ທ້າວ ພົງສິລິ (ແອັດດີ້) ອາຍຸ 18 ປີຢູ່ບ້ານພູຄຳ
ເມືອງໄຊທານີ ນະຄອນ ຫລວງວຽງຈັນ ຖືກເຈົ້າໜ້າທີ່ ປກສ ເມືອງໄຊທານີ ຈັບຕົວມາດຳເນີນຄະດີໄດ້ ເມື່ອບໍ່ດົນມານີ້,
ຫລັງຈາກໄດ້ກໍເຫດລັກຄອມພິວເຕີໂນດບຸກ ຂອງນັກສຶກສາໃນ ຫໍພັກຕາມສະຖາ ບັນຕ່າງໆເຖິງ 8 ຄັ້ງ,
ຂະນະທີ່ພວມຂີ່ລົດຈັກເລາະໃນເຂດມະ ຫາວິທະຍາໄລແຫ່ງຊາດເພື່ອຊອກລົງມືລັກ ເປັນຄັ້ງທີ 9 ແຕ່ຖືກ
ເຈົ້າໜ້າທີ່ຈັບຕົວ ໄດ້ເສຍກ່ອນ.
ເຈົ້າໜ້າທີ່ໃຫ້ຮູ້ວ່າ: ພາຍ ຫລັງໄດ້ຮັບແຈ້ງຈາກນັກສຶກສາຕາມຫໍພັກຂອງ ຫລາຍສະຖາບັນວ່າຖືກຄົນຮ້າຍ ລັກຄອມພິວເຕີ
ເປັນຈຳນວນຫລາຍ, ຈຶ່ງໄດ້ຈັດ ກຳລັງເຈົ້າໜ້າທີ່ຂຶ້ນເປົ້າໝາຍຕິດຕາມຄົນຮ້າຍ ແລະ ສາມາດ ຮູ້ວ່າທ້າວ
ພົງສິລິ ແມ່ນໂຈນມື ກາວຕົວອັນຕະລາຍດັ່ງກ່າວ, ເຊິ່ງນັບແຕ່ເດືອນກັນຍາມານີ້ຜູ້ກ່ຽວໄດ້ລັກໂນດບຸກຈຳນວນ
8 ເຄື່ອງ, ໂດຍໃຊ້ວິທີສວຍໂອ ກາດເຂົ້າໄປລັກໃນຍາມນັກ
ສຶກສາຂຶ້ນຫ້ອງຮຽນ ແລະ ເອົາໄປຂາຍ ໃນລາຄາເຄື່ອງລະ
1 - 1,5 ລ້ານ ກີບ, ນອກຈາກນີ້, ຜູ້ກ່ຽວຍັງມີປະຫວັດພົວພັນ ຢາເສບຕິດນຳອີກ. ປັດຈຸບັນ, ເຈົ້າໜ້າທີ່ສາມາດນຳເກັບກູ້ຄອມພິວເຕີໂນດບຸກທີ່ຜູ້ກ່ຽວເອົາໄປ
ຂາຍມາໄດ້ 6 ເຄື່ອງແລ້ວ ແລະ ຈະແຈ້ງຫານັກສຶກສາຜູ້ເປັນເຈົ້າຂອງເດີມມາພົວພັນຮັບເອົານຳເຈົ້າໜ້າທີ່
ປກສ ເມືອງໄຊ ທານີ, ສ່ວນທີ່ຍັງເຫລືອຈຳ ນວນ 2 ເຄື່ອງແມ່ນຈະສືບຕໍ່ເກັບກູ້ມາໃຫ້ໄດ້ໂດຍໄວ.
No comments:
Post a Comment