ກົມຕຳຫລວດຈະລາຈອນ, ກະຊວງປ້ອງກັນຄວາມສະຫງົບໃຫ້ຮູ້ວ່າ:
ມີໂດຍ ສານໝາຍເລກ ທະບຽນ ບກ 0064 ກຳແພງ ນະຄອນພິກປີ້ນລົງຂ້າງທາງ ເລກ 13 ໃຕ້ໃນເຂດບ້ານຫ້ວຍ
ລຳພັນ, ແຂວງເຊກອງ ເມື່ອຕົ້ນອາທິດນີ້, ເຮັດໃຫ້ມີຜູ້ໂດຍ ສານ ໄດ້ຮັບບາດເຈັບ 10 ກວ່າຄົນນັ້ນ
ຍ້ອນຄວາມປະໝາດຂອງຜູ້ຂັບຂີ່, ເຊິ່ງລົດ ເມຄັນດັ່ງກ່າວແລ່ນມາແຕ່ແຂວງເຊກອງເພື່ອມຸ້ງ ໜ້າມານະຄອນຫລວງວຽງຈັນ,
ພໍມາຮອດຈຸດເກີດເຫດເສັ້ນທາງມີລັກສະນະເປັນໂຄ້ງຄ້ອຍຊັນບວກ ກັບຂັບຂີ່ດ້ວຍ ຄວາມໄວ ສູງເຮັດໃຫ້ບໍ່ສາມາດຄວບຄຸມລົດໄວ້ໄດ້້ຈຶ່ງເສຍຫລັກເຈືອກປີ້ນລົງ ຂ້າງ ທາງຢ່າງແຮງ,
ແຕ່ໂຊກບໍ່ມີຜູ້ເສຍຊີວິດ.
ເຈົ້າໜ້າທີ່ໃຫ້ຮູ້ວ່າ: ອຸປະຕິເຫດລົດເມປີ້ນເທື່ອນີ້ແມ່ນເປັນກໍລະນີທີສອງທີ່ເກີດຂຶ້ນໃນເດືອນນີ້,
ເຊິ່ງກ່ອນໜ້ານີ້ຄືວັນທີ 6 ຕຸລາ ກໍແມ່ນເກີດອຸປະຕິເຫດລົດເມພິກປີ້ນລົງຂ້າງທາງ 13 ໃຕ້ໃນເຂດບ້ານຫີນສິວ
ເມືອງຄົງເຊໂດນ ແຂວງສາລະວັນ, ເຊິ່ງ ເຮັດໃຫ້ມີຜູ້ໂດຍສານໄດ້ຮັບບາດເຈັບສີບກວ່າຄົນເຊັ່ນກັນ.
ຂະນະທີ່ໃນອາທິດຜ່ານມາທົ່ວປະເທດມີອຸປະຕິເຫດເກີດຂຶ້ນ
ແລ້ວ 60 ກວ່າກໍລະນີ, ມີຜູ້ເສຍຊີວິດ
10 ກວ່າຄົນ, ສາເຫດຕົ້ນຕໍຍັງແມ່ນເກີດ ຈາກການຂັບຂີ່ແບບປະໝາດ ເຊັ່ນ : ດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ,
ຂັບຂີ່ດ້ວຍຄວາມໄວສູງ, ລ່ວງປ້າຍຫ້າມ, ລ່ວງໄຟອຳນາດ ແລະ ອື່ນໆ ບວກກັບສະພາບເສັ້ນ ທາງໃນຕົວເມືອງ
ແລະ ທ້ອງຖິ່ນເກີດສະພາບເປ່ເພຊຸດໂຊມເປັນຂຸມເປັນບວກກໍແມ່ນສາເຫດໜຶ່ງພາໃຫ້ມີອຸປະຕິເຫດເພີ່ມ
ຂຶ້ນ, ສະນັ້ນ ຈຶ່ງຮຽກຮ້ອງໃຫ້ຜູ້ໃຊ້ລົດໃຊ້ຖະໜົນຂັບຂີ່ຢ່າງມີສະຕິ, ເຄົາລົບກົດລະບຽບຈະລາຈອນຢ່າງເຂັ້ມງວດເພື່ອຮັບປະ
ກັນຄວາມປອດໄພດ້ານຊີວິດ ແລະ ຊັບສີນຂອງຕົນກໍຄືສວນລວມ ແລະ ເຮັດໃຫ້ສະພາບອຸປະຕິເຫດບົນທ້ອງຖະໜົນຫລຸດ
ໜ້ອຍລົງ.
No comments:
Post a Comment