ຮອງເຈົ້າຄອງນະຄອນຫຼວງວຽງຈັນກ່າວໃນງານສະເຫລີມສະຫລອງວັນຄູແຫ່ງ ຊາດເມື່ອທ້າຍອາທິດຜ່ານມາວ່າ:
ໃນໄລຍະຜ່ານມາການພັດທະນາການສຶກສາຢູ່ປະ ເທດເຮົາ, ເບິ່ງລວມແລ້ວໄດ້ປະສົບຜົນສຳເລັດຢ່າງໜ້າສັນລະເສີນແທ້,
ແຕ່ຖ້າ ທຽບໃສ່ຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ແລ້ວເຫັນວ່າຍັງມີບາງດ້ານຈະຕ້ອງ ໄດ້ເອົາໃຈໃສ່ແກ້ໄຂໃຫ້ດີຂຶ້ນກວ່າເກົ່າ
ເຊັ່ນ:ຄຸນນະພາບຂອງການສຶກສາຢູ່ປະເທດ ເຮົາຖ້າທຽບໃສ່ສາກົນກໍຄືບັນດາປະເທດເພື່ອນມິດໃກ້ຄຽງແມ່ນຍັງບໍ່ໄດ້ມາດຕະຖານສາ
ກົນເທື່ອ; ລະດັບການສຶກສາລະ ຫວ່າງຕົວເມືອງ ແລະ ຊົນນະບົດຍັງຫລຸດໂຕນກັນຫລາຍ, ຄົນບໍ່ຮູ້ໜັງສື
ແລະ ເດັກໃນເກນ ອາຍຸເຂົ້າຮຽນບໍ່ໄດ້ເຂົ້າໂຮງຮຽນ
ຍັງມີຫລາຍ, ສຳລັບນະຄອນຫລວງວຽງຈັນຄາດວ່າຮອດປີ
2015 ຈະໃຫ້ປະຊາຊົນຈົບມັດ ທະຍົມຕອນຕົ້ນ ແລະ ປີ 2020 ຈະໃຫ້ຈົບມັດທະຍົມຕອນປາຍເພື່ອເປັນການບັນລຸເປົ້າໝາຍດັ່ງກ່າວຂະແໜງການສຶກສາ
ຈະຕ້ອງມີຄວາມຮັບຜິດຊອບ, ໂດຍສະເພາະແມ່ນຕ້ອງເລັ່ງແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມ ເຊັ່ນ:
ບັນຫາສິ່ງເສບຕິດ, ໄພ ສັງຄົມໃນໝູ່ນັກຮຽນ, ຊຶ່ງເປັນບັນຫາທີ່ພວກເຮົາຕ້ອງໄດ້ພ້ອມກັນເອົາໃຈໃສ່ແກ້ໄຂ.
ຮອງເຈົ້າຄອງໃຫ້ຂໍ້ຄິດເຫັນຊີ້ນຳບາງບັນຫາທີ່ສຳຄັນວ່າ:
ເນັ້ນໃຫ້ຜູ້ບໍລິຫານການສຶກສາທຸກຂັ້ນ, ພະນັກງານ, ຄູອາຈານ ຈົ່ງເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຂອງຕົນຕໍ່ໜ້າທີ່ວຽກງານ
ແລະ ການຄົ້ນຄ້ວາຮ່ຳຮຽນ, ພັດທະນາຕົນເອງໃຫ້ມີ ຄວາມຮູ້, ຄວາມສາມາດ, ມີຄຸນສົມບັດ, ສິນທຳປະຕິວັດ,
ມີລະບຽບແບບແຜນ, ໃຫ້ສົມກັບຄຳ ທີ່ວ່າ: ຄູແມ່ນນັກວິສະວະ ກອນແຫ່ງດວງວິນຍານ, ຄູແມ່ນພໍ່ແມ່ນຜູ້ທີ່ສອງຂອງເດັກ
ແລະ ໃຫ້ສົມກັບເປັນຄູ-ອາຈານ ແລະ ນັກຮຽນຂອງນະຄອນ ຫລວງວຽງຈັນຢ່າງແທ້ຈິງ, ທັງໃຫ້ສົມກັບວ່ານະຄອນຫລວງວຽງຈັນແມ່ນໃຈກາງຂອງການສຶກສາແຫ່ງຊາດ;
ພ້ອມທັງຮຽກ ຮ້ອງມາຍັງພໍ່ແມ່ຜູ້ປົກຄອງເດັກ, ອຳນາດການປົກຄອງທຸກຂັ້ນ, ຈົ່ງໄດ້ເອົາໃຈໃສ່ດູແລເບິ່ງແຍງລູກຫລານຂອງຕົນໃຫ້ດີ,
ຮອດ ເກນອາຍຸເຂົ້າຮຽນແລ້ວຕ້ອງສົ່ງໄປຮຽນໜັງສື ແລະ ສືບຕໍ່ສົ່ງເສີມຈົນໄດ້ຮຽນຈົບ, ບໍ່ໃຫ້ອອກກາງປີຮຽນ,
ອຳນາດການປົກ ຄອງຈົ່ງເອົາໃຈໃສ່ປຸກລະດົມທົ່ວສັງຄົມ ແລະ ທຸກຊັ້ນຄົນໃຫ້ໄດ້ປະກອບສ່ວນເຂົ້າໃນວຽກງານການສຶກສາເພາະວ່າວຽກງານ
ການສຶກສາແມ່ນພາລະກິດຂອງທົ່ວປວງຊົນ. ການຂະຫຍາຍໂຮງຮຽນຂອງລັດ ແລະ ເອກະຊົນ, ການປຸກສ້າງ
ແລະ ສ້ອມ ແປງໂຮງຮຽນ, ການເບິ່ງແຍງຊີວິດການເປັນຢູ່ຂອງຄູ-ອາຈານໃຫ້ດີກວ່າເກົ່າ, ຊຶ່ງທັງໝົດນີ້ແມ່ນໜ້າທີ່ຂອງທົ່ວສັງຄົມເປັນ
ຜູ້ປະກອບສ່ວນຊ່ວຍເຫລືອຢ່າງຈິງຈັງ ແລະ ຂະແໜງສຶກສາ ແລະ ກິລາ ຕ້ອງເປັນເຈົ້າການປະຕິບັດຄາດໝາຍ
4 ບຸກທະລຸ ໃຫ້ປາກົດຜົນເປັນຈິງໃຫ້ສົມກັບເປັນເຫງົ້າພະລັງງານຂອງການພັດທະນາຊັບພະຍາກອນມະນຸດ.
No comments:
Post a Comment