ໂດຍຕອບສະໜອງຕາມຄຳ ເຊີນ ຂອງທ່ານ ຫງວຽນວັນເນນ ກຳມະການ ສູນກາງພັກ,
ລັດຖະມົນຕີຫົວໜ້າຫ້ອງວ່າການ ລັດຖະບານ ສສ. ຫວຽດນາມ ໃນລະຫວ່າງວັນທີ 8-10 ຕຸລານີ້, ດຣ.
ທ່ານ ສອນໄຊ ສີພັນດອນ ກຳມະການ ສູນກາງພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ສປປ ລາວ
ພ້ອມ ດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບຄະນະຫ້ອງ ວ່າການລັດຖະບານຫວຽດນາມ.
ໃນການພົບປະຄັ້ງນີ້ທັງສອງຝ່າຍກໍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ,
ການຮ່ວມມືແບບພິເສດຂອງສອງຫ້ອງວ່າ ການລັດຖະບານລາວ-ຫວຽດນາມໃນໄລຍະຜ່ານມາ ແລະ ຖືໂອກາດນີ້ທັງສອງຝ່າຍກໍໄດ້ລາຍງານສະພາບພົ້ນເດັ່ນໃນການຈັດ
ຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມພາຍໃນປະເທດຂອງຕົນໃຫ້ກັນຊາບພ້ອມນັ້ນ, ທັງສອງຝ່າຍກໍໄດ້ສະແດງ
ຄວາມຊົມເຊີຍຕີລາຄາສູງຕໍ່ຜົນສຳເລັດການຮ່ວມມືຂອງສອງຫ້ອງວ່າການລັດຖະບານໃນໄລຍະຜ່ານມາ, ອັນພົ້ນເດັ່ນແມ່ນ
ການຈັດຕັ້ງປະຕິບັດໂຄງການຮ່ວມມືໃນໄລຍະປີ 2011- 2013, ຊຶ່ງເປັນໂຄງການໜຶ່ງທີ່ນອນຢູ່ໃນ
10 ໂຄງການຊ່ວຍເຫລືອ ລັດຖະບານລາວຂອງລັດຖະບານຫວຽດນາມທີ່ຈັດຕັ້ງປະຕິບັດສຳເລັດຕາມແຜນການທີ່ໄດ້ວາງໄວ້
ແລະ ມີປະສິດທິຜົນ ສູງ. ນອກຈາກນັ້ນ ສອງຝ່າຍຍັງໄດ້ປຶກສາຫາລືແລກປ່ຽນບົດຮຽນປະສົບການໃນວຽກວຽກງານການເປັນເສນາທິການບໍລິການຮັບ
ໃຊ້ລັດຖະບານນາຍົກລັດຖະມົນຕີຜ່ານການພົບປະທັງສອງຝ່າຍຍັງໄດ້ເປັນເອກະພາບການວ່າຈະສືບຕໍ່ຮັກສາ
ແລະ ເສີມຂະ ຫຍາຍສາຍພົວພັນ, ຮ່ວມມືສາມັກຄີອັນເປັນມູນເຊື້ອທີ່ສອງພັກ, ສອງລັດໄດ້ຈັດຕັ້ງປະຕິບັດພ້ອມນັ້ນສອງຝ່າຍຈະສືບຕໍ່
ແລກປ່ຽນລະຫວ່າງຄະນະນຳ, ວິຊາການຂອງສອງຫ້ອງວ່າການຢ່າງເປັນປົກກະຕິ. ໃນຕໍ່ໜ້າຫ້ອງວ່າການລັດຖະບານຫວຽດ
ນາມຍັງຈະສືບຕໍ່ຊ່ວຍເຫລືອເຝິກອົບຮົມຍົກລະດັບດ້ານວິຊາການໃຫ້ພະນັກງານຫ້ອງວ່າການລັດຖະບານລາວກ່ຽວ
ກັບວຽກ ງານເສນາທິການ, ການຄຸ້ມຄອງຈໍລະຈອນເອກະສານ, ການຄຸ້ມຄອງບໍລິຫານເວບໄຊລັດຖະບານລາວ
ແລະ ຊ່ວຍຫ້ອງວ່າ ການລັດຖະບານລາວໃນການສ້າງລະບົບຊອບແວຄຸ້ມຄອງພະນັກງານ-ລັດຖະກອນຫ້ອງວ່າການລັດຖະບານລາວຖ້າຫາກ
ວ່າຫ້ອງວ່າການລັດຖະບານລາວມີຄວາມພ້ອມແລ້ວ.
ໃນໂອກາດດັ່ງກ່າວ, ທ່ານ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານລາວກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ລັດຖະ
ບານຫວຽດນາມເວົ້າລວມ, ເວົ້າ ສະເພາະກໍແມ່ນຫ້ອງວ່າການລັດຖະບານຫວຽດນາມທີ່ໄດ້ໃຫ້ການສະໜັບສະໜູນ
ແລະ ຊ່ວຍ ເຫລືອບໍ່ວ່າດ້ານທຶນຮອນກໍຄືວິຊາການ ແລະ ຫວັງຢ່າງຍິ່ງວ່າ ໃນຕໍ່ໜ້າກໍຈະໄດ້ຮັບການສະໜັບສະໜູນຕື່ມອີກ.
ໃນໄລຍະຢ້ຽມຢາມ ແລະ ເຮັດວຽກຢູ່ຫ້ອງວ່າການລັດຖະບານຫວຽດນາມນັ້ນຄະນະຫ້ອງວ່າການລັດຖະບານລາວຍັງ
ໄດ້ຢ້ຽມຢາມສູນຂໍ້ມູນຂ່າວສານເອເລັກໂຕຣນິກ ແລະ ພະແນກຄຸ້ມຄອງຈໍລະຈອນເອກະສານຂອງຫ້ອງວ່າການລັດຖະບານ
ຫວຽດນາມຕື່ມອີກ.
No comments:
Post a Comment