Ad

Ad

16 October 2014

ນັກທ່ອງທ່ຽວເຂົ້າຊົມບູຮານສະຖານໃນນະຄອນຫຼວງວຽງຈັນຫຼຸດລົງ



       ຕາມການໃຫ້ສຳພາດຂອງ ທ່ານ ພູວຽງ ໂພທິສານ ຮັກສາການຫົວໜ້າອຳ ນວຍການຫໍພິພິທະພັນນະຄອນຫຼວງວຽງຈັນ, ຕໍ່ນັກຂ່າວພວກເຮົາໃນວັນທີ 15 ຕຸລານີ້ວ່າ: ນັບແຕ່ເດືອນກໍລະກົດມ່ານີ້ຈຳນວນນັກທ່ອງທ່ຽວ ເຂົ້າຊົມບູຮານສະ ຖານໃນນະ ຄອນຫຼວງວຽງຈັນຄື ພະທາດຫຼວງ, ຫໍພະແກ້ວ, ວັດສີສະເກດ ມີນຳນວນຫຼຸດລົງຫຼາຍ, ຊຶ່ງໃນ 3 ເດືອນຜ່ານມາມີນັກທ່ອງ ທ່ຽວເຂົ້າຊົມພຽງ 82 ພັນກວ່າຄົນ, ໃນນີ້ເປັນນັກທ່ອງທ່ຽວຕ່າງປະເທດ 77 ພັນກວ່າຄົນ, ນັກທ່ອງ ທ່ຽວພາຍໃນ 5  ພັນ ກວ່າຄົນ, ສ້າງລາຍຮັບໄດ້ 400 ກວ່າ ລ້ານກີບ, ໃນນັ້ນສະເພາະພະທາດຫຼວງຫຼາຍກວ່າ 35 ພັນ ກວ່າຄົນ, ສ້າງລາຍຮັບ ໄດ້ປະມານ 170 ລ້ານກີບ, ຫໍພະແກ້ວມີ 32 ພັນກວ່າຄົນ, ສ້າງລາຍຮັບໄດ້ປະມານ 142 ລ້ານກີບ ແລະ ວັດສີສະເກດມີນັກ ທ່ອງທ່ຽວເຂົ້າຊົມພຽງ 15 ພັນຄົນ, ສ້າງລາຍຮັບໄດ້ປະມານ 93  ລ້ານກີບ, ທຽບໃສ່ໄລຍະດຽວ ກັນຂອງປີຜ່ານມາຖືວ່າຫຼຸດ ລົງຫຼາຍ, ນີ້ກໍເນື່ອງຈາກເປັນໄລຍະລະດູຝົນເຮັດໃຫ້ການເດີນທາງໄປມາຂອງນັກທ່ອງທ່ຽວ ພົບຄວາມຫຍູ້ງຍາກ ແລະ ສະພາບເສດຖະກິດຂອງລາຍປະເທດກໍບໍ່ຄ່ອຍເອື້ອອຳນວຍ, ແຕ່ເຊື້ອວ່ານັບແຕ່ທ້າຍເດືອນຕຸລາ ນີ້ເປັນຕົ້ນໄປຈຳນວນນັກທ່ອງ ທ່ຽວຈະກັບມາຄຶກຄື້ນອີກເທື່ອໜຶ່ງ.

No comments:

Post a Comment