Ad

Ad

9 May 2016

ແບ່ງເວລາໃຫ້ເຫມາະສົມຈຶ່ງລະດົມຄວາມຄິດໄດ້ດີ ( ຄໍລຳ ບັນຫາຈານແຫຍ່ )

ໂດຍ : ວິເສດ ສະແຫວງສຶກສາ
ບົດນີ້ຂຽນຂຶ້ນແບບຈັບຈູດ ເພາະບໍ່ໄດ້ມີແຜນວ່າຊິຂຽນ ເລື່ອງນີ້, ແຕ່ດ້ວຍແຮງໃຈຈາກ ກອງປະຊຸມລະດົມຄວາມຄິດ ເຫັນເພື່ອປັບປຸງວາລະສານ ນະຄອນຫລວງເຊິ່ງລອກຄາບມາ ເປັນລາຍເດືອນ ເລີ່ມແຕ່ເດືອນເມສາປີນີ້ ພາຍຫລັງອອກເປັນລາຍໄຕມາດມາເປັນເວລາ 3 ປີ. ກໍເລີຍລົງມືຂຽນເລື່ອງນີ້ຈົນໄດ້. ນັ່ງເປັນປະທານກອງປະຊຸມ ແມ່ນທ່ານ ສີຫຸນ ສິດທິລືໄຊ ຮອງ ເລຂາອົງຄະນະພັກ ທັງເປັນຮອງ ເຈົ້າຄອງນະຄອນຫລວງວຽງ ຈັນ. ກໍເຊັ່ນດຽວກັບກອງປະຊຸມ ລະດົມຄວາມຄິດເຫັນທີ່ເຄີຍເຮັດ ເມື່ອກ່ອນຄືເລີ່ມຈາກການຮັບຟັງບົດລາຍງານກ່ຽວກັບຄວາມ ເປັນມາ ແລະ ການເຄື່ອນ ໄຫວ ຂອງວາລະສານໃນໄລຍະຜ່ານມາ ເພື່ອເປັນພື້ນຖານໃຫ້ແກ່ການ ມີຄວາມເຫັນຂອງເຫລົ່າທັບ ມວນຊົນຄົນສື່
ແລະ ພາກສ່ວນທີ່ ມີສ່ວນຮັບຜິດຊອບອູ້ມຊູວາລະ ສານໃຫ້ຄົງຕົວ ແລະ ເຕີບໃຫຍ່ ມາຕະຫລອດ 3 ປີ. ວິທີດຳເນີນ ກອງປະຊຸມຕະຫລອດຮອດການບັນຊາ ຈານແຫຍ່ຂໍຍົກໂປ້ໃຫ້. ພຽງຄາບເຊົ້າດຽວຂອງວັນທີ 5 ເດືອນນີ້ ກອງປະຊຸມກໍສາມາດ ເຂົ້າທຽບທ່າແຫ່ງຜົນ ສຳເລັດອັນຈົບງາມ (ຕາມທີ່ມັກສະຫລຸບກັນ), ແຕ່ຖ້າມີບ່ອນຫວ່າງໃຫ້ສ່ອງແສງ ຈານແຫຍ່ ຂໍບອກວ່າ ຄຳຄິດເຫັນດີໆທີ່ເກັບກ່ຽວນັ້ນຍັງໄດ້ໜ້ອຍໂພດທຽບກັບປະສົບການ ແລະ ບົດຮຽນທີ່ ຜູ້ເຂົ້າຮ່ວມຢາກບິແບ່ງ. ແຕ່ອະນິຈາ... ເວລາ ແລະ ເວລາເທົ່ານັ້ນ ມັນຈຳກັດ ກໍເລີຍມີແຕ່ 5-6 ຄົນ ໄດ້ມີຄຳຄິດເຫັນຕາມຖ້ຽວທີ່ຈັດວາງ. ເມື່ອຮອດເວລາອອກຄຳ ເຫັນແບບເປີດກວ້າງ ເວລາພັດ ມາໄລ່ແລ້ວ. ດັ່ງນັ້ນ ຈານແຫຍ່ຈຶ່ງຢາກສະເໜີວ່າພວກເຮົາ ຄວນເບິ່ງຄືນການຈັດກອງປະ ຊຸມປະເພດລະດົມມັນສະໝອງ ຄື ພວກເຮົາຄວນປ່ອຍໂອກາດໃຫ້ຜູ້ ເຂົ້າຮ່ວມໄດ້ສະເໜີຄຳຄິດເຫັນ ເປັນຕົ້ນຕໍຢ່າງຕໍ່າໃຫ້ໄດ້ 1/3 ຂອງຜູ້ເຂົ້າຮ່ວມ, ຫຍັບຂຶ້ນເປັນ 50% ແລະ ຖ້າໄດ້ຮອດ 70% ກໍຖືວ່າປະເສີດທີ່ສຸດ. ວິທີເຮັດກໍຄື ຕ້ອງປ່ຽນວິທີດຳເນີນກອງປະ ຊຸມແບບເດີມໆ ໂດຍເອົາໃຫ້ຜູ້ເຂົ້າ ຮ່ວມເປັນສຳຄັນຕົ້ນຕໍ (Audieu-Centered) ກອງປະຊຸມແບບນີ້ອາດເລີ່ມຕົ້ນຈາກການແຈ້ງຫົວຂໍ້ເພື່ອແລກປ່ຽນ (ອາດເປັນພິທີກອນ ຫລື ປະທານກອງປະຊຸມເປັນຜູ້ແຈ້ງ) ພ້ອມໆກັບວາງຂອບເວລາ ແລະ ເນື້ອໃນຄັກແນ່. ຕໍ່ໃສ່ການໂຕວາທີ ຫລື ມີຄຳເຫັນຕົວຈິງ. ຄວນ ຈຳກັດການມີຄຳເຫັນຕາມເອກະສານສຳເລັດຮູບ, ຫລີກ ລ່ຽງການສະຫລຸບຕີລາຄາທີ່ຍືດຍາວ ແບບຊັກເອົາໝົດແມ່ນ້ຳທັງ 5. ສ່ວນວິທີທີສອງຕ້ອງໄດ້ກະ ກຽມອ່າວຄັກແນ່ ຄືຈັດເວທີຜູ້ຊ່ຽວຊານ ຫລື ວິທະຍາກອນດ້ານ ຕ່າງໆກ່ຽວກັບການຈັດທຳວາ ລະສານຂຶ້ນນັ່ງຢູ່ເທິງເວທີ ຫລື ຈະຈັດເປັນໂຕະມົນກໍໄດ້ ແລ້ວ ສົນທະນາຕາມຫົວຂໍ້ໃຫ້ກອງປະ ຊຸມກຳບັນຫາໄດ້ຢ່າງລະອຽດ. ຈາກນັ້ນແມ່ນເວລາສຳລັບໃຫ້ທົ່ວກອງປະຊຸມຕັ້ງຄຳຖາມເຈາະ ຈີ້ມໃຫ້ກຸ່ມຊ່ຽວຊານຕອບ. ກອງປະຊຸມໃນຮູບແບບທີສອງນີ້ນິຍົມກັນເຮັດຫລາຍທີ່ສຸດ. ຜ່ານມາຈານແຫຍ່ສັງເກດເຫັນວ່າກອງປະຊຸມຢູ່ບ້ານເຮົາ ບໍ່ວ່າຈະໃສ່ຊື່ ແນວໃດກໍຕາມ ແຕ່ຮູບການດຳເນີນ ແລະ ການຈັດແບ່ງເວລາ ນັ້ນຍັງບໍ່ທັນແທດເໝາະ.
ການຫັນວາລະສານນະຄອນຫລວງຈາກລາຍໄຕມາດ (3 ເດືອນ) ມາເປັນລາຍເດືອນ ແມ່ນບາດລ້ຽວສຳຄັນ ເພື່ອກ້າວ ສູ່ຄຸນນະພາບ ແລະ ໃຫ້ທັນກັບສະພາບການ. ມັນມີທັງຂໍ້ສະດວກ ແລະ ບັນຫາທ້າທາຍ. ມີບາງທ່ານປຽບທຽບວ່າ ເປັນການຂຶ້ນຂີ່ຫລັງເສືອ... ຈະໂດດລົງຕາມໃຈຄົງຖືກເສືອຂົບຕາຍ ແຕ່ຖ້າສືບຕໍ່ຂີ່ກໍຕ້ອງມີຄວາມສາມາດພຽງພໍໃນການບັນຊາເສືອ. ຜ່ານມາການເກີດກັບການດັບຂອງວາລະສານມີໃຫ້ເຫັນຢູ່ເລື້ອຍໆ, ຄົງເປັນຍ້ອນຂາດຄວາມພ້ອມ ແລະ ປັດໄຈອັນຈຳເປັນ ເພາະວາລະສານຫລາຍສະບັບທີ່ງຽບໄປ ຫລື ຢູ່ຍ່າງຄົນພິການນັ້ນເກີດຂຶ້ນ ດ້ວຍຄວາມ ປວດຢາກເຮັດ ແບບຕື້ນໆ. ຈານແຫຍ່ເອົາໃຈ ຊ່ວຍ ແລະ ຢາກເຫັນວາລະສານນະຄອນຫລວງກາຍເປັນແມ່ ແຮງໜຶ່ງໃນສາຍຄາວົງການສື່ ໃຕ້ຟ້າເມືອງລາວເຮົານີ້.

No comments:

Post a Comment