Ad

Ad

9 May 2016

ສານປະຊາຊົນນະຄອນຫລວງ ຕັດສິນລົງໂທດຜູ້ລັກລອບປອມແປງຜະລິດຕະພັນນ້ຳດື່ມຫົວເສືອ

​          ເມື່ອບໍ່ດົນມານີ້, ສານປະຊາຊົນ ນະຄອນຫລວງວຽງຈັນ, ໄດ້ຕັດສິນລົງໂທດທ້າວ ວູ່ ຮົງ ດຶກ ສັນຊາດຫວຽດນາມ ຈຳຄຸກເປັນເວລາ 9 ເດືອນ, ພ້ອມປັບໃໝ 2,5 ລ້ານກີບ ແລະ ໃຫ້ໃຊ້ແທນຄ່າເສຍຫາຍ ບໍ ລິສັດເບຍລາວ ເປັນເງິນ 3,3 ຕື້ກວ່າກີບ ໃນສະຖານລະເມີດຊັບສິນທາງປັນຍາ ຕາມມາດຕາ 162 ຂອງກົດໝາຍວ່າດ້ວຍຊັບສິນທາງປັນຍາ ແລະ ຕັດສິນລົງໂທດນາງ ໂງ່ ທິ ລິງ ສັນ ຊາດຫວຽດນາມ ໃຫ້ຈຳຄຸກເປັນເວລາ 6 ເດືອນ, ພ້ອມປັບໃໝ 5 ແສນກີບ ໃນສະຖານສົມຮູ້ຮ່ວມຄິດ ຕາມມາດຕາ 40 ຂໍ້ 2 ຂອງກົດໝາຍອາຍາ.
ຄະດີມີຢູ່ວ່າ: ໃນປີ 2002-2006 ທ້າວ ວູ່ ຮົງ ດຶກ ໄດ້ມາພັກເຊົາຢູ່ນະຄອນຫລວງວຽງຈັນ,
ດ້ວຍການປະກອບອາຊີບຄ້າຂາຍ; ມາຮອດປີ 2014-2015, ໄດ້ມາເຊົ່າເຮືອນຢູ່ບ້ານໂນນຫວາຍ, ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ ໂດຍໄດ້ຮັບນໍ້າດື່ມລາວ ມາຂາຍຢູ່ແຕ່ລະບ້ານ; ມາຮອດເດືອນພຶດສະພາ 2015, ຜູ້ກ່ຽວໄດ້ເລີ່ມຊື້ຕຸກນ້ຳດື່ມຫົວເສືອເປົ່າ ທັງຂະໜາດຕຸກໃຫຍ່ ແລະ ນ້ອຍ ໄດ້ປະມານ 80 ກິໂລ; ມາຮອດທ້າຍເດືອນພຶດສະພາ 2015, ໄດ້ຊື້ນໍ້າດື່ມຫົວເສືອຕຸກໃຫຍ່ 1 ແພັກ ມີ 6 ຕຸກ ເພື່ອເອົາໄປເຮັດແບບໃນການປອມແປງເຊັ່ນ: ຝາອັດ, ຢາງໂອບຝາ, ສາຍຫິ້ວ ແລະ ແຜ່ນຢາງຫໍ່ແພັກ; ມາຮອດວັນທີ 11 ກໍລະກົດ ໄດ້ນ້ຳດື່ມທີ່ປອມແປງ ຈຳນວນ 400 ແກັດ, ຝາອັດ 4 ເປົາ, ມີຫູຫິ້ວ ແລະ ຢາງຕິດຝາອັດ ເຂົ້າມາປະເທດລາວ ແລະ ໄດ້ເລີ່ມຜະລິດນ້ຳດື່ມປອມມາແຕ່ວັນທີ 12 ກໍລະ ກົດ 2015, ດ້ວຍວິທີການໄດ້ຊື້ນໍ້າດື່ມຕຸກໃຫຍ່ມາຮ່າຍໃສ່; ເຊິ່ງຜະລິດນໍ້າດື່ມກາຫົວເສືອຕຸກນ້ອຍປອມ 90-100 ແກັດ, ຕຸກກາງ 70-80 ແກັດ, ຕຸກໃຫຍ່ປອມ 300 ກວ່າແພັກ. ຈາກນັ້ນ, ກໍໄດ້ໃສ່ລົດຮຸນໄດ ໄປຂາຍໃຫ້ປະຊາຊົນເຂດບ້ານໂນນຫວາຍ. ມາຮອດວັນທີ 24 ກໍລະກົດ 2015 ຈຶ່ງຖືກເຈົ້າໜ້າທີ່ກັກຕົວມາດໍາເນີນຄະດີ.

ສ່ວນນາງ ໂງ່ ທິ ລິງ ຮັບສາລະພາບວ່າ: ໃນວັນທີ 9 ກໍລະກົດ 2015, ໄດ້ກັບມາແຕ່ ຫວຽດ ນາມ ແລ້ວມາພັກນຳ ທ້າວ ວູ່ ຮົງ ດຶກ ຢູ່ບ້ານໂນນຫວາຍ ເມືອງໄຊເຊດຖາ; ເມື່ອເຫັນຕຸກນໍ້າດື່ມຈໍານວນຫລາຍ, ພ້ອມກັບເຄື່ອງມືຜະລິດ ຈຶ່ງໄດ້ຖາມຜົວ ກ່ຽວກັບຕຸກດັ່ງກ່າວ ແລະ ໄດ້ຮັບຄໍາຕອບວ່າ: ຜະ ລິດຂາຍ, ແຕ່ຜູ້ກ່ຽວໄດ້ບອກບໍ່ໃຫ້ເຮັດ ຈຶ່ງໄດ້ຜິດຖຽງກັນ. ຈາກນັ້ນ, ຜູ້ກ່ຽວ ກໍຍ້າຍໄປຢູ່ເຮືອນນ້ອງສາວ ທີ່ບ້ານຫົວຂົວ ຈົນຮອດວັນ ທີ 22 ກໍລະກົດ 2015, ກໍກັບມາຢູ່ເຮືອນນໍາຜົວຄືນ ຈຶ່ງຖືກເຈົ້າໜ້າທີ່ກັກຕົວເຊັ່ນກັນ.

No comments:

Post a Comment