Ad

Ad

10 May 2016

ມອບ-ຮັບໜ້າທີ່ເຈົ້າແຂວງສະຫວັນນະເຂດ

          ພິທີມອບ-ຮັບໜ້າທີ່ເຈົ້າແຂວງສະຫວັນນະເຂດຄົນໃໝ່ລະຫວ່າງທ່ານ ສຸພັນ ແກ້ວມີໄຊ ຜູ້ເກົ່າ ໄປຮັບໜ້າທີ່ໃໝ່ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ສັນຕິພາບ ພົມວິຫານ ຮອງເຈົ້າ ແຂວງຂຶ້ນເປັນເຈົ້າແຂວງສະຫວັນນະເຂດຜູ້ໃໝ່,ໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມາໂດຍການໃຫ້ກຽດ ເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ, ມີບັນດາການນໍາຫລັກແຫລ່ງຂອງແຂວງ ເຂົ້າຮ່ວມຢ່າງພ້ອມພຽງເພື່ອປະຕິບັດຕາມມະຕິຂອງກົມການເມືອງສູນກາງພັກ, ສະພາແຫ່ງຊາດ, ປະທານປະເທດ ແລະ ນາຍົກລັດຖະມົນຕີແຫ່ງ ສປປ ລາວ.
           ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີ, ຊຶ່ງກ່ອນອື່ນທ່ານໄດ້ ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ແຂວງສະຫວັນນະເຂດຍາດມາໄດ້ໃນໄລຍະຜ່ານມາ, ໂດຍສະເພາະເສດຖະກິດມີການຈະຫຍາຍຕົວຕໍ່ເນື່ອງສະເລ່ຍ 12% ຕໍ່ປີ, ການເກັບລາຍຮັບ ເຂົ້າງົບ ປະມານມີທ່ວງທ່າດີ, ການລົງທຶນຂອງພາກລັດ ແລະ ເອກະຊົນມີການເຕີບໃຫຍ່ຈະຫຍາຍຕົວສູງ, ເຂດຊົນນະບົດຫ່າງໄກສອກຫລີກໄດ້ຮັບການພັດທະນາ ແລະ ປັບປຸງດີຂື້ນເປັນລໍາດັບ, ອັນໄດ້ເຮັດ ໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເປັນກ້າວໆ, ພ້ອມທັງເນັ້ນໃຫ້ເຈົ້າແຈວງຄົນ ໃໝ່ພ້ອມໝູ່ຄະ ນະ, ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະຜົນງານທີ່ດີນັ້ນໃຫ້ເຕີບໃຫຍ່ມີຜົນສໍາເລັດກວ່າເກົ່າດ້ວຍ ການສືບຕໍ່ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງໃຫ້ສອດຄ່ອງ, ຢຶດຖືຫລັກການປະຊາທິປະໄຕ, ມີ ຄວາມສາມັກຄີຮັກແພງຊ່ວຍເຫລືອເຊິ່ງກັນ ແລະ ກັນ, ການວາງແຜນພັດທະນາແຂວງຕ້ອງ ໃຫ້ແທດ ເໝາະກັບສະພາບເງື່ອນໄຂຕົວຈິງ ທັງມີປະສິດທິພາບ ແລະ ປະສິດທິຜົນສູງ ເພື່ອຕອບສະໜອງຄວາມ ຮຽກຮ້ອງຕ້ອງການຂອງການພັດທະນາ ແລະ ໜ້າທີ່ການເມືອງໃນໄລຍະໃໝ່

No comments:

Post a Comment