Ad

Ad

6 May 2016

ຜົນສຳເລັດການຢ້ຽມຢາມສັນຖະວະໄມຕີ ສປ ຈີນຂອງສະຫາຍ ເລຂາທິການໃຫຍ່ ບຸນຍັງ ວໍລະຈິດ

          ໂດຍຕອບສະໜອງຕາມຄຳເຊີນ ຂອງ ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະ ເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຢ້ຽມຢາມສັນຖະວະໄມຕີ ສາທາລະນະລັດ ປະຊາຊົນຈີນ ຢ່າງເປັນທາງການ ແຕ່ວັນທີ 03-05 ພຶດສະພາ 2016.
ໃນໄລຍະການຢ້ຽມຢາມ, ສະຫາຍ ເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ໄດ້ພົບປະເຈລະຈາຢ່າງເປັນທາງການກັບ ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ; ພົບປະຫາລືກັບ ສະຫາຍ ຫລີເຄີ້ສຽງ ກໍາມະການປະຈໍາກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປ ຈີນ; ສະຫາຍ ຈາງເຕີຈຽງ ກໍາມະການປະຈໍາກົມການເມືອງສູນກາງພັກ, ປະທານຄະນະປະຈຳສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ແລະ ສະ ຫາຍ ລິວຢຸນຊານ
ກໍາມະການປະຈໍາກົມການເມືອງສູນກາງພັກ, ເລຂາທິການສູນກາງພັກກອມມູນິດຈີນ. ໃນການພົບປະທີ່ດໍາເນີນໄປພາຍໃຕ້ບັນຍາກາດແຫ່ງໄມຕີຈິດມິດຕະພາບອັນສະໜິດສະໜົມ, ທັງສອງຝ່າຍໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການທີ່ພົ້່ນເດັ່ນຂອງແຕ່ລະພັກ, ແຕ່ລະປະເທດ ທັງໄດ້ແລກປ່ຽນຄຳຄິດຄຳເຫັນນຳກັນ ແລະ ໄດ້ບັນລຸຄວາມເຫັນເປັນເອກະພາບກັນຢ່າງກວ້າງຂວາງກ່ຽວກັບການສືບຕໍ່ເສີມຂະຫຍາຍສາຍພົວພັນລະຫວ່າງສອງພັກ, ສອງລັດ ລາວ-ຈີນ ໃຫ້ເລິກເຊິ່ງຕື່ມອີກໃນສະພາບການໃໝ່ ແລະ ບັນຫາພາກພື້ນ ແລະ ສາກົນທີ່ສອງຝ່າຍຕ່າງມີຄວາມສົນໃຈຮ່ວມກັນ.
ນອກຈາກຢ້ຽມຢາມນະຄອນຫລວງປັກກິ່ງແລ້ວ, ສະຫາຍ ບຸນຍັງ ວໍລະຈິດ ພ້ອມຄະນະຜູ້ແທນ ຍັງໄດ້ຢ້ຽມຢາມແຂວງຢູນນານ.
ສອງຝ່າຍສະແດງຄວາມປິຕິຊົມຊຶ່ນຕໍ່ຜົນສໍາເລັດອັນໃຫຍ່ຫລວງໃນພາລະກິດສ້າງສາສັງຄົມນິຍົມຂອງແຕ່ລະປະເທດ, ໃນພາລະກິດປະຕິຮູບເປີດປະຕູສູ່ພາຍນອກຂອງຈີນ ແລະ ພາລະກິດການປ່ຽນແປງໃໝ່ຂອງລາວ. 
ສອງຝ່າຍຢືນຢັນຄືນວ່າ ລາວ-ຈີນ ໃນຖານະເປັນປະເທດສັງຄົມນິຍົມ, ເປັນຄູ່ຮ່ວມຊະຕາກຳທີ່ມີຄວາມໝາຍຍຸດທະສາດຈະສືບຕໍ່ຍຶດໝັ້ນການພົວພັນຕາມທິດນຳໝັ້ນຄົງຍາວນານ, ໄວ້ເນື້ອເຊື່ອໃຈກັນ, ຮ່ວມມືຮອບດ້ານບົນຈິດໃຈແຫ່ງການເປັນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ; ລົງເລິກການຮ່ວມມືແລກປ່ຽນໃນຂົງເຂດຕ່າງໆຢ່າງຮອບດ້ານ, ຊຸກຍູ້ສາຍພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ລາວ-ຈີນ ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຊ່ວຍເຫລືອກັນ ແລະ ມີຄວາມເຊື່ອໝັ້ນກັນໃນລະດັບສູງນັ້ນໃຫ້ກ້າວສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ, ປະກອບສ່ວນອັນສໍາຄັນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ.
ສອງຝ່າຍເຫັນດີເປັນເອກະພາບກັນວ່າຈະເພີ່ມທະວີຮັກສາມູນເຊື້ອການໄປມາຫາສູ່ກັນຢ່າງເປັນປະຈຳຂອງການນຳຂັ້ນສູງຂອງສອງພັກ, ສອງລັດ, ແລກປ່ຽນຄຳຄິດເຫັນຢ່າງເລິກເຊິ່ງກ່ຽວກັບບັນຫາສຳຄັນຂອງການພົວພັນສອງຝ່າຍ ກໍຄືສະພາບການໃນພາກພື້ນ ແລະ ສາກົນຢ່າງທັນການ; ເພີ່ມທະວີການປະສານງານໃນບັນຫາຍຸດທະສາດ ເຮັດໃຫ້ຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນດ້ານການເມືອງມີຄວາມເລິກເຊິ່ງ ແລະ ກຳແໜ້ນທິດທາງການເສິີມຂະຫຍາຍສາຍພົວພັນສອງຝ່າຍ ລາວ-ຈີນ; ຈັດຕັ້ງຜັນຂະຫຍາຍແຜນການຮ່ວມມືລະຫວ່າງສອງພັກ ລາວ-ຈີນ ໄລຍະສົກປີ 2016-2020 ໃຫ້ໄດ້ດີ, ສືບຕໍ່ຈັດກອງປະຊຸມສຳມະນາທິດສະດີລະຫວ່າງສອງພັກ, ລົງເລິກແລກປ່ຽນບົດຮຽນກ່ຽວກັບວຽກງານການກໍ່ສ້າງພັກ ແລະ ວຽກງານຄຸ້ມຄອງພັກ-ຄຸ້ມຄອງລັດ, ລົງເລິກການຮ່ວມມືໃນການເຝິກອົບຮົມພະນັກງານພັກ-ລັດ, ຊຸກຍູ້ການຮ່ວມມືແລກປ່ຽນລະຫວ່າງບັນດາອົງການອ້ອມຂ້າງຂອງສູນກາງພັກທັງສອງ ແລະ ລະຫວ່າງບັນດາອົງຄະນະພັກແຂວງທີ່ມີຊາຍແດນຕິດຈອດກັນຂອງສອງຝ່າຍ; ສືບຕໍ່ລົງເລິກການພົວພັນມິດຕະພາບ ລະຫວ່າງສະພາແຫ່ງຊາດລາວກັບສະພາປະຊາຊົນທົ່ວປະເທດຈີນ, ສູນກາງແນວລາວສ້າງຊາດກັບສະພາປຶກສາການເມືອງປະຊາຊົນທົ່ວປະເທດຈີນ, ເພີ່ມທະວີການແລກປ່ຽນການໄປມາຫາສູ່ກັນລະຫວ່າງອົງການກ່ຽວຂ້ອງ, ຊຸກຍູ້ການປະສານງານດ້ານນະໂຍບາຍ ແລະ ແລກປ່ຽນປະສົບປະການ, ຮ່ວມກັນເສີມຂະຫຍາຍບົດບາດອັນສຳຄັນໃນການຊຸກຍູ້ການສ້າງສາລະບອບສັງຄົມນິຍົມຂອງສອງປະເທດ ແລະ ການເສີມຂະຫຍາຍສາຍພົວພັນ ລາວ-ຈີນ; ໃນຂົງເຂດເສດຖະກິດ-ການຄ້າ ສືບຕໍ່ຍຶດໝັ້ນຫລັກການສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເນັ້ນໜັກປະສິດທິຜົນຕົວຈິງ, ຫລາຍຮູບຫລາຍແບບ ແລະ ພ້ອມກັນພັດທະນາ, ເປີດກວ້າງບໍລິມາດການຮ່ວມມືທີ່ເປັນຮູບປະທຳ, ຍົກສູງລະດັບ ແລະ ຄຸນນະພາບໃນການຮ່ວມມື.
ເພີ່ມທະວີການປະສານສົມທົບໃນດ້ານຍຸດທະສາດໃນການພັດທະນາ ແລະ ຮ່ວມມືໃນດ້ານການຜະລິດ, ຊຸກຍູ້ຍຸດທະສາດ ໜຶ່ງແລວທາງ ໜຶ່ງເສັ້ນທາງຂອງຈີນ ແລະ ຍຸດທະສາດ ການປ່ຽນຈາກປະເທດທີ່ບໍ່ມີຊາຍແດນຕິດຈອດທະເລເປັນປະເທດເຊື່ອມຈອດເຊື່ອມໂຍງກັບພາກພື້ນ ແລະ ສາກົນຂອງລາວ, ການປະສານສົມທົບລະຫວ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ຂອງລາວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ XIII ຂອງຈີນ; ປະສານສົມທົບກັນຢ່າງແໜ້ນແຟ້ນໃນການສ້າງແຜນແມ່ບົດການຮ່ວມມືກ່ຽວກັບການຮ່ວມກັນຊຸກຍູ້ຂໍ້ລິເລີ່ມ ໜຶ່ງແລວທາງ ໜຶ່ງເສັ້ນທາງໃຫ້ສໍາເລັດໂດຍໄວ, ນຳໃຊ້ມາດຕະການຕົວຈິງ ເພື່ອຊຸກຍູ້ການຮ່ວມມືໃນຂະແໜງການຜະລິດ ແລະ ການລົງທຶນຂອງສອງປະເທດ.
ເສີມຂະຫຍາຍຢ່າງເຕັມສ່ວນບົດບາດຂອງຄະນະກຳມະການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ເຕັກນິກ ລາວ-ຈີນ ແລະ ກົນໄກການຮ່ວມມືອື່ນໆ, ເພີ່ມທະວີການປະສານງານຢ່າງຄົບຊຸດໃນການຮ່ວມມືໃຫ້ເປັນຮູບປະທຳໃນຂົງເຂດຕ່າງໆຂອງສອງຝ່າຍ; ຊຸກຍູ້ສືບຕໍ່ເຊັນແຜນແມ່ບົດການຮ່ວມມືດ້ານເສດຖະກິດ-ເຕັກນິກ ລາວ-ຈີນ ສົກປີ 2016-2020, ກຳນົດເປົ້າໝາຍ, ຂົງເຂດຈຸດສຸມ ແລະ ບັນຊີບັນດາໂຄງການຂອງການຮ່ວມມືສອງຝ່າຍ.
ຮັບປະກັນການຈັດຕັ້ງຜັນຂະຫຍາຍໂຄງການໃຫຍ່ທີ່ສຳຄັນໃນການຮ່ວມມືໃຫ້ດຳເນີນໄປດ້ວຍດີ; ຊຸກຍູ້ການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ, ສ້າງຕັ້ງບໍລິສັດຮ່ວມທຶນ ແລະ ວຽກງານກ່ຽວຂ້ອງໃນການຈັດຕັ້ງປະຕິບັດໂຄງການໃຫ້ໄດ້ດີ; ຊູກຍູ້ໂຄງການກໍ່ສ້າງເຂດພັດທະນາກວມລວມໄຊເສດຖານະຄອນຫລວງວຽງຈັນໃຫ້ມີຄວາມຄືບໜ້າໃໝ່. ຝ່າຍຈີນສົ່ງເສີມ ແລະ ສະໜັບສະໜູນບັນດາວິສາຫະກິດ ທີ່ມີຄວາມສາມາດ ແລະ ຄວາມເຊື່ອຖື ເພື່ອສ້າງຕັ້ງເຂດຮ່ວມມືເສດຖະກິດ-ການຄ້າ ຢູ່ ສປປ ລາວ; ຝ່າຍຈີນຍິນດີຈະແບ່ງປັນປະສົບການໃນການສ້າງເຂດເສດຖະກິດພິເສດ ແລະ ເຂດເສດຖະ ກິດ-ເຕັກນິກພັດທະນາໃໝ່ໃຫ້ຝ່າຍລາວ; ເລັ່ງລັດຊຸກຍູ້ການສ້າງເຂດຮ່ວມມືເສດຖະກິດບໍ່ເຕັນ-ບໍ່ຫານ ລາວ-ຈີນ, ຊຸກຍູ້ການເສີມຂະຫຍາຍທ່າແຮງດ້ານເສດຖະກິດຂອງສອງປະເທດ ແລະ ເອື້ອອຳນວຍໃຫ້ແກ່ການຄ້າ-ການລົງທຶນ ແລະ ການໄປມາຫາສູ່ກັນຂອງປະຊາຊົນສອງປະເທດ.
ສືບຕໍ່ດຳເນີນການຮ່ວມມືໃນຂົງເຂດພະລັງງານ, ຝ່າຍຈີນ ສົ່ງເສີມ ແລະ ສະໜັບສະໜູນໃຫ້ວິສາຫະກິດ ແລະ ອົງການການເງິນ-ການທະນາຄານຂອງຈີນເຂົ້າຮ່ວມຍຸດທະສາດແຫ່ງການພັດທະ ນາດ້ານພະລັງງານຂອງລາວ, ຜັນຂະຫຍາຍສັນຍາການຮ່ວມມືລົງທຶນທີ່ໄດ້ລົງນາມກັນແລ້ວໃຫ້ໄດ້ດີ ເພື່ອບັນລຸການສ້າງລາຍຮັບຮ່ວມກັນທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ມີການພັດທະນາຢ່າງຍາວນານ.
ເພີ່ມທະວີການແລກປ່ຽນບົດຮຽນໃນຂະແໜງການກະສິກຳ, ສືບຕໍ່ຮ່ວມມືໃນການເຝິກອົບຮົມຊັບພະຍາກອນມະນຸດ, ຊຸກຍູ້ການຮ່ວມມືການຄ້າຂາຍຜົນຜະລິດກະສິກຳສະອາດ, ສືບຕໍ່ເພີ່ມທະວີການຮ່ວມມືໃນດ້ານຕ່າງໆເຊັ່ນ: ການກວດກາ ແລະ ກັກກັ້ນສຸຂະນາໄມພືດ ແລະ ສັດ, ການປ້ອງກັນຄວບຄຸມພະຍາດສັດ-ພືດພັນຂ້າມແດນ, ນໍາໃຊ້ເຕັກນິກໃນຂົງເຂດກະສິກໍາໃນການເພາະແນວພັນ, ເຄື່ອງກົນຈັກອຸປະກອນກະສິກຳ, ການຄົ້ນຄວ້າ ແລະ ພັດທະນາແຫລ່ງພະລັງງານມາຈາກທາດຊີວະມວນຂອງພືດ ແລະ ສັດ ແລະ ການຮ່ວມມືໃນຂົງເຂດອື່ນໆ.
ເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັກສາການໄປມາຫາສູ່ກັນຂອງການນຳຂັ້ນສູງ ແລະ ເປີດກວ້າງການຮ່ວມມືທີ່ເປັນຮູບປະທຳລະຫວ່າງສອງກອງທັບ, ເພີ່ມທະວີການຮ່ວມມືແລກປ່ຽນແບບມິດຕະພາບ ຮັກສາຄວາມສະຫງົບຕາມຊາຍແດນ, ການເຝິກອົບຮົມພະນັກງານ, ການເຝິກແອບການທະຫານ, ວຽກງານການເມືອງ ແລະ ການຮ່ວມມືແລກປ່ຽນໃນຂົງເຂດອື່ນໆ, ເພີ່ມທະວີການສະໜັບສະໜູນເຊິ່ງກັນ ແລະ ກັນໃນຂອບການຮັກສາຄວາມປອດໄພຫຼາຍຝ່າຍ.
ເພີ່ມທະວີການຮ່ວມມືໃນການຄຸ້ມຄອງຊາຍແດນ ແລະ ການຮ່ວມມືໃນການສ້າງຄວາມສາມາດໃນການປະຕິບັດກົດໝາຍ, ສະກັດກັ້ນ ແລະ ຕ້ານລັດທິກໍ່ການຮ້າຍ ແລະ ການກໍ່ອາດຊະຍາກຳຂ້າມຊາດ ເຊັ່ນ: ຢາເສບຕິດ, ການນຳໃຊ້ອິນເຕີເນັດ ແລະ ການຕົວະຕົ້ມຫລອກລວງທາງສື່ອອນລາຍ, ການຄ້າມະນຸດ ແລະ ອື່ນໆ ເພື່ອປົກປັກຮັກສາຄວາມປອດໄພແຫ່ງຊາດ ແລະ ຄວາມໝັ້ນຄົງທາງສັງຄົມຂອງສອງປະເທດ; ນໍາໃຊ້ມາດຕະການທີ່ມີປະສິດທິຜົນໃນການປົກປ້ອງຄວາມປອດໄພຂອງພົນລະເມືອງ, ອົງການຈັດຕັ້ງ ແລະ ໂຄງການກໍ່ສ້າງສຳຄັນຂອງກັນ ແລະ ກັນຢ່າງຈິງຈັງ ແລະ ເພີ່ມທະວີການຮ່ວມມືໃນຂອບກົນໄກການປະຕິບັດກົດໝາຍ ແລະ ຮັກສາຄວາມປອດໄພຕາມລຳແມ່ ນ້ຳຂອງ, ຕັ້ງໜ້າຊຸກຍູ້ການສ້າງສູນຮ່ວມມືປະຕິບັດກົດໝາຍ ແລະ ຮັກສາຄວາມປອດໄພຕາມລຳແມ່ນ້ຳຂອງ - ແມ່ນໍ້າລ້ານຊ້າງ ເຊິ່ງເປັນການປະກອບສ່ວນອັນໃໝ່ເຂົ້າໃນການປົກປັກຮັກສາສັນຕິ ພາບ ແລະ ຄວາມໝັ້ນຄົງຕາມລຳແມ່ນ້ຳດັ່ງກ່າວ ແລະ ພາກພື້ນ.
ເປີດກວ້າງການພົວພັນລະຫວ່າງປະຊາຊົນໃນຂົງເຂດວັດທະນະທຳ, ການສຶກສາ, ສາທາລະ ນະສຸກ, ກິລາ, ທ່ອງທ່ຽວ, ສື່ມວນຊົນ-ຂ່າວສານ ແລະ ຂົງເຂດອື່ນໆຂອງສອງຝ່າຍ ແລະ ດຳເນີນການຮ່ວມມືແລກປ່ຽນລະຫວ່າງອົງການຈັດຕັ້ງກຳມະບານ, ຊາວໜຸ່ມ, ແມ່ຍິງຂອງສອງປະເທດ; ເລັ່ງລັດລົງນາມສັນຍາແຜນປະຕິບັດງານຮ່ວມມືຂົງເຂດວັດທະນະທຳສົກປີ 2016-2018 ແລະ ຊຸກຍູ້ການດໍາເນີນວຽກງານຂອງສູນວັດທະນະທຳຈີນທີ່ ສປປ ລາວ; ຈັດຕັ້ງຜັນຂະຫຍາຍແຜນການຮ່ວມມືຂົງເຂດການສຶກສາ ຂອງສອງປະເທດໃຫ້ດີ, ຊຸກຍູ້ສອງຝ່າຍໃຫ້ມີການຮ່ວມມື ແລະ ແລກ ປ່ຽນໃນຂົງເຂດການສິດສອນພາສາຈີນ ແລະ ລາວ, ແລກປ່ຽນນັກຮຽນ-ນັກສຶກສາ ແລະ ການສ້າງໂຮງຮຽນຮ່ວມກັນ ແລະ ອື່ນໆ, ສືບຕໍ່ແລກປ່ຽນອາສາສະໝັກໜຸ່ມນ້ອຍ ແລະ ຮ່ວມກັນຈັດກິດຈະກຳໃນປີແຫ່ງການແລກປ່ຽນດ້ານການສຶກສາອາຊຽນ-ຈີນ ແລະ ເປີດກວ້າງການຮ່ວມມືລະຫວ່າງທ້ອງ ຖິ່ນຂອງສອງປະເທດ ໂດຍສະເພາະແມ່ນການຮ່ວມມືແລກປ່ຽນລະຫວ່າງບັນດາແຂວງທີ່ຢູ່ລຽບຕາມຊາຍແດນ, ເສີມຂະຫຍາຍຢ່າງເຕັມສ່ວນບົດບາດຂອງກົນໄກການຮ່ວມມືລະຫວ່າງບັນດາແຂວງພາກເໜືອຂອງລາວກັບແຂວງຢູນນານຂອງຈີນ; ປະສົມປະສານການດຳເນີນການຮ່ວມມືຕ້ານຢາເສບຕິດ ແລະ ພັດທະນາຂະແໜງການປູກພືດທົດແທນຢູ່ຕາມເຂດຊາຍແດນໃຫ້ຫຼາຍຂຶ້ນ.
ຝ່າຍຈີີນຢືນຢັນຄືນ ໃນການເຄົາລົບຄວາມເປັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ສປປ ລາວ. ຝ່າຍລາວຢືນຢັນຄືນ ໃນການຢຶດໝັ້ນນະໂຍບາຍປະເທດຈີນດຽວຢ່າງໜັກ ແໜ້ນ, ສະໜັບສະໜູນການພົວພັນສອງຝັ່ງທະເລໃຫ້ພັດທະນາໄປຢ່າງສັນຕິ ແລະ ສະໜັບສະໜູນພາ ລະກິດອັນສໍາຄັນໃນການທ້ອນໂຮມປະເທດຊາດຈີນ, ເດັດດ່ຽວຄັດຄ້ານທຸກການເຄື່ອນໄຫວໃນທຸກຮູບແບບທີ່ເປັນການແບ່ງແຍກ ໄຕ້ຫວັນເປັນເອກະລາດ”. 
ສອງຝ່າຍຕີລາຄາສູງຕໍ່ການຮ່ວມມືໃນວຽກງານຂອງພາກພື້ນ ແລະ ສາກົນຢ່າງມີປະສິດທິຜົນ ທັງໄດ້ຢືນຢັນຄືນວ່າຈະສືບຕໍ່ເພີ່ມທະວີການປະສານງານ ແລະ ສົມທົບກັນໃນຂອບກົນໄກພະຫຸພາຄີຕ່າງໆ ເຊັ່ນ: ອົງການສະຫະປະຊາຊາດ, ອົງການການຄ້າໂລກ, ກອງປະຊຸມ ອາຊີ-ເອີຣົບ, ກອງປະຊຸມສຸດຍອດອາຊີຕາເວັນອອກ, ຈີນ-ອາຊຽນ, ອາຊຽນ-ຈີນ-ຍີ່ປຸ່ນ-ເກົາຫລີໃຕ້, ເວທີປຶກສາຫາລືຂົງເຂດອາຊຽນ, ກົນໄກແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ການຮ່ວມມືໃນອະນຸພາກພື້ນແມ່ນໍ້າຂອງ ແລະ ກົນໄກຮ່ວມມືອື່ນໆ ເພື່ອປະກອບສ່ວນສຳຄັນໃນການປົກປັກຮັກສາສັນຕິພາບຄວາມໝັ້ນຄົງ ແລະ ການພັດທະນາຂອງພາກພື້ນ ແລະ ສາກົນ. ຝ່າຍຈີນ ສະໜັບສະໜູນການເປັນປະທານໝູນວຽນອາຊຽນຂອງ ສປປ ລາວ ໃນປີ 2016, ຍີນດີປະສານສົມທົບກັບຝ່າຍລາວໃນການຈັດກອງປະຊຸມຜູ້ນຳຂອງບັນດາປະເທດອາຊີຕາເວັນອອກ ແລະ ກອງປະຊຸມປິ່ນອ້ອມຕ່າງໆ. ຝ່າຍລາວຍິນດີຮ່ວມກັບຝ່າຍຈີນໃນການຈັດກິດຈະກຳ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງການເປັນຄູ່ຮ່ວມເຈລະຈາ ອາ ຊຽນ-ຈີນ ຄົບຮອບ 25 ປີ ໃຫ້ໄດ້ດີ, ຊຸກຍູ້ການພົວພັນ ອາຊຽນ-ຈີນ ໃຫ້ນັບມື້ນັບມີການພັດທະນາຢ່າງບໍ່ຢຸດຢັ້ງ. ສອງຝ່າຍເຫັນດີເປັນເອກະພາບນໍາກັນວ່າ ການປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມືເພື່ອການພັດທະນາໃນທະເລຈີນໃຕ້ແມ່ນສອດຄ່ອງກັບຜົນປະໂຫຍດລວມຂອງບັນດາປະເທດໃນພາກພື້ນ, ທັງຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີ ໂດຍຜ່ານການເຈລະຈາປຶກສາຫາລື, ປະຕິບັດຖະແຫລງການແຫ່ງການປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ; ປຶກສາຫາລືເທື່ອລະກ້າວ, ເປັນເອກະພາບກັນ ເພື່ອກ້າວໄປເຖິງການບັນລຸຫລັກການແຫ່ງການປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້ (COC) ໂດຍໄວ.

ໃນໄລຍະການຢ້ຽມຢາມ, ສອງຝ່າຍໄດ້ລົງນາມແຜນການຮ່ວມມືລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມູນິດຈີນ ໄລຍະສົກປີ 2016-2020, ສັນຍາວ່າດ້ວຍການຮ່ວມມືດ້ານເສດຖະກິດ-ເຕັກນິກ ລະຫວ່າງ ລັດຖະບານລາວ ແລະ ລັດຖະບານຈີນ, ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຊຸກຍູ້ການຮ່ວມມືໃນຂະແໜງການຜະລິດ ແລະ ການລົງທຶນ ແລະ ເອກະສານຮ່ວມມືອື່ນໆອີກ ລວມທັງໝົດຈໍານວນ 10 ສະບັບ.

No comments:

Post a Comment