Ad

Ad

9 May 2016

ເຈົ້າໜ້າ​ທີ່​ອາວຸ​ໂສ​ອາ​ຊຽນປຶກສາ​ຫາລື​ຫລາຍ​ບັນຫາສຳຄັນຂອງພາກເໜືອ

​          ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ອາ​ຊຽນໄດ້ຈັດຂຶ້ນໃນວັນທີ 6 ພຶດສະພານີ້, ທີ່ແຂວງຫລວງພະບາງ ສປປ ລາວ, ພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະ ມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງສປປລາວ, ມີຄະນະຜູ້ແທນຈາກ 10 ປະເທດສະມາຊິກອາຊຽນແລະ ຜູ້ຕາງໜ້າຈາກກອງເລຂາອາຊຽນເຂົ້າຮ່ວ.
          ກອງປະຊຸມໄດ້ສືບຕໍ່ປຶກສາຫາລືຫລາຍບັນຫາກ່ຽວກັບການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ​ໂດຍສະເພາະແມ່ນແຜນແມ່ບົດ ສຳລັບເສົາຄ້ຳປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025 ທີ່ບັນດາຜູ້ນຳອາຊຽນ ໄດ້ຮັບຮອງເອົາໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 27 ​ໃນເດືອນພະຈິກ 2015 ຜ່ານມາໃຫ້ມີປະສິດທິຜົນ. ນອກນັ້ນ ກອງປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດບັນດາຂໍ້ສະເໜີແນະ ຂອງໜ່ວຍງານສະເພາະກິດລະດັບສູງເພື່ອສົ່ງເສີມຄວາມເຂັ້ມແຂງກອງເລຂາອາ
ຊຽນ, ພ້ອມທັງທົບທວນອົງກອນຕ່າງໆຂອງອາຊຽນ, ການສະໝັກເຂົ້າເປັນພາຄີສົນທິສັນຍາໄມຕີຈິດແລະ ການຮ່ວມມືຢູ່ອາຊີຕາເວັນອອກ, ການຂະຫຍາຍການຮ່ວມມືກັບພາຍນອກ, ບັນຫາການທົບທວນກົດບັດອາຊຽນ, ຄວາມເປັນແກນກາງຂອງອາຊຽນແລະ ບັນຫາອື່ນໆ ທີ່ກ່ຽວຂ້ອງກັບປະຊາຄົມອາຊຽນ.
          ສຳລັບການຮ່ວມມືກັບພາຍນອກ, ກອງປະຊຸມໄດ້ປຶກສາຫາລືກ່ຽວກັບການກະກຽມ ໃຫ້ແກ່ກອງປະ ຊຸມສຸດຍອດສະ​​ເຫລີມສະຫລອງການຮ່ວມມືອາຊຽນ-ຣັດເຊຍ ຄົບຮອ 20 ປີ ທີ່ຈະຈັດຂຶ້ນໃນວັນທີ 19-20 ພຶດສະພາ 2016 ຢູ່ໂຊຈີ, ຣັດເຊຍ, ກອງປະຊຸມສຸດຍອດສະ​​ເຫລີມສະຫລອງການຮ່ວມມືອາຊຽນ-ຈີນ ຄົບຮອບ 25 ປີ, ກອງປະຊຸມສຸດຍອດອາຊຽນ ກັບຄູ່ເຈລະຈາໃນຂອບ +1 , +3 ​ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ ທີ່ຈະຈັດຂຶ້ນໃນເດືອນກັນຍາ 2016 ຢູ່ ສປປ ລາວ.
          ນອກຈາກນີ້, ກອງປະຊຸມຍັງໄດ້ປືກສາຫາລືກ່ຽວກັບການກະກຽມສຳລັບກອງປະຊຸມລັດ ຖະມົນຕີຕ່າງປະເທດ ຄັ້ງທີ 49, ບັນດາກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ +1, ກັບຄູ່ເຈລະຈາອາຊຽນ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ +3 ຄັ້ງທີ 23 ທີ່ ສປປ ລາວ ຈະເປັນປະທານແລະເປັນປະທານຮ່ວມເຊິ່ງຈະຈັດຂຶ້ນໃນວັນທີ 21-26 ກໍລະກົດ 2016 ທີ່ນະຄອນຫລວງວຽງຈັນ.

          ​ໃນວັນດຽວກັນ​, ຍັງໄດ້ມີກອງປະຊຸມເຈົ້າໜ້າທີ່ອາວຸໂສ ສຳລັບການຮ່ວມມືໃນຂອບແມ່ນ້ຳ ຂອງ-​ແມ່ນ້ຳຄົງຄາ ​​ເຊິ່ງເປັນກອງປະຊຸມຮ່ວມມື ລະຫວ່າງ 5 ປະເທດລຸ່ມແມ່ນ້ຳຂອ (ກຳປູເຈຍ, ສປປ ລາວ, ມຽນມາ, ​ໄທ, ຫວຽດນາມແລະ ອິນເດຍ) ​ເພື່ອຮັດແໜ້ນ​​ໃນບັນດາຂົງເຂດການຮ່ວມມືໄດ້ແກ່ການ ທ່ອງທ່ຽວ, ວັດທະນະທຳ, ການສຶກສາແລະ ຂົນສົ່ງ.

No comments:

Post a Comment