດີແລະ ຜັນຂະຫຍາຍຜົນການຕົກລົງຂອງຄະນະກໍາມະທິການຮ່ວມມື ລາວ-ມຽນ ມາ ຄັ້ງທີ 11 ​ໃຫ້ປະກົດຜົນເປັນຈິງແລະ ຊອກຊ່ອງທາງຮ່ວມມືກັນ ໃນການສົ່ງເສີມການຄ້າ, ການລົງທຶນ, ການສຶກສາ, ການທ່ອງທ່ຽວແລະ ຟື້ນຟູຄືນ ການເປີດສາຍການບິນໂດຍກົງ ລະຫວ່າງ ວຽງຈັນ-​ຢາງກຸ້ງ ຫລື ຫລວງພະບາງ- ບາການ ກໍຄື ການພົວພັນຮ່ວມມື ລະຫວ່າງ ສອງປະເທດທັງໃນຂອບສອງຝ່າຍແລະ ຫລາຍຝ່າຍ ໃຫ້ນັບມື້ນັບກ້ວາງຂວາງແລະເກີດດອກອອກຜົນຍິ່ງໆຂຶ້ນ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍ.          

​          ໃນວັນດຽວກັນນີ້, ທ່ານ​​ປະທານປະເທດ ບຸນຍັງ ວໍລະຈິດ ແລະ ພ້ອມພັນລະຍາ ​​ໄດ້ເປັນເຈົ້າ ພາບຈັດງານລ້ຽງອາຫານທ່ຽງຂຶ້ນ ທີ່ທໍານຽບປະທານປະເທດເພື່ອເປັນກຽດຕອ້ນຮັບ ທ່ານ ອູ ຕິນ ຈໍປະທານາທິບໍດີແຫ່ງ ສສ ມຽນມາແລະ ພັນລະຍາ. ຈາກນັ້ນ ທ່ານ ອູ ຕິນ ຈໍແລະ ຄະນະ ກໍໄດ້ໄປວາງພວງມາລາຢູ່ທີ່ອານຸສາວະລິນັກຮົບນີລະນາມ, ຢ້ຽມຢາມບັນດາສະຖານທີ່ທ່ອງທ່ຽວສໍາຄັນທາງປະຫວັດສາດ ຄື: ພະທາດຫລວງ, ວັດສິສະເກດແລະ ຫໍພິພິທະພັນແຫ່ງຊາດ ກ່ອນຈະເດີນທາງກັບຄືນປະເທດໃນຕອນແລງວັນດຽວກັນ ດ້ວຍຜົນສຳເລັດສູງ.

No comments:

Post a Comment