Ad

Ad

11 May 2016

ຜູ້ຮັບຜິດຊອບວຽກງານຝຣັ່ງໂກໂຟນິ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຫົວໜ້າຫ້ອງການພາກພື້ນອາຊີ-ປາຊີຟິກ ຂອງອົງການຝຣັ່ງໂກໂຟນີສາກົນ

          ໃນບ່າຍຂອງວັນທີ 9 ພຶດສະພານີ້, ທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ແລະ ທັງເປັນຜູ້ຮັບຜິດຊອບວຽກງານຝຣັ່ງໂກໂຟນີ, ໄດ້ຕ້ອງຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ເອຣິກ-ນໍມັງ ທີໂບ (M. Eric-Normand THIBEAULT), ຫົວໜ້າຫ້ອງການພາກພື້ນອາຊີ-ປາຊີຟິກ ຂອງອົງການຝຣັ່ງໂກໂຟນີສາກົນ (OIF), ຊຶ່ງໄດ້ມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນວັນທີ 8-10 ພຶດສະພາ 2016ນີ້,
          ໃນການພົບປະດັ່ງກ່າວ, ທ່ານ ລັດຖະມົນຕີຮັບຜິດຊອບວຽກງານຝຣັ່ງໂກໂຟນີ, ໄດ້ສະແດງຄວາມຍິນດີ ຕ້ອນຮັບຕໍ່ການມາຢ້ຽມຢາມດັ່ງກ່າວ ແລະ ໄດ້ຕີລາຄາສູງຕໍ່ການຊ່ວຍເຫລືອໃນຂອບໂຄງການສົ່ງເສີມການຮຽນ-ການສອນພາສາຝຣັ່ງ ແລະ ການຝຶກອົບຮົມດ້ານວິຊາຊີບ, ຕະຫລອດເຖິງການຍົກລະດັບຄວາມຮູ້ຄວາມສາມາດດ້ານວິຊາການໃຫ້ແກ່ບຸກຄະລາກອນລາວ ໃນຂະແໜງ ການຕ່າງໆເຊັ່ນ:
ການສຶກສາ, ສາທາລະນະສຸກ ແລະ ວັດທະນະທຳ. ການຊ່ວຍເຫລືອຕ່າງໆດັ່ງ ກ່າວ ແມ່ນໄດ້ປະກອບສ່ວນສຳຄັນໃຫ້ແກ່ການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ກໍຄືການສົ່ງເສີມສາຍພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ OIF ໃຫ້ແໜ້ນແຟ້ນຍິ່ງຂຶ້ນ, ດັ່ງນັ້ນສອງຝ່າຍຍິ່ງມີຄວາມຈຳເປັນໃນການເພີ່ມທະວີການຮ່ວມມືຊ່ວຍເຫລືອຊຶ່ງກັນ ແລະ ກັນ ໃຫ້ຫລາຍຂຶ້ນ.

          ທ່ານຫົວໜ້າຫ້ອງການພາກພື້ນດັ່ງກ່າວ ກໍໄດ້ສະແດງຄວາມຂອບອົກຂອບໃຈຢ່າງສູງ ຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງຝ່າຍລາວ ແລະ ໄດ້ຕີລາຄາສູງຕໍ່ຄວາມເອົາໃຈໃສ່ຢ່າງຕັ້ງນ້າຂອງ ສປປ ລາວ ໃນການເຂົ້າຮ່ວມວຽກງານຕ່າງໆຂອງອົງການຝຣັ່ງໂກໂຟນີສາກົນ ກໍຄືການພົວພັນຮ່ວມມືທີ່ດີ ໃນວຽກງານຕ່າງໆຂອງອົງການດັ່ງກ່າວ, ນອກນັ້ນ ຍັງໄດ້ສະແດງຄວາມຕັ້ງໃຈຈິງ ໃນການເສີມຂະ ຫຍາຍການພົວພັນຮ່ວມມືກັບ ສປປ ລາວ ຫລາຍຂຶ້ນ.

No comments:

Post a Comment