Ad

Ad

10 May 2016

ມອບ​-ຮັບ​ໜ້າທີ່ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ

    ໃນວັນທີ 9 ພຶດສະພາ ​​2016 ນີ້ທີ່ກະຊວງປ້ອງກັນປະເທດ, ໄດ້ຈັດພິທີມອບ-​ຮັບໜ້າທີ່​ລັດຖະມົນຕີກະຊວງປ້ອງກັນປະເທດຜູ້ໃໝ່ລະ ຫວ່າງທ່ານ ພົນໂທ ແສງນວນ ໄຊຍະລາດ ລັດຖະມົນຕີຜູ້ເກົ່າ ແລະ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີຜູ້​​ໃໝ່, ​ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດປະທານປະເທດແຫ່ງ ປປ ລາວ,ມີບັນດາຮອງລັດຖະມົນຕີ​,​ຄະນະນຳກະຊວງດັ່ງກ່າວ​​ເຂົ້າຮ່ວມຢ່າງພ້ອມພຽງ.

    ການມອບ-​ຮັບ ໜ້າທີ່ໃໝ່ໃນຄັ້ງນີ້ເປັນໄປຕາມການປັບປຸງກົງຈັກການຈັດຕັ້ງ ຂອງ ລັດຖະບານ ເຊິ່ງຜ່ານການເຫັນດີຈາກກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ VIII ທີ່ໄດ້ແຕ່ງຕັ້ງ ທ່ານ
ພົນໂທ ແສງນວນ ໄຊຍະລາດ ເປັນຮອງປະທານສະພາແຫ່ງຊາດ ແລະ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ເປັນລັດຖະມົນຕີກະຊວງປ້ອງກັນປະເທດ.​ທັງນີ້ເພື່ອສືບຕໍ່ຊີ້ນຳນຳພາ ວຽກງານປ້ອງກັນຊາໃຫ້ດີຂຶ້ນເລື້ອຍໆ.

No comments:

Post a Comment