Ad

Ad

11 May 2016

ເປີດຫຼັກສູດການລົງທຶນຢ່າງມືອາຊີບລາວຊຸດທີ 4

             ຫຼັກສູດ ແຜນລາຍການຝຶກອົບຮົມ-ການທະນາຄານ ເພື່ອການລົງທຶນຢ່າງມືອາຊີບລາວຊຸດທີ 4 ໄດ້ເປີດຂຶ້ນຢ່າງເປັນທາງ ການໃນຕອນເຊົ້າຂອງວັນທີ 7 ພຶດສະພາ ທີ່ອາຄານຕະຫຼາດຫຼັກຊັບລາວ ( ຕລຊລ ) ຫຼັງຈາກເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມືດ້ານວິຊາການກ່ຽວກັບການພັດທະນາຫຼັກສູດດັ່ງກ່າວ ລະຫວ່າງ ຕລຊລ ກັບ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິ ທະຍາໄລແຫ່ງຊາດ ແລະ ບໍລິສັດເອພີເອັມ-ລາວ ຈຳກັດໃນທ້າຍເດືອນເມສາຜ່ານມາ, ການຝຶກອົບ ຮົມຄັ້ງນີ້ ຈະໃຊ້ເວລາ 8 ອາທິດ ( ສິ້ນສຸດລົງໃນວັນທີ 6/6/2016 ) ໂດຍມີນັກຝຶກອົບຮົມທັງໝົດ 45 ຄົນ.

            ນັບແຕ່ປີ 2014 ເປັນຕົ້ນມາ 3 ພາກສ່ວນ ໄດ້ດໍາເນີນການຈັດຕັ້ງເປີດການຮຽນ-ການສອນຫຼັກສຸດດັ່ງກ່າວສໍາລັບບຸກຄົນທົ່ວໄປທີ່ຕ້ອງການໃບຢັ້ງຢືນວິຊາຊີບທຸລະກິດຫຼັກຊັບ ເພື່ອນໍາໄປປະກອບວິຊາຊີບທາງດ້ານນາຍໜ້າຄ້າຂາຍຫຼັກຊັບ  ໄດ້ຈັດຂຶ້ນ 3 ຊຸດແລ້ວ ໂດຍມີຜູ້ເຂົ້າຝຶກອົບຮົມທັງໝົດ 179 ຄົນ ໃນນີ້ສາມາດສອບຜ່ານຫຼັກສູດໄດ້ພຽງແຕ່ 64 ຄົນ ແລະ ມາເຖິງມື້ນີ້ໄດ້ຜ່ານການຝຶກອົບຮົມໃນຫຼັກສູດດັ່ງກ່າວແລ້ວ 4 ຊຸດ, ແຕ່ຊຸດປະຈຸບັນນີ້ ຈະສອບຜ່ານເທົ່າໃດນັ້ນ ຍັງລໍຄອຍຜົນການສອບເສັງໃນຕົ້ນເດືອນມິຖຸນາ ເຊິ່ງຫຼັກສູດນີ້ແມ່ນເອົາຈິງເອົາຈັງໂດຍບໍ່ມີນະໂຍບາຍຫຍັງ, ເສັງຕົກແມ່ນບໍ່ຜ່ານ ແນ ໃສ່ຍົກສູງຄຸນນະພາບເປັນຫຼັກ, ທັງນີ້ ເພື່ອເປັນການຈັດຕັ້ງປະຕິບັດການກໍ່ສ້າງຖັນແຖວພະນັກງານຕາມນະໂຍບາຍຂອງລັດ ຖະບານໃນດ້ານຕະຫຼາດທຶນຂອງ ສປປ ລາວ ແລະ ທັງເປັນການສ້າງບຸກຄະລາກອນມືອາຊີບຂອງຕະຫຼາດຫຼັກຊັບລາວໃນຍຸກເຊື່ອມໂຍງສາກົນ ແລະ ຍຸກ AEC.
             ທ່ານ ວັນຄໍາ ວໍຣະວົງ ຜູ້ອໍານວຍການໃຫຍ່ ຕລຊລ  ໄດ້ຢືນຢັນວ່າ: ວຽກງານຕະຫຼາດຫຼັກຊັບເປັນວຽກໃໝ່ ເຊິ່ງຕ້ອງການຄວາມຮູ້-ຄວາມເຂົ້າໃຈໃນວຽກງານດັ່ງກ່າວ, ສະນັ້ນ ເນື້ອໃນຂອງຫຼັກສູດຈະໃຫ້ປະໂຫຍດສູງສຸດແກ່ບັນດາທ່ານທີ່ເຂົ້າຮ່ວມເຝິກອົບຮົມ ເຊິ່ງປະກອບມີການນໍາສະເໜີກ່ຽວກັບພາບລວມການພັດທະນາຕະຫຼາດທຶນລາວ, ຄວາມສໍາຄັນຂອງວຽກງານກວດສອບພາຍນອກ, ກົດໝາຍວ່າດ້ວຍຫຼັກຊັບ ແລະ ລະບຽບການຕ່າງໆທີ່ກ່ຽວຂ້ອງກັບວຽກງານຫຼັກຊັບ ລວມໄປເຖິງການນໍາສະເໜີພາບລວມຂອງການພັດທະນາຕະຫຼາດທຶນຂອງປະເທດໄທ ແລະ ຜົນປະໂຫຍດຂອງການຈົດທະບຽນໃນຕະຫຼາດຫຼັບຊັບ.
             ຂະນະດຽວກັນ, ທ່ານ ຮຈ ສົມຈິດ ສຸກສະຫວັດ ຄະນະບໍດີຄະນະເສດຖະສາດ ແລະ ບໍລິ ຫານທຸລະກິດ ມະຫາ ວິທະຍາໄລແຫ່ງຊາດ ແລະ ທ່ານຜູ້ຊ່ວຍ ຮສ ນາງ ສຸດາ ປິຕາວັນ ຮອງຜູ້ອໍານວຍການໃຫຍ່ບໍລິສັດເອພີເອັມ-ລາວ ຈຳກັດ ໄດ້ ຜັດປ່ຽນກັນປະກອບຄໍາເຫັນເຖິງບັນຫາການພັດທະນາການຮຽນ-ການສອນ, ຄວາມໝາຍສໍາຄັນຂອງຫຼັກສູດແຜນລາຍການ ຝຶກອົບຮົມ-ການທະນາຄານ ເພື່ອການລົງທຶນຢ່າງມືອາຊີບລາວ ໂດຍຂໍຮ້ອງໃຫ້ບັນດານັກຝຶກອົບຮົມທັງຫຼາຍ ເອົາໃຈ ໃສ່ຄົ້ນຄ້ວາ ແລະ ສຶກສາ, ກໍາໃຫ້ໄດ້ບົດຮຽນທີ່ມີຫຼາຍອັນເປັນອັນໃໝ່, ເປັນສິ່ງທີ່ມີຄວາມຈໍາເປັນ ແລະ ຄວາມຕ້ອງການໃນລະບົບຕະຫຼາດທຶນ ແລະ ນໍາໄປໃຊ້ເຂົ້າໃນວຽກງານໃຫ້ເກີດຜົນປະໂຫຍດສູງສຸຸດໃນຕໍ່ໜ້າ.
           ທ່ານ ມິດສະຫວັນ ຫຼວງໂຄດປະວົງວຽງຄໍາ ປະທານບໍລິສັດຮ່ວມພັດທະນາກະສິກໍາຂາເຂົ້າ-ຂາອອກ ຈໍາກັດ ແລະ ບໍລິສັດ ຢູດີຟາມ ( UD ) ກ່າວວ່າ: ໃນໄລຍະນີ້ ບໍລິສັດຂອງຂ້າພະເຈົ້າ ໄດ້ກະກຽມຄວາມພ້ອມເຂົ້າຕະຫຼາດຫຼັກຊັບລາວໃນທ້າຍປີນີ້ ແລະໃນເດືອນ 6/2016 ຈະຍື່ນເອກະ ສານເພື່ອຂໍຂາຍຮຸ້ນ, ສໍາລັບການຝຶກອົບຮົມໃນເທື່ອນີ້ເພື່ອຍົກລະດັບຄວາມ ຮູ້ດ້ານຕະຫຼາດທຶນ, ດ້ານລະບຽບການ, ນິຕິກໍາ ແລະ ກົດໝາຍໃນການເຂົ້າເຂົ້າເປັນບໍລິສັດມະຫາຊົນ ທັງນີ້ແນໃສ່ເຮັດໃຫ້ບໍ ລິສັດຂອງຕົນມີຄວາມໝັ້ນຄົງ ແລະ ໄປຖືກລະບົບສາກົນ ເຮັດໃຫ້ບໍລິສັດຮັບການພັດທະນາ ແລະ ຂະ ຫຍາຍຕົວຍິ່ງໆຂຶ້ນ.
            ທາງດ້ານທ່ານ ຄໍານວນ ພົມມະຈັນ ຜູ້ປະກອບການຮ້ານຂາຍລົດ ອ້ອຍມະນີ ໄດ້ມີຄາດຫວັງວ່າ: ການຝຶກອົບຮົມກ່ຽວກັບຫຼັກດັ່ງກ່າວມີຄວາມສໍາຄັນ ແລະ ຈໍາເປັນໃນການດໍາເນີນທຸລະກໍາໃນຕະຫຼາດທຶນ, ໂດຍສະເພາະຈະເຂົ້າໃຈ ແລະ ມີຄວາມຮູ້ໃນດ້ານຕະຫຼາດເງິນ-ຕະຫຼາດທຶນຂອງລາວ, ພ້ອມນັ້ນ ຍັງຈະເຂົ້າໃຈຕື່ມກ່ຽວກັບເບື້ອງການເງິນ-ການລົງທຶນຕ່າງໆ ເພື່ອເປັນຄວາມຮູ້ຕິດຕາມໃຫ້ແກ່ການວາງແຜນໃນອະນາຄົດ ເຊິ່ງຈະສາມາດດໍາເນີນທຸລະກິດ ແລະ ໃຫ້ຄອບຄົວຕົນເອງສາ ມາດພັດທະນາຂຶ້ນໄດ້.       
            ປະຈຸບັນຕະຫຼາດທຶນລາວຢູ່ໃນໄລຍະເລີ່ມຕົ້ນ, ດັ່ງນັ້ນຈໍານວນ ແລະ ປະເພດຂອງຫຼັກຊັບຕະຫຼອດຈົນກົດໝາຍ, ກົດເກນ ແລະ ລະບຽບການ ອາດຍັງຈະບໍ່ຄວບຄຸມການດຳເນີນທຸລະກຳທາງການເງິນໃນຕະຫຼາດທຶນທັງໝົດ ແລະ ໄດ້ດໍາເນີນການອອກກົດເກນທີ່ຈະຮອງຮັບການເພີ່ມຜະລິດຕະພັນທາງການເງິນ, ພ້ອມກັບການພັດທະນາ ເພື່ອຍົກລະດັບຕະຫຼາດທຶນສູ່ມາດຕະຖານສາກົນ.

# ຂ່າວ-ພາບ:ຣັດສະໝີ ດວງສັດຈະ.

No comments:

Post a Comment