ເຈົ້າໜ້າທີ່ພະແນກສືບສວນ-ສອບສວນນະຄອນຫລວງວຽງ ຈັນໃຫ້ຮູ້ວ່າ:
ໃນອາທິດຜ່ານມາ, ໄດ້ມີຊາວຕ່າງດ້າວເສຍ ຊີວິດ 3 ລາຍຄື: ເວລາປະມານ 14:00 ໂມງຂອງວັນທີ 6 ຕຸລາຜ່ານມາ,
ໄດ້ລົງກວດກາຊັນນະສູດຄົນເສຍຊີວິດຢູ່ໂຮງແຮມ ຊັງຈຽງຢູ່ບ້ານວັດໄຕນ້ອຍ ເມືອງສີໂຄດ ຕະບອງ
ນະຄອນຫລວງວຽງ ຈັນ ຜູ້ເສຍຊີວິດຊື່ທ້າວ ແບລນ ເຕີນໂຟ ເມີລີ ອາຍຸ 51 ປີສັນ ຊາດອັງກິດ ແລະ
ເວລາປະມານ 14:00 ໂມງຂອງວັນທີ 8 ຕຸລາ, ມີຜູ້ເສຍຊີວິດໃນເຮືອນຫ້ອງແຖວເຊົ່າຢູ່ເຂດບ້ານ ສົບໂຮງ
ເມືອງຫາດຊາຍຟອງ ຊື່ທ້າວ ຟາມ ດິງ ຮວນ ອາຍຸ 40 ປີສັນຊາດຫວຽດ ນາມ, ຕໍ່ມາເວລາປະມານ
12:00 ໂມງໄດ້ ຮັບແຈ້ງວ່າມີຜູ້ເສຍຊີວິດໃນເຮືອນຫ້ອງແຖວເຊົ່າຢູ່ເຂດ ບ້ານໂພນສະຫວາດ ເມືອງສີ
ໂຄດຕະບອງ ຜູ້ເສຍຊີວິດຊື່ທ້າວ ຫງວຽນ ກວັກ ຕວ່ນ
ອາຍຸ 44 ປີ ສັນຊາດຫວຽດນາມ, ເຊິ່ງຜ່ານການຊັນນະສູດຂອງເຈົ້າໜ້າທີ່ຊາວຕ່າງດ້າວທັງສາມແມ່ນ
ເສຍຊິວີດຍ້ອນຫົວໃຈຊຸດໂຊມກະທັນຫັນຊຶ່ງອາດເນື່ອງມາຈາກການນຳໃຊ້ສານເສບຕິດ.
No comments:
Post a Comment