Ad

Ad

9 May 2016

ລາວ​ກຽມ​ເປັນ​ປະທານ​ກອງ​ປະຊຸມ​ລັດຖະມົນຕີ​ແຮງ​ງານອາ​ຊຽນຄັ້ງ​ທີ 24

          ທ່ານນາງໃບຄຳ ຂັດທິຍະ ຮອງລັດຖະມົນຕີກະຊວງແຮງງານແລະ ສະຫວັດດີການສັງຄົມໄດ້ແຫລງຄວາມພ້ອມຂອງການ​​ກະກຽມເປັນປະທານຈັດກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 24 ວ່າ: ກອງປະຊຸມດັ່ງກ່າວ, ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 10-16 ພຶດສະພານີ້, ທີ່ນະຄອນຫລວງວຽງຈັນ, ​ໂດຍຈະມີການພິຈາລະນາຮັບຮອງເອົາຫລາຍບັນຫາສຳຄັນໃຫ້ແກ່ການຈັດຕັ້ງປະຕິບັດວິໄສທັດຂອງປະຊາຄົມເສດຖະກິດອາຊຽນຕິດພັນກັບບັນຫາແຮງງານເປັນຕົ້ນຂໍ້ແນະນຳສຳລັບ ລະບົບການຮັບຮູ້ແລະ ຢັ້ງຢືນມາດຕະຖານສີມືຢູ່ອາຊຽນ, ​ຂໍ້ແນະນຳຂອງອາຊຽນ ສຳລັບຄວາມຮັບຜິດຊອບທາງສັງຄົມໃນດ້ານແຮງງານ​, ການຄຸ້ມຄອງແລະໂຄງສ້າງດ້ານມາດຕະຖານສີມືແຮງງານອາຊຽນແລະ ບັນຫາອື່ນໆອີກ. ພາຍຫລັງກອງປະຊຸມສຳເລັດລົງ ລາວເຮົາຈະໄດ້ສືບຕໍ່ເປັນປະທານທາງດ້ານແຮງງານອາຊຽນ ຈົນຮອດປີ 2018 ​ແລະ ຈະມອບຕໍ່ໃຫ້ປະເທດມາເລເຊຍ. ດັ່ງນັ້ນເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ດຳເນີນໄປດ້ວຍຜົນສຳເລັດຈົບງາມຕາມຄາດໝາຍທີ່ໄດ້ກຳນົດໄວ້ ແລະ ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍພາກສ່ວນກ່ຽວຂ້ອງ ກໍຄື
ກະຊວງແຮງງານແລະ ສະຫວັດດີການສັງຄົມໄດ້ກຽມຄວາມພ້ອມຮອບດ້ານ, ​​ໂດຍການແຕ່ງຕັ້ງບັນດາອະນຸກຳມະການແລະ ພາກສ່ວນກ່ຽວຂ້ອງໃນການຂຶ້ນແຜນວຽກ​, ​ແຜນບຸກຄະລາກອນແລະແຜນງົບປະມານ, ​ໂດຍມີການແບ່ງຄວາມຮັບຜິດ ຊອບໃຫ້ແຕ່ລະພາກສ່ວນ, ​ແຕ່ລະບຸກຄົນໄປຈັດຕັ້ງປະຕິບັດ ​​ໂດຍການຊີ້ນຳ, ຕິດຕາມ​, ກວດກາຢ່າງເປັນປົກກະຕິຈາກຂັ້ນເທິງ, ​ເຊິ່ງມາຮອດປັດຈຸບັນເຫັນວ່າມີຄວາມພ້ອມແລ້ວໃນການກ້າວເຂົ້າສູ່ການເປັນເຈົ້າພາບກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 24, ​ກອງປະຊຸມລັດຖະມົນຕີແຮງງານອາຊຽນ ບວກ 3 ຄັ້ງທີ 9 ​ແລະ ກອງປະຊຸມປິ່ນອ້ອມຕ່າງໆ​.

No comments:

Post a Comment