ກົມອຸຕຸນິຍົມ ແລະ ອຸທົກກະສາດໃຫ້ຮູ້ວ່າ: ສະພາບອາກາດແຕ່ວັນທີ
15-18 ຕຸລານີ້, ບໍລິເວນຄວາມກົດດັນອາກາດສູງ ເຮັດໃຫ້ອາກາດເຢັນຈະມີກຳລັງປານກາງປົກຄຸມຢູ່ທົ່ວທຸກພາກຂອງລາວ
ແລະ ໃນວັນທີ 19-21 ຕຸລາ 2014, ຄວາມກົດດັນ ອາກາດສູງຂອງອາກາດຈະມີທ່າອ່ຽງອ່ອນກຳລັງລົງ,
ເຊິ່ງຈະເຮັດໃຫ້ສະພາບອາກາດໃນອາທິດຕໍ່ໜ້າຈະເຢັນຫາໜາວລົງຕື່ມ ອີກໃນແຕ່ລະພາກ ແລະ ຈະມີຝົນຕົກຟ້າຄະນອງກະຈາຍໃນລະດັບຄ່ອຍຫາປານກາງເປັນບາງໂອກາດຢູ່ບາງທ້ອງຖິ່ນ.
ສະພາບອາກາດໃນທ້າຍອາທິດນີ້ຫາຕົ້ນທິດໜ້າຈະໜາວລົງ,
ໂດຍສະເພາະຢູ່ແຂວງພາກເໜືອຫາພາກກາງດ້ານຕາເວັນ ອອກ ແລະ ເຂດພູພຽງບໍລິເວນປາກຊ່ອງອາກາດຈະໜາວເຢັນໃນຕອນເຊົ້າພ້ອມມີໝອກໜາປົກຫຸ້ມ
ແລະ ສຳລັບໃນໄລ ຍະກາງຫາທ້າຍອາທິດ (ວັນທີ 19-21 ຕຸລາ 2014), ສະພາບອາກາດຈະອຸ່ນຂຶ້ນ ແລະ
ອຸນຫະພູມຈະສູງຂຶ້ນຕື່ມ 1-3 ອົງສາ ແລະ ຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍ ແລະ ຕົກປານກາງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ,
ໂດຍສະ ເພາະໃນໄລຍະວັນທີ 17-21 ຕຸລານີ້.
No comments:
Post a Comment