Ad

Ad

9 May 2016

ຈະເລີ່ມ​ສຶກສາຄວາມ​ເປັນ​ໄປ​ໄດ້​ໂຄງການ​ຊົນລະປະທານ​ນ້ຳ​ຊັນ ​ເມືອງ​ບໍລິ​ຄັນ

ພິທີເຊັນບົດບັນທຶກ ( MOU ) ​ສຶກສາຄວາມເປັນໄປໄດ້ໂຄງການຊົນລະປະທານນ້ຳຊັນເມືອງບໍລິຄັນ (​ແຂວງບໍລິຄຳໄຊ) ​ໄດ້ຈັດຂື້ນໃນວັນທີ 6 ພຶດສະພານີ້, ທີ່ກົມຊົນລະປະທານ,ກະຊວງກະສິກຳແລະ ປ່າໄມ້,ລະຫວ່າງທ່ານໄມກອງ ພອນພົມມະນີ ຫົວໜ້າກົມຊົນລະ ປະທານແລະ ທ່ານ ຊາງຢູສິນ ຕາງໜ້າໂຮງງານຈັກກະພົງປຸງ​​ແຕ່ງໄມ້ສຳເລັດຮູບ ​​ແລະບໍລິສັດ  CHINA NATIONAL TECHNICAL IMPORT AND EXPORT CORPORATION ໂດຍການເຂົ້າຮ່ວມຂອງທ່ານ ບຸນ​​ເສັງປະຖຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ ແລະ ທ່ານ ທອງພັດ ວົງມະນີ ຮອງລັດຖະ ມົນຕີກະຊວງກະສິກຳແລະ ປ່າໄມ້.

          ທ່ານ ຫົວໜ້າກົມຊົນລະປະທານໃຫ້ຮູ້ວ່າ: ໂຄງການຊົນລະປະທານດັ່ງກ່າວ ເປັນໂຄງການຂະໜາດໃຫຍ່ກວ່າໂຄງການອື່ນໆ ທີ່ກົມຊົນລະປະທານເຄີຍຈັດຕັ້ງປະຕິບັນມາສະນັ້ນ, ຈຶ່ງຂໍແນະນຳໃຫ້ບໍລິສັດຜູ້ຈັດຕັ້ງປະຕິບັດຕົວຈິງຕ້ອງ​​ມີຄວາມຮັບຜິດຊອບສູງຕາມຂັ້ນຕອນເຕັກນິກວິຊາ ການ (TOR) ທີ່​​ໂຄງການກຳນົດໄວ້ຢ່າງເຂັ້ມງວດ, ດັ່ງນັ້ນ ຕ້ອງເກັບກຳຂໍ້ມູນ ແລະ ສຶກສາໃຫ້ລະອຽດຊັດເຈນເພື່ອໃຫ້ມີຜົນສຳເລັດສູງ.

ທ່ານ ຫົວໜ້າກົມຊົນລະປະທານ ໃຫ້ຮູ້ອີກວ່າ: ທົງພຽງບໍລິຄຳໄຊແມ່ນໜຶ່ງໜຶ່ງໃນ 7 ທົ່ງພຽງໃຫຍ່​ ​​ແລະ ກໍ​​ແມ່ນໂຄງການຈຸດສຸມບຸລິມະສິດທີ່ລັດຖະບານໄດ້ກຳນົດເອົາເຂດດັ່ງກ່າວເປັນພື້ນທີ່​​ຜະລິດເຂົ້າ​​ເພື່ອຄ້ຳປະກັນສະບຽງອາຫານແຫ່ງຊາດ ​​ແລະໂຄງການຜະລິດກະສິກຳເປັນສິນຄ້າແຕ່ນີ້ຮອດປີ 2025 ,​ໃນໄລຍະຜ່ານມາລັດຖະບານໄດ້ລົງທືນເຂົ້າໃນການພັດທະນາຊົນລະປະທານ​​ຫຼາຍສົມຄວນ,​ ສຳລັບໂຄງການນຳໃຊ້ລະບົບຈັກສູບນ້ຳຂະໜາດຕ່າງໆຈາກນ້ຳຊັນ ​​ແລະ ນ້ຳຂອງສະ ເພາະຢູ່ແຂວງບໍລິຄຳໄຊ ທີ່ມີຈຳນວນຫຼາຍກວ່າ 50 ສະຖານີ, ທີ່ສາມາດສະໜອງນ້ຳເພື່ອຕ້ານແລ້ງ​​ໄດ້ຫຼາຍກວ່າ 5 ພັນ​​ເຮັກຕາແລະ ສະໜອງນ້ຳໃນການຜະລິດລະດູແລ້ງໄດ້ຫຼາຍກວ່າ 6 ພັນເຮັກຕາ ແລະ ສາມາດສ້າງວຽກ​​ເຮັດງານທຳໃຫ້ປະຊາຊົນເຂດດັ່ງກ່າວຫຼາຍສົມຄວນແລະ ສາມາດສະໜອງນ້ຳເຂົ້າໃນການຜະລິດ ກວມເອົາ 20 % ຂອງເນື່ອທີ່ທັງໝົດ ອັນໄດ້ຊ່ວຍໃຫ້ແຂວງບໍລິຄຳ​​ໄຊ ສາ ມາດຜະລິດກະສິກຳໄດ້ດີຂຶ້ນ, ໂດຍສະເພາະ ຢູ່ເຂດທົ່ງພຽງບໍລິຄັນ ແລະເມືອງປາກກະດິງ ແລະ ຄາດວ່າ ຖ້າຫາກໂຄງການດັ່ງກ່າວສ້າງສຳເລັດຈະສາມາດສະໜອງນ້ຳໃຫ້ເນື້ອທີ່ການຜະລິດໄດ້ຕື່ມອີກ 35 ພັນເຮັກຕາ.

No comments:

Post a Comment