Ad

Ad

9 May 2016

ອີຢູຢືນຢັນ​ສືບ​ຕໍ່​​ຊ່ວຍ​ເຫລືອລາວ​ເພື່ອ​ການ​ພັດທະນາ

           ທ່ານອຸປະທູດສໍານັກງານຜູ້ຕາງໜ້າສະຫະພາບເອີຣົບປະຈໍາລາວ (ອີຢູ EU) ມີແຊນໂກແຟງໄດ້​​ກ່າວວ່າ: ອີຢູ ຈະສືບຕໍ່​​ໃຫ້ການຊ່ວຍເຫລືອ ປປ ລາວເພື່ອການພັດທະນາ,​ໂດຍສະເພາະແມ່ນການບັນລຸເປົ້າໝາຍແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII (2016-2020).
            ການຢືນຢັນດັ່ງກ່າວມີຂຶ້ນໃນການຖະແຫລງຕໍ່ສື່ມວນຊົນເມື່ອທ້າຍອາທິດຜ່ານມາ​,​​ ກ່ຽວກັບການສະເຫລີມສະຫລອງວັນສ້າງຕັ້ງສະຫະພາບເອີຣົບ 9 ພຶດສະພາຄົບຮອບ 66 ປີຂອງທ່ານອຸປະ ທູດອີຢູປະຈໍາລາວ, ​ເຊິ່ງທ່ານໄດ້ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືກັບ ປປ ລາວທີ່ເຫັນວ່ານັບມື້​​ເພີ່ມຂຶ້ນແລະ ກວມເອົາຫລາຍຂະ​​ແໜງການຄື:ການເມືອງ, ການປົກຄອງ, ການຊ່ວຍເຫລືອດ້ານການພັດທະນາ, ດ້ານສິດທິມະນຸ, ການຄ້າ,ການລົງທຶນແລະ ອື່ນໆ,​
ເຊິ່ງການຮ່ວມມືດັ່ງກ່າວນັບທັງໃນລະດັບພາກພື້ນແລະ ສາກົນໂດຍບໍ່ຜ່ານເວທີອາຊຽນແລະອາເຊັມ. ອີຢູແລະ ບັນດາປະເທດສະມາຊິກແມ່ນຜູ້ສະໜອງການຊ່ວຍເຫລືອເພື່ອການພັດທະນາລາຍໃຫຍ່ທີ່ສຸດໃນລາວໂດຍມີວົງເງິນການຊ່ວຍເຫລືອຫລາຍກວ່າ 500 ​ໂດລາສະຫະລັດ ຫລືປະມານ 4,5 ພັນຕື້ກີບສໍາລັບປີ 2016-2020 ​ແລະ ການສະໜອງທຶນສອງຝ່າຍຂອງອີຢູໃຫ້ແກ່ ປປ ລາວແຕ່ປີ 2007-2013 ມີທັງໝົດ 69 ລ້ານເອີ​​ໂຣ ຫລື ປະມານ 79 ລ້ານໂດລາສະຫະລັດ,​ ແຕ່​​​ໃນໄລຍະແຕ່ປີ 2014 – 2020 ​ແມ່ນເພີ່ມຂຶ້ນໃນວົງເງິນ 207 ລ້ານເອີໂຣ ຫລື ປະມານ 237 ລ້ານໂດລາສະຫະລັດ, ຊຶ່ງແບ່ງອອກເປັນສອງໄລຍະຄື:ສະໜັບສະໜູນ​​ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ VII ​ໃນສົກປີ 2014-2015 ​ໃນມູນຄ່າ 45 ລ້ານເອີໂຣ,​ ໃນນີ້ປະກອບມີຂະແໜງສຶກສາ 15 ລ້ານເອີໂຣ, ກະສິກໍາທີ່ຍືນຍົງ, ການຄໍ້າປະກັນສະບຽງອາຫານແລະໂພສະນາການ,​ ວຽກງານເກັບກູ້ລະເບີດ 24 ລ້ານເອີໂຣ, ຂົງເຂດການປົກຄອງ, ສ້າງລັດແຫ່ງກົດໝາຍແລະ ສິດທິມະນຸດປະມານ 12,2 ລ້ານເອີໂຣແລະ ຊ່ວຍເຫລືອດ້ານວິຊາການປະມານ 5 ​ແສນເອີໂຣ. ສ່ວນການຊ່ວຍເຫລືອໃນໄລຍະປີ 2016-2020 ​ແມ່ນຈະດໍາເນີນໄປຄຽງຄູ່ໄປກັບແຜນພັດທະນາເສດຖະກິດ-ສັງຄົມ​ 5 ປີຄັ້ງທີ VIII ​ແລະແຜນການຊ່ວຍເຫລືອຂອງບັນດາປະເທດສະມາຊິກໂດຍຈະມີການສ້າງແຜນງານການຊ່ວຍເຫລືອຮ່ວມກັນ.
 ນອກຈາກບັນດາຂະແໜງບູລິມະສິດທີ່ກ່າວມາແລ້ວ ປປ ລາວຍັງໄດ້ຮັບການຊ່ວຍເຫລືອໂຄງການສົ່ງເສີມການຄ້າແລະ ການລົງທຶນແລະ ບັນດາຂະແໜງສະພາບແວດລ້ອແລະ ການຄຸ້ມຄອງຊັບພະຍາກອນທໍາມະຊາດແລະ ນອກຈາກການຊ່ວຍເຫລືອຜ່ານກອບສອງຝ່າຍແລ້ວ, ປປ ລາວຍັງໄດ້ຮັບປະໂຫຍດຈາກບັນດາໂຄງການໃນຂະແໜງການສະເພາະ​​ເຊັ່ນ: ​ໂຄງການຫລຸດຜ່ອນຄວາມທຸກຍາກ, ຄໍ້າປະກັນສະບຽງອາຫານແລະໂພສະນາການ, ດ້ານສາທາລະນະສຸກ, ​ໂຄງການປັບໂຕໃຫ້ແທດເໝາະກັບການປ່ຽນແປງດິນຟ້າອາກາດ, ການປົກຄອງແລະ ສິດທິມະນຸດຫລາຍໂຄງການມີມູນຄ່າເກືອບ 20 ລ້ານເອີໂຣ,​ເຊິ່ງປະຕິບັດໂດຍອົງການຈັດຕັ້ງທາງສັງຄົມແລະ ຍິ່ງໄປກວ່ານັ້ນ ສປປ ລາວ ຍັງໄດ້ຮັບປະໂຫຍດຈາກໂຄງການລະດັບພາກພື້ນທີ່ສະໜອງໂດຍສະຫະພາບເອີຣົບ ກ່ຽວກັບການຊ່ວຍເຫລືອໄພແລະ ຕອບໂຕ້ໄພພິບັດ.

           ສ່ວນການຮ່ວມມືດ້ານການຄ້າລະຫວ່າງລາວແລະ ອີຢູໃນປີ 2015 ມີມູນຄ່າ 362 ລ້ານເອີໂຣ,​ໃນນັ້ນອີຢູຂາດດຸນການຄ້າໃຫ້ລາວປະມານ 115 ລ້ານເອີໂຣ,​ ໂດຍສີນຄ້າທີ່ສົ່ງໄປຕະຫລາດເອີຣົບສ່ວນ​​ໃຫຍ່ແມ່ນແຜ່ນແພ,​ ເຄື່ອງນຸ່ງຫົ່ມ, ກາເຟແລະ ນໍ້າຕານແລະເນື່ອງຈາກ ສປປ ລາວເປັນປະເທດດ້ອຍພັດທະນາຈຶ່ງໄດ້ຮັບຜົນປະໂຫຍດສິດທິພິເສດທາງການຄ້າຈາກອີຢູໂດຍບໍ່ຕ້ອງເສຍພາສີ ຫລືເສຍພາສີໜ້ອຍທີ່ສຸດ,​ເຊິ່ງມີ 48 ປະເທດດ້ອຍພັດທະນາໄດ້ຮັບສິດທິພິເສດດັ່ງກ່າວ, ນອກ ຈາກນີ້ໂຄງການຮ່ວມມືຂອງອີຢູຍັງຊ່ວຍເຫລືອລາວສ້າງນະໂຍບາຍແລະ ຄວາມເຂັ້ມ​​ແຂງດ້ານການຄ້າເພື່ອເພີ່ມທະວີການພັດທະນາເສດຖະກິດແລະ ຫລຸດຜ່ອນຄວາມທຸກຍາກແລະ ສາມາດເຊື່ອມໂຍງ​​ເຂົ້າກັບລະບົບເສດຖະກິດໂລກໄດ້ແລະ ອີຢູເປັນຜູ້ລົງທຶນລາຍໃຫຍ່ອັນດັບສີ່​​ໃນລາວຖັດຈາກຈີນ,​ໄທແລະ ຫວຽດນາມ.

No comments:

Post a Comment