Ad

Ad

11 May 2016

ທົ່ວ​ປະ​ເທດ​ເກັບ​ກ່ຽວ​ມ້ຽນ​ມັດ​ເຂົ້ານາ​ແຊງ​ສຳ​ເລັດ​ແລ້ວ​ຫຼາຍ​ກວ່າ 69%

ກະຊວງກະສິກຳ ​​ແລະປ່າໄມ້ໃຫ້ຮູ້ວ່າ: ມາດຮອດຕົ້ນເດືອນພຶດສະພານີ້, ກະສິກອນທົ່ວປະເທດສາ ມາດເກັບກ່ຽວມ້ຽນມັດເຂົ້ານາແຊງຂອງຕົນສຳເລັດແລ້ວຫຼາຍວກ່ວາ 67 ພັນເຮັກຕາ, ​ເທົ່າກັບ 69 %​, ​ເນື້ອທີ່ປັກດຳທັງໝົດ 99 ພັນກວ່າເຮັກຕາ, ທຽບ​​ໃສ່ປີຜ່ານມາຖືວ່າຢູ່​​ໃນເກນປົກກະຕິແລະ ຄາດວ່າການເກັບກ່ຽວຈະສຳເລັດ 100% ​ໃນທ້າຍ​​ເດືອນນີ້,​ ສຳລັບການປູກພືດສະດູແລ້ງປີນີ້ມາດຮອດປັດຈຸບັນປູກ​​ໄດ້​​ແລ້ວຫຼາຍກວ່າ 136 ພັນ​​ເຮັກຕາ, ​ເທົ່າກັບ 84 % ຂອງເນື້ອທີ່ຄາດ​​ໄວ້,​ ພົົ້ນເດັ່ນແມ່ນບັນດາແຂວງພາກກາງປະຕິບັດໄດ້ແລ້ວຫຼາຍກວ່າ 64 ພັນເຮັດຕາ, ພາກເໜືອ 54 ພັນກວ່າເຮັກຕາແລະ ພາກໃຕ້ 16 ພັນກວ່າເຮັກຕາ, ສ່ວນພືດທີນິຍົມປູກຫຼາຍໃນປັດຈຸບັດແມ່ນພຶດຕະກຸນຖົ່ວ, ໝາກແຕງແລະ ພືດຜັກອາຍຸສັນທີ່ສາມາດປູກໄດ້ຫຼາຍຮອບວຽນ.

ກະຊວງດັ່ງກ່າວໃຫ້ຮູ້ອີກວ່າ: ປັດຈຸບັດຫຼາຍທ້ອງຖິ່ນທີ່ບໍ່ໄດ້​​ເຮັດນາ​​ແຊງກໍໄດ້​​ກະກຽມຜະລິດລະດູຝົນດ້ວຍການໄຖຮູດ​ ​ແລະ ຕົກກ້ານາປີແລ້ວສ່ວນໜຶ່ງ, ຂະນະທີ່ຂະແໜງກະສິກຳແລະ ປ່າໄມ້ກໍໄດ້ເອົາໃຈໃສ່ຮ່ວມກັບທ້ອງຖິ່ນສ້ອມແປງລະບົບຊົນລະປະທານ ແລະ ເໝືອງຝາຍເພື່ອຮັບປະກັນໃຫ້ແກ່ການສະໜອງນ້ຳ​​ໄດ້ຢ່າງທົ່ເຖິງແລະ ພຽງພໍຕະຫຼາດນັດແຮງງານ​ ​​ແລະ ການສຶກສາຄັ້ງທີ V ປະຈຳປີ 2016 ຈະຈັດຂື້ນໃນວັນທີ  20 ພຶດສະພານີ້​,ທີນະຄອນຫຼວງ ວຽງຈັນ ທ່ານ ຮອງສາສະດາຈານແກ້ວອຸດົມແສນສະຫວັດ ຮອງຄະນະບໍດີຄະນະວິສະວະກຳສາດ (ຄວສ) ມະຫາວິທະຍາໄລແຫ່ງຊາດໃຫ້ຮູ້ວ່າ: ຄະນະຂອງຕົນຈະຮ່ວມກັບສະພາການຄ້າແລະ ອຸດສະຫະກຳແຫ່ງຊາດແລະ ສະພາການຄ້າເລະ ອຸດສາຫະກຳເອຣົບປະຈຳລາວ ຈັດງານຕະຫຼາດນັດແຮງງານ​ ​ແລະ ການສຶກສາຄັ້ງທີ V ປະຈຳປີ 2016 ​ຂື້ນໃນວັນທີ 20 ພຶດສະພານີ້ທີຄະນະ ຄວສ ມະຫາວິທະຍາໄລແຫ່ງຊາດ,​ໂດຍຈະເລີ່ແຕ່ເວລາ  9 : 00 - 16 : 00 ​ໂມງ, ​ຊຶ່ງຈະມີຫຼາຍໆອັນພິເສດກວ່າທຸກໆປີຜ່ານມາ,​ເນື່ອງຈາກວ່າຈະມີນັກຮຽນມັດທະຍົມຕອນປາຍແລະ ສູນຝຶກວິຊາຊີບເຂົ້າຮ່ວມນຳດ້ວຍ,​ ເພື່ອຊ່ວຍເພື່ອສ້າງແຮງບັນດາໃຈໃຫ້ນັກຮຽນເຫຼົ່ານັ້ນມີແນວຄວາມຄິດແລະ ວາງແຜນສາຂາວິຊາຮຽນທີ່ຈະສາມາດເຮັດໃຫ້ເຂົາເຈົ້າໄດ້​​ເລືອກຮຽນສາຂາວິຊາຊີບທີ່ຈະໄດ້​​ເຮັດວຽກກັບບັນດາຫົວໜ່ວຍທຸລະກິດທີ່ຈະມາຮ່ວມໃນງານຄັ້ງນີ້ຫຼາຍກວ່າ 30 ບໍລິສັດ.

ຮອງຄະນະບໍດີຄະນະດັ່ງກ່າວໃຫ້ຮູ້ອີກວ່າ: ການຈັດຕະຫຼາດນັດ​​ແຮງງານເລະ ການສຶກສາຂື້ນແຕ່ລະຄັ້ງກໍເພື່ອເປັນການເປີດໂອກາດໃຫ້ນັກສຶກສາໃກ້ຈະຮຽນຈົບ, ຜູ້ໃຊ້ແຮງງານ,ຜູ້ອອກແຮງງານ, ຜູ້ທີ່ກຳລັງຊອກຫາວຽກ ແລະ ຜູ້ທີ່ຍາກປ່ຽນວຽກໃໝ່ໄດ້ມີໂອການເລືອກວຽກເຮັດຕາມທີ່ຕົນມັກ, ທັງເປັນການຊຸກຊູ້ສົ່ງເສີມໃຫ້ຜູ້ອອກແຮງງານໄດ້ເຂົ້າເຖິງຂໍ້ມູນຂ່າວສານດ້ານຕະຫຼາດແຮງງານໄດ້ຢ່າງກວ້າງຂວາງ​. ດັ່ງນັ້ນ ໃນໂອກາດນີ້ຈຶ່ງຂໍ​​ເຊີນຊວນນັກຮຽນນັກສຶກສາແລະ ຊາວຜູ້ອອກແຮງງານຜູ້ທີ່ຕ້ອງການຂໍ້ມູນຂ່າວສານ​​ໃນການ​​ເຮັດວຽກຈົ່ງເຂົ້າຮ່ວມໃນງານດັ່ງກ່າວດ້ວຍ.

No comments:

Post a Comment