Ad

Ad

9 May 2016

ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຕ້ອນຮັບ​ທ່ານນາງ ອອງຊານ ຊູ​ຈີ

          ​ໃນວັນທີ 6 ພືດສະພານີ້ ທີ່ສະພາແຫ່ງຊາດ ທ່ານ ສົມພັນແພງຄໍາມີ ຮອງປະທານສະພາແຫ່ງຊາດໄດ້ຕ້ອນຮັບການເຂົ້າຢ້ຽມຄໍານັບຂອງທ່ານນາງ ອອງຊານ ຊູຈີ ປະທານທີ່ປຶກສາປະທານາທິບໍ ດີ, ລັດຖະມົນຕີກະຊວງການຕ່າງປະເທດ, ລັດຖະມົນຕີປະຈໍາສໍານັກງານປະທານປະເທດ ແຫ່ງ ສາທາ ລະນະລັດ ສະຫະພາບມຽນມາແລະ ຄະນະ  ​ໃນໂອກາດເດີນທາງຮ່ວມກັບ ປະທານາທິບໍດີ ອູ ຕິນ ຈໍ ຢ້ຽມຢາມທາງລັດຖະກິດ ສປປ ລາວ ຢ່າງເປັນທາງການ.
ໂອກາດນີ້, ທ່ານຮອງປະທານສະພາ ໄດ້ສະແດງຄວາມຍິນດີຕ້ອນຮັບ ຂອບໃຈ ແລະ ຕີລາຄາສູງ ຕໍ່ການຢ້ຽມຢາມທາງລັດຖະກິດຢູ່ ສປປ ລາວຂອງທ່ານນາງ ອອງຊານ ຊູຈີ  ​​ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ​​ທີ່ຍາວນານແລະ ການຮ່ວມມືລະຫວ່າງ ລາວແລະ ມຽນມາ ໃຫ້ນັບມື້ແຕກດອກອອກຜົນແລະ ຈະເລີນງອກງາມຍິ່ງໆຂຶ້ນ.
ການພົບປະຄັ້ງນີ້ໄດ້ດຳເນີນດ້ວຍໄມຕີຈິດມິດ ຕະພາບແລະ ຄວາມເຂົ້າອົກເຂົ້າ​​ໃຈເຊິ່ງກັນແລະ ກັນຢ່າງເລິກເຊິ່ງ. ພ້ອມນີ້ ທ່ານ ສົມພັນແພງຄໍາມີ ໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານນາງອອງຊານ ຊູຈີ ທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງໃໝ່ເປັນລັດຖະມົນດີກະຊວງການຕ່າງປະເທດ, ລັດຖະມົນຕີປະຈໍາສໍານັກງານປະທານປະເທດ ຂອງ ສສ ມຽນມາ.

          ທ່ານນາງອອງຊານ ຊູຈີ ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານຮອງປະທານສະພາແຫ່ງຊາດ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ທ່ານ ສົມພັນແພງຄໍາມີ ທີ່ໄດ້ຮັບການຄັດເລືອກ ໃຫ້ເປັນຮອງປະທານສະພາ​​ແຫ່ງຊາດອີກສະໄໝ ຂອງສປປ ລາວ ພ້ອມທັງ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບອັນເປັນມູນເຊື້ອຍາວນານແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວແລະ ມຽນມາ ຈະນັບມື້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

No comments:

Post a Comment