Ad

Ad

15 October 2014

ມີ 69 ບໍລິສັດໄດ້ຮັບອະນຸຍາດຂຸດຄົ້ນບໍ່ແຮ່ໃນລາວ



    ກະຊວງພະລັງງານ ແລະ ບໍ່ແຮ່ໃຫ້ຮູ້ວ່າ: ການລົງທືນໃນ ກິດຈະການບໍ່ແຮ່ຂອງ ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ມາຮອດປັດຈຸບັນມີ 69 ບໍລິສັດ ໄດ້ຮັບ ອະນຸຍາດຂຸດຄົ້ນບໍ່ແຮ່ໃນລາວຢ່າງເປັນທາງການຊຶ່ງໃນ ນັ້ນ, ປະກອບມີ 107 ກິດຈະ ການ, ມີເນື້ອທີ່ສຳປະທານທັງໝົດ 274.663 ເຮັກຕາ, ໄດ້ແບ່ງອອກ ເປັນ 2 ກຸ່ມຄື: ກຸ່ມທີ່ໄດ້ດຳເນີນ ການແລ້ວມີ 50 ບໍລິສັດ ແລະ ກຸ່ມ ກຳລັງກໍ່ສ້າງໂຮງງານ ແລະ ກຽມຂຸດຄົ້ນມີ 19 ບໍລິສັດ, ເພື່ອ ເຮັດໃຫ້ການຄຸ້ມຄອງບໍ່ແຮ່, ມີຄວາມຮັດ ກຸມ ແລະ ທັງເປັນການກະຕຸກຊຸກຍູ້ໃຫ້ບໍ່ດາບໍລິສັດທີ່ມີສັນຍາແລ້ວໄດ້ຮີບຮ້ອນຈັດ ຕັ້ງປະຕິບັດຕາມສັນຍາ, ໃນຜ່ານມາລັດ ຖະບານລາວຈຶ່ງໄດ້ດຳເນີນການກວດກາປະເມີນຜົນບັນດາກິດຈະການດັ່ງກ່າວ, ໂດຍ ໄດ້ນຳໃຊ້ 7 ຫຼັກການພື້ນຖານຈັດ ແບ່ງປະ ເພດຂອງໂຄງການ ແລະ ມາຮອດປັດຈຸບັນສາມາດ ປະເມີນຜົນໄດ້ແລ້ວ 57 ບໍລິສັດ   ( ບໍ່ລວມໂຄງການເຊັນສັ ນຍາໃໝ່ ) ສ່ວນທີ່ເຫຼືອແມ່ນກຳລັງ ດຳເນີນການກວດກາເພີ່ອໃຫ້ສຳເລັດຕາມແຜນ ການທີ່ວາງໄວ້.

    ກະຊວງພະລັງງານ ແລະ ບໍ່ແຮ່ໃຫ້ຮູ້ອີກວ່າ: ໃນສົກປີ 2013-2014 ຜ່ານມານີ້ລາວເຮົາ ສາມາດຜະລິດກະແສໄຟຟ້າໄດ້ ຫຼາຍກວ່າ 15 ພັນລ້ານກິໂລວັດ ໂມງ, ທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາເພີ່ມຂຶ້ນ 10,44%, ລື່ນແຜນການ 6,98%, ໃນນັ້ນ ຈຳໜ່າຍອອກຕ່າງປະເທດໄດ້ ກວ່າ 12.474 ລ້ານກິໂລວັດ  ໂມງ, ຕົກເປັນມູນຄ່າ 610,19 ລ້ານໂດລາ, ທຽບໃສ່ປີ ຜ່ານມາເພີ່ມຂຶ້ນ 18,08%, ລື່ນແຜນການ 14%, ສ່ວນການຈຳໜ່າຍພາຍ ໃນບັນລຸໄດ້ຫຼາຍກວ່າ 3.676 ລ້ານກິໂລວັດໂມງ, ຕົກເປັນມູນ ຄ່າມູນຄ່າ 314,17 ລ້ານໂດລາ, ເພີ່ມຂຶ້ນ 21,46 %.

No comments:

Post a Comment