ໃນວັນທີ 14 ຕຸລານີ້, ຢູ່ນະຄອນຫລວງວຽງຈັນ, ທ່ານ
ດຣ ນາງ ສູນທອນ ໄຊຍະຈັກ ລັດຖະມົນຕີຊ່ວຍວ່າການກະຊວງ ການຕ່າງປະເທດລາວ ແລະ ທ່ານ ໂທມາສ ເອ
ແຊນນັນ ທີ່ປຶກສາພິເສດຂອງລັດຖະມົນຕີຕ່າງປະເທດ ສ.ອາເມລິກາ, ໄດ້ ຮ່ວມກັນລົງນາມມອບ-ຮັບ
ໂຄງການພັດທະນາໂຄງລ່າງພື້ນຖານທັນສະໄໝ ຈຳນວນ 3 ໂຄງ ການ, ລວມມູນຄ່າ 1,7 ລ້ານ ກວ່າໂດລາສະຫະລັດ,
ໃນນັ້ນ ຂອງກະຊວງພະລັງງານ ແລະ ບໍ່ແຮ່ມີໂຄງການຄວາມປອດໄພຂອງເຂື່ອນ ແລະ ການຄວບຄຸມ ອຸທົກກະໄພທີ່ກ່ຽວພັນກັບການບໍລິຫານຈັດການ
ແລະ ດຳເນີນ ການຜະລິດຂອງເຂື່ອນໄຟຟ້າມີ ມູນຄ່າ 526 ພັນໂດລາສະ ຫະລັດ, ໂຄງການລະບາຍຕະກອນອອກຈາກເຂື່ອນມູນຄ່າ
499 ພັນໂດ ລາສະຫະລັດ, ສ່ວນກະຊວງກະສິກຳ- ປ່າໄມ້ແມ່ນ ໂຄງການສ້າງປຶ້ມຄູ່ມືເຕັກນິກເຂື່ອນໄຟຟ້າແບບຢືນຍົງເປັນມິດກັບປາມູນຄ່າ
750 ພັນໂດລາສະຫະລັດ,
ເຊິ່ງແມ່ນລັດຖະບານສະຫະລັດອາເມລິກາກໍຄືອົງການເພື່ອການຊ່ວຍເຫລືອຂອງສະຫະລັດອາເມລິ
ກາເປັນຜູ້ໃຫ້ທຶນ, ເຊິ່ງຈະຊ່ວຍຊຸກຍູ້ການ ພັດທະນາພື້ນຖານໂຄງລ່າງຂອງລາວໂດຍສະເພາະການພັດທະນາເຂື່ອນໄຟຟ້າ
ແລະ ການຄຸ້ມຄອງ ການຜະລິດໂດຍຄຳນຶງເຖິງ ຄວາມປອດໄພ, ການຄວບຄຸມອຸທົກກະໄພທີ່ກ່ຽວພັນກັບເຂື່ອນ
ແລະ ເຕັກນິກເຂື່ອນໄຟຟ້າ ທີ່ເປັນມິດກັບປາໂດຍການນຳ ໃຊ້ເຕັກນິກວິຊາການທີ່ທັນສະໄໝຂອງ ສ.ອາ
ເມລິກາເຂົ້າໃນການພັດທະນາໃນວຽກງານດັ່ງ ກ່າວຢູ່ລາວໃຫ້ມີຄວາມຍືນຍົງ.
No comments:
Post a Comment