Ad

Ad

15 October 2014

ຂະແໜງພະລັງງານຈະເປັນສ່ວນປະກອບສຳຄັນເພື່ອພາໃຫ້ປະເທດພົ້ນທຸກ



    ໃນອາທິດຜ່ານມາ, ທ່ານຮອງ ນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ, ໄດ້ລົງພົບປະໂອ້ລົມຄະນະນຳກະຊວງ ພະລັງງານ ແລະ ບໍ່ແຮ່ ເພື່ອໃຫ້ທິດທາງ ໃນການແກ້ໄຂບັນຫາຄົງ ຄ້າງຕ່າງໆ ແລະ ຊີ້ທິດການພັດທະນາຂອງຂະແໜງໄຟ ຟ້າໃນຕໍ່ໜ້າວ່າ: ນັບແຕ່ໃດມາຂະແໜງພະລັງງານ ແລະ ບໍ່ແຮ່, ໄດ້ຕັ້ງໜ້າຈັດຕັ້ງປະ ຕິບັດໜ້າທີ່ວຽກງານຂອງຕົນໄປຕາມ ທິດນະໂຍບາຍຂອງພັກ ແລະ ແຜນພັດທະ ນາເສດຖະກິດ-ສັງຄົມຂອງລັດໄດ້ດີຕະຫລອດມາ ແລະ ສິ່ງສຳ ຄັນແມ່ນບໍ່ເຄີຍ ສ້າງບັນຫາຫຍຸ້ງຍາກໃຫ້ການນຳພັກ ແລະ ລັດ ພວກເຮົາ, ແຕ່ແນວໃດກໍຕາມ, ໃນຕໍ່ໜ້ານີ້, ເພື່ອໃຫ້ບັນລຸແຜນ ພັດທະນາທີ່ ພັກ ແລະ ລັດວາງ ໄວ້ ແລະ ໃນຂະນະທີ່ປະເທດພວກເຮົາຈະເຂົ້າເປັນປະຊາຄົມ ເສດຖະກິດອາຊຽນ (AEC) ໃນປີ 2015 ນີ້, ຂະແໜງພະລັງງານ ຕ້ອງໄດ້ຮີບຮ້ອນການຄົ້ນຄວ້າເຈລະຈາຊື້-ຂາຍໄຟຟ້າກັບປະເທດສິງກະໂປ, ເນື່ອງຈາກວ່າ ຂະແໜງ ພະລັງງານຈະເປັນເຈົ້າການຫລັກໃນການເຮັດໃຫ້ປະເທດຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ດ້ອຍພັດທະນາ ໃນປີ 2020 ໄດ້, ພ້ອມທັງຊຸກຍູ້ບັນດາຂະແໜງການອື່ນໆຫັນທິດໄປສູ່ອຸດສະຫະກຳ ແລະ ທັນສະໄໝເທື່ອລະກ້າວ. ນອກຈາກ
ນີ້, ທ່ານຮອງນາຍົກ ສົມສະຫວາດ ເລັ່ງສະຫວັດ ຍັງໄດ້ແນະນຳໃຫ້ກວດຄືນບັນດາແຜນຍຸດທະສາດ ການພັດທະນາ ຂະແໜງ ການພະລັງງານເພື່ອໃຫ້ຮັບປະກັນດ້ານການຂະຫຍາຍຕົວທາງ ດ້ານເສດ ຖະກິດ, ການປົກປັກຮັກສາສິ່ງແວດລ້ອມ ແລະ ມີຄວາມ ຍືນຍົງ ແລະກວດຄືນຮູບແບບ ການລົງທຶນ ຂອງບັນດາໂຄງການຕ່າງໆເພື່ອຊອກໃຫ້ເຫັນວ່າໂຄງ ການໃດມີການພັດ ທະນາດີ ຫລື ສະແຫວງຫາ ສວຍໂອກາດ, ຂະນະດຽວກັນຕໍ່ຕ້ອງຮີບຮ້ອນສ້າງບຸກຄະລະກອນໄວ້ກຽມຮອງຮັບ ເພື່ອການຄຸ້ມ ຄອງພາຍຫລັງ ເຂື່ອນໄຟຟ້າຫລາຍແຫ່ງໝົດອາຍຸສຳປະທານ.

No comments:

Post a Comment