Ad

Ad

9 May 2016

ເກີດໄຟໄໝ້ເຮືອນ ແລະ ຫ້ອງແຖວ ຢູ່ບ້ານນາແຮ່

          ເຈົ້າໜ້າທີ່ ມອດໄຟ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນເວລາປະມານ 10:00 ໂມງ ຂອງວັນທີ 7 ພຶດສະພານີ້, ໄດ້ເກີດໄຟໃໝ້ເຮືອນຈຳນວນ 2 ຫລັງ ແລະ ເຮືອນຫ້ອງແຖວອີກ 5 ຫ້ອງ, ຢູ່ໜ່ວຍ 10 ບ້ານນາແຮ່ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ເຊິ່ງເຮືອນຫລັງດັ່ງກ່າວ ເປັນເຮືອນ 2 ຊັ້ນເທິງໄມ້, ລຸ່ມກໍ່ ແລະ ເຮືອນຫ້ອງແຖວເຮືອນຊັ້ນດຽວຂາຍເຄື່ອງຍ່ອຍ ແລະ ຖືກລວກອີກ 1 ຫລັງ, ສາເຫດຂອງການເກີດອັກຄີໄພດັ່ງກ່າວ ແມ່ນຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນ, ແຕ່ເຖິງຢ່າງໃດ ກໍເປັນອຸທາຫອນໜຶ່ງເຕືອນໃຫ້ປະຊາຊົນເຮົາຕ້ອງມີສະຕິ, ລະມັດລະວັງໃນການນຳໃຊ້ຟືນໄຟ ເພື່ອເຫດຮ້າຍດັ່ງກ່າວຈະບໍ່ເກີດ, ໂດຍສະເພາະ ໄລຍະອາກາດຮ້ອນອົບເອົ້ານີ້ ອາດເປັນສ່ວນໜຶ່ງກໍໃຫ້ເກີດອັກຄີໄພໄດ້ງ່າຍ.

No comments:

Post a Comment