Ad

Ad

11 May 2016

ລາວ​ເຂົ້າຮ່ວມ​ກອງ​ປະຊຸມ​ປຶກສາ​ຫາລື​ສື່​ມວນ​ຊົນ​ອາ​ເຊັມວ່າ​ດ້ວຍ​ການ​ເຊື່ອມ​ຈອດ​ທີ່​ກວາງ​ໂຈ ສປ ຈີນ

           ທ່ານ ສົງການ ຫລວງມຸນິນທອນ ຫົວໜ້າກົມເສດຖະກິດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາເຊັມ ສປປ ລາວໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມປຶກສາຫາລືສື່ມວນຊົນອາເຊັມ ວ່າດ້ວຍການເຊື່ອມຈອດ (ASEM Media Dialogue on Connectivity) ​ເຊິ່ງໄດ້ຈັດຂຶ້ນໃນວັນທີ 9-10 ພຶດສະພາ 2016 ທີ່ກວາງໂຈ ສປ ຈີນໂດຍກະຊວງການຕ່າງປະເທດ, ສະພາແຫ່ງລັດວ່າດ້ວຍຂ່າວສານແລະ ນະຄອນກວາງໂຈເພື່ອປຶກສາຫາລື, ລະດົມແລະແລກປ່ຽນຄຳຄິດຄຳເຫັນຂອງບັນດານັກຂ່າວ, ນັກຄົ້ນຄວ້າ, ໜ່ວຍງານຄັງສະໜອງແລະ ວິຊາການດ້ານສື່ມວນຊົນຈາກທະ ວີບອາຊີ-​ເອີຣົບເພື່ອຊຸກຍູ້ແລະ ຜັນຂະຫຍາຍບົດບາດຂອງສື່ມວນຊົນດ້ານການເຊື່ອມຈອດອາເຊັມໃນຍຸກນະວັດຕະກຳເຕັກໂນໂລຊີແລະ ການໂຄສະນາເຜີຍແຜ່ຄວາມເຂົ້າໃຈກ່ຽວກັບການ​​ເປັນຄູ່ຮ່ວມມືຮອບດ້ານຂອງອາເຊັມ.

             ​ໃນກອງປະຊຸມດັ່ງກ່າວ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາເຊັມລາວໄດ້ປະກອບຄຳເຫັນໃນວາລະຄົບຄະນະ (Plenary session: ASEM Connectivity Today and Tomorrow) ກ່ຽວກັບບົດບາດຄວາມສຳຄັນຂອງການເຊື່ອມຈອດໃນການສົ່ງເສີມການຮ່ວມມືເສດຖະກິດແລະ ການພັດທະນາແບບຍືນຍົງ, ບົດບາດຂອງສື່ມວນຊົນໃນການຮ່ວມມືລະຫວ່າງສອງທະວີບດ້ານການເຊື່ອມຈອດແລະ ການສົ່ງເສີມຄວາມເຂັ້ມແຂງການຮ່ວມມືຂອງອາເຊັມທີ່ມີໝາກຜົນຕົວຈິງໃນອະນາ ຄົດໂດຍຜ່ານບັນດາແຜນງານແລະ ຂໍ້ລິເລີ່ມດ້ານການເຊື່ອມຈອດທີ່ມີປະສິດທິພາບຂອງສອງພາກພື້ນອາຊີ-​ເອີຣົບ. ພ້ອມດຽວກັນນັ້ນ ຕາງໜ້າຈາກຂະແໜງການສື່ມວນຊົນຂອງລາວກໍໄດ້ປະກອບຄຳເຫັນປຶກສາຫາລືໃນວາລະທີ 1 ກ່ຽວກັບບົດບາດແລະ ຄວາມສຳຄັນຂອງສື່ມວນຊົນຕໍ່ພາກເອກະຊົນ.
          ນອກຈາກນີ້, ທ່ານຫົວໜ້າເຈົ້າໜ້າທີ່ອາວຸໂສອາເຊັມ ສປປ ລາວໄດ້ພົບປະສອງຝ່າຍກັບເຈົ້າໜ້າທີ່ອາວຸໂສອາເຊັມ ສປ ຈີນແລະ ປາກິດສະຖານເພື່ອປຶກສາຫາລືບັນຫາຕ່າງໆທີ່ກ່ຽວຂ້ອງກັບການກະກຽມເນື້ອໃນສຳລັບກອງປະຊຸມສຸດຍອດອາເຊັມຄັ້ງທີ 11 ​ເຊິ່ງຈະຈັດຂຶ້ນໃນເດືອນກໍລະກົດ 2016 ນີ້.

           ຜົນສຳເລັດຂອງກອງປະຊຸມປຶກສາຫາລືສື່ມວນຊົນດັ່ງກ່າວແມ່ນຂໍ້ລິເລີ່ໃນການກຳນົດວິໄສທັດແລະ ທິດທາງດ້ານການຮ່ວມມືສື່ມວນຊົນອາເຊັມ ວ່າດ້ວຍການເຊື່ອມຈອດເພື່ອປະກອບສ່ວນໃຫ້ການສະເຫລີມສະຫລອງການສ້າງຕັ້ງອາເຊັມຄົບຮອບ 20 ປີແລະ ນຳ​​ໄປລາຍງານຮັບຮອງເອົາໃນກອງປະຊຸມເຈົ້າໜ້າທີ່ອາວຸໂສອາເຊັມ ທີ່ມົງໂກລີ.

No comments:

Post a Comment