Ad

Ad

11 May 2016

ການເກັບກ່ຽວເຊົ້ານາແຊງຂອງຊາວກະສິກອນເມືອງມະຫາໄຊຈະໃຫ້ສໍາເລັດ 100 % ໃນທ້າຍເດືອນນີ້

ທ່ານ ບຸນຍືນ ໄຊຍະລາດ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້, ເມືອງມະຫາໄຊ, ແຂວງຄຳມ່ວນ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ວ່າ : ການຜະລິດເຂົ້ານາແຊງປີສົກປີນີ້, ຖືວ່າເປັນປີໜຶ່ງທີ່ດິນຟ້າອາກາດບໍ່ເອື້ອອໍານວຍໃຫ້ແກ່ການຜະລິດເຂົ້ານາແຊງ . ເຊິ່ງເນື້ອທີ່ແຜນການປັກດໍາຕົວຈິງໃນທົ່ວເມືອງມີ 1.100 ເຮັກຕາ, ຄາດຄະເນຜົນຜະລິດ 5.600 ໂຕນ, ສະມັດຕະພາບໃຫ້ໄດ້ 5,09ໂຕນ​ / ເຮັກຕາ. ສໍາລັບການຜະລິດເຂົ້ານາແຊງປີນີ້ ແມ່ນພົບກັບສະພາບດິນຟ້າອາກາດບໍ່ເອື້ອອໍານວຍ. ສ່ວນແນວພັນ ທີ່ນໍາມາປູກປະກອບມີແນວພັນທ່າສະໂນ, ທ່າດອກຄໍາ 8 ແລະ  ທ່າດອກຄໍາ 11. ຖ້າມາສົມທຽບໃສ່ສະມັດຕະ ພາບປີນີ້ໃສ່ປີຜ່ານມາແມ່ນລຸດລົງເນື່ອງຈາກວ່າປີຜ່ານມານາແຊງ-ນາປີບວກກັນສະມັດຕະພາບສະເລ່ຍ
ຫົວຄົນໄດ້ ປະມານ 700 ກິໂລ / ຄົນ / ປີ ສ່ວນປີນີ້ຄາດຄະເນສະມັດຕະພາບນາແຊງທີ່ຍັງບໍ່ທັນໄດ້ຕີສະມັດຕະພາບ 600 ກວ່າກິໂລ / ຄົນ / ປີ ແຕ່ຜົນກະທົບຂອງມັນ ແມ່ນຍ້ອນບັນຫາດິນຟ້າອາກາດບໍ່ອໍານວຍກ່ຽວເຂົ້າກໍ່ຖືກຊ່ວງລະດູຝົນ ເຮັດໃຫ້ປະຊາຊົນທັງແລ່ນ, ທັງຫອບ, ທັງກ່ຽວມາເບິ່ງແລ້ວແມ່ນພົບກັບຄວາມຫຍຸ້ງຍາກ ມາເບິ່ງແລ້ວປັດຈຸບັນການ ກ່ຽວເຂົ້ານາແຊງປະຕິບັດໄດ້ແລ້ວ 80 % ຂອງເນື້ອທີ່ປັກດໍາຕົວຈິງຄາດວ່າອີກປະມານສອງອາທິດປະຊາຊົນຈະເລັ່ງ ໃຫ້ມັນແລ້ວ. ສ່ວນພືດລະດູແລ້ງແຜນການ 787 ເຮັກຕາແຕ່ທີ່ໄດ້ຈັດຕັ້ງປະຕິບັດປີນີ້ມີເນື້ອທີ່ປູກໝາຖົ່ວ , ໝາກ ແຕງ ແລະ ພືດຜັກອື່ນໆໄດ້ 777 ເຮັກຕາເທົ່າກັບ 90 % ຂອງເນື້ອທີ່ແຜນການຖືວ່າສະມັດຕະພາບ 3,4 ໂຕນ / ເຮັກຕາ. ນອກຈາກການປູກເຂົ້າແລ້ວຍັງໄດ້ຫັນໄປປູກພືດອິນຊີເຊິ່ງປະຈຸບັນໄດ້ຫັນໄປປູກທາງບ້ານນາໝາກບ້າປະກອບມີ 6 ຄອບຄົວໃນເນື້ອທີ່ 8,6 ເຮັກຕາດ້ວຍການໃສ່ຝຸ່ນທໍາມະຊາດ ແລະ ຢູ່ບ້ານແກ້ງສະຫວ່າງຈໍານວນ 15 ຄອບຄົວ. ຕາມແຜນການຂອງເມືອງຄາດຄະເນວ່າເມືອງມະຫາໄຊເປັນເມືອງໜຶ່ງຈະຜະລິດເຂົ້າເປັນສະບຽງອາຫານ. ປະຈຸບັນແມ່ນໄດ້ສົມທົບກັບຫຼາຍໂຮງສີ ແລະ ບໍລິສັດພ້ອມນັ້ນແມ່ນໄດ້ວາງແຜນການປັບປຸງເນື້ອທີ່ນາຄືນໃໝ່ເຮັດ ແນວໃດເພື່ອຍາດແຍ່ງເອົາເນື້ອທີ່ທີ່ມັນຮັບຮອງນ້ຳໄດ້ ແລະ ຈະໄດ້ຫັນລົງໃສ່ປູກພືດຕອບສະໜອງເຂົ້າໃຫ້ໄດ້ສົ່ງ ອອກໃຫ້ມັນຫຼາຍຂຶ້ນຕື່ມເພາະເມືອງມະຫາໄຊສ່ວນຫຼາຍແມ່ນເປັນທົ່ງຮາບເພາະການຕອບສະໜອງນ້ຳກໍ່ສະດວກ ເນື່ອງຈາກວ່ານ້ຳເທີນສອງໄດ້ປ່ອຍນ້ຳມາເຮັດໃຫ້ນ້ຳພຽງພໍຕໍ່ການຜະລິດ.

ແຜນການແລ້ວນາແຊງປີທີ່ຈະມາເຖິງນີ໊ຈະ ໄດ້ບຸກບືນຂຶ້ນຕື່ມໃນເນື້ອທີ່ໂຕໃດທີ່ມັນຕອບສະໜອງໄດ້ທັງນ້ຳເຮົາຈະໄດ້ລະດົມການປູກ. ນອກຈາກປູກນາແຊງ ແລ້ວເຮົາຈະໄດ້ປູກພືດຕື່ມເພື່ອແກ້ໄຂຄອບຄົວໃນເສດຖະກິດຂອງຄອບຄົວເຂົາເຈົ້າໃຫ້ມັນດີຂຶ້ນຕື່ມ

No comments:

Post a Comment