Ad

Ad

29 August 2016

ໄຟຂຽວ ແລະ ໄຟແດງ ສຳລັບການຂາຍບໍລິການທາງເພດ ( ຄໍລຳ ເບິ່ງກວ້າງເຫັນໄກ )

# ວິເສດ ສະແຫວງສຶກສາ

     ບັນຫາທີ່ຢາກໃຫ້ເບິ່ງກວ້າງໆເຫັນໄກໆໄວ້ມື້ນີ້ ກໍຄືບັນຫາໂສເພນີ ຫລື ເວົ້າໃຫ້ຟັງມ່ວນຫູໜ້ອຍໜຶ່ງກໍແມ່ນເລື່ອງຍິງຂາຍບໍລິການວ່າຢູ່ບ້ານອື່ນເມືອງໄກນັ້ນເພິ່ນມີມາດຕະການແກ້ໄຂແນວໃດ. ເລື່ອງຂອງເລື່ອງທັງໝົດນີ້ສັງລວມມາຈາກຂ່າວທີ່ໄດ້ລົງພິມແລ້ວຢູ່ໜັງສືພິມເສດຖະກິດ ແລະ ໜັງສືພິມຜູ້ແທນປະຊາຊົນ ສຽງຂອງສະພາແຫ່ງຊາດ. ຂໍເລີ່ມຈາກມາດຕະການຢູ່ ສສ ຫວຽດນາມ. ໃນທ້າຍປີ 2014, ລັດຖະບານຫວຽດນາມໄດ້ປັບປຸງເນື້ອໃນຂອງລັດຖະບັນຍັດການລົງທຶນ ໂດຍໄດ້ກຳນົດຫ້າມລົງທຶນໃນ 11 ຂະແໜງທຸລະກິດ ແລະ ການບໍລິການ, ໃນນັ້ນລວມທັງການຄ້າປະເວນີ. ຄວາມຈຳເປັນທີ່ຕ້ອງໄດ້ເກືອດຫ້າມການບໍລິການທາງເພດນີ້ ກໍເພາະວ່າໄດ້ມີປາກົດການແອບແຝງຄ້າປະເວນີຕິດພັນກັບຂະແໜງບໍລິການເກມຫລິ້ນຕ່າງໆ ແລະ ກາຊິໂນທີ່ແຜ່ລາມຕາມເຂດຊາຍແດນຕິດກັບປະເທດໃກ້ຄຽງ. ການຕັດສິນໃຈຫ້າມບໍ່ໃຫ້ລົງທຶນໃສ່ຂະແໜງບໍລິການທີ່ພົວພັນກັບການຄ້າປະເວນີນີ້ ຍ່າງສວນທາງກັບທັດສະນະ ແລະ ຂໍ້ສະເໜີຂອງນັກວິຊາການ ແລະ ນັກສັງຄົມສາດຈຳນວນໜຶ່ງທີ່ພະຍາຍາມຊຸກຍູ້ໃຫ້ການຄ້າປະເວນີ
ຖືກຕ້ອງຕາມກົດໝາຍ ໂດຍອ້າງວ່າຈະຊ່ວຍໃຫ້ການຕິດຕາມຄວບຄຸມ ແລະ ປ້ອງກັນພະຍາດຕິດຕໍ່ທາງເພດໄດ້ດີກວ່າ. ນອກນັ້ນ ຍັງຈະຊ່ວຍກຳຈັດການຕົວະຍົວະຫລອກລວງ ກໍຄືການໃຊ້ຄວາມຮຸນແຮງທາງເພດອີກດ້ວຍ, ສ່ວນຢູ່ປະເທດຝຣັ່ງນັ້ນ. ຫວ່າງປີກ່ອນໆ ສະພາຜູ້ແທນລາສະດອນກໍໄດ້ລົງມະຕິຮັບຮອງເອົາຮ່າງກົດໝາຍຕໍ່ຕ້ານການຂາຍບໍລິການທາງເພດ ໂດຍເນັ້ນຕໍ່ຕ້ານເຄືອຂ່າຍຄ້າມະນຸດ ແລະ ກຳນົດຫ້າມຍິງຂາຍບໍລິການອອກມາຢືນແອະແອ່ນແບ່ນໂຕຢູ່ຕາມແຄມທາງ ເພື່ອຊັກຊວນອວນເອົາລູກຄ້າ ແລະ ຫ້າມບໍ່ໃຫ້ມີນາຍໜ້າທີ່ເກາະກິນລາຍຮັບຂອງຍິງບໍລິການ. ກົດໝາຍສະບັບນີ້ຍັງໄດ້ກຳນົດທິດຊ່ວຍເຫລືອຍິງຕ່າງປະເທດທີ່ໄປຂາຍບໍລິການຢູ່ຝຣັ່ງ ຖ້າຕ້ອງເລີກອາຊີບຂາຍມູນແມ່ນີ້. ການຂາຍບໍລິການທາງເພດຢູ່ປະເທດຝຣັ່ງນັ້ນເປັນເລື່ອງຖືກກົດໝາຍ ຍົກເວັ້ນກໍລະນີທີ່ມີສ່ວນພົວພັນກັບການຄ້າມະນຸດ, ການມີນາຍໜ້າ ແລະ ການຢືນຈ່າວຂາຍໂຕຕາມແຄມທາງ. ຍິງຂາຍບໍລິການທາງເພດຢູ່ຝຣັ່ງມີປະມານ 40.000 ຄົນ. ໂທດສຳລັບຜູ້ຊື້ບໍລິການທາງເພດທີ່ພົວພັນກັບຂໍ້ຫ້າມ (ຄ້າມະນຸດ) ກໍຄືຈະຖືກປັບໄໝເປັນເງິນສູງສຸດ 1.500 ຢູໂຣ (ເທົ່າກັບ 2.000 ໂດລາສະຫະລັດ). ຢູ່ເຢຍລະມັນມີຂ່າວໃນຕົ້ນເດືອນກຸມພາປີນີ້ວ່າ: ທາງການມີຄວາມພ້ອມແລ້ວທີ່ຈະອອກກົດໝາຍບັງຄັບໃຫ້ຜູ້ຊາຍທີ່ໄປທ່ຽວຍິງຂາຍບໍລິການທາງເພດຕ້ອງສຸບຖົງຢາງອະນາໄມທຸກຄັ້ງ. ເຈົ້າການໃນການກະກຽມຮ່າງກົດໝາຍດັ່ງກ່າວໄດ້ແກ່ກະຊວງກິດຈະກຳຄອບຄົວ, ຄົນອາຍຸສູງ, ແມ່ຍິງ ແລະ ເຍົາວະຊົນ. ກວ່າຈະກ້າວມາເຖິງຂັ້ນກຽມພ້ອມຮອບດ້ານນີ້ ໄດ້ມີການທາບທາມ ແລະ ຖົກຖຽງກັນມາຫລາຍທີ່ສຸດໃນທົ່ວສັງຄົມເຢຍລະມັນວ່າ ຄວນ ຫລື ບໍ່ຄວນມີກົດໝາຍນີ້, ແຕ່ສຸດທ້າຍກໍໄດ້ຮັບໄຟຂຽວ ເພາະການໃຊ້ຖົງຢາງອະນາໄມນັ້ນແມ່ນສ່ວນໜຶ່ງໃນຄວາມພະຍາຍາມຄຸ້ມຄອງປ້ອງກັນຜູ້ປະກອບອາຊີບຂາຍບໍລິການທາງເພດ. ຂໍ້ບັງຄັບປີກຍ່ອຍຈຳນວນໜຶ່ງໃນກົດໝາຍສະບັບນີ້ລວມມີ ຜູ້ຊາຍທຸກຄົນທີ່ໄປໃຊ້ບໍລິການຕ້ອງພົກຖົງຢາງອະນາໄມຕິດໂຕໄປພ້ອມ, ຖ້າບໍ່ມີຈະຖືກປັບໄໝ, ໂຮງໂສເພນີທຸກແຫ່ງຕ້ອງມີປ້າຍປະກາດຕິດເປີ້ເຈີ້ເຕືອນສະຕິໃຫ້ມີຖົງຢາງຕິດໂຕ, ຄຳຮ້ອງຂໍເປີດໂຮງໂສເພນີຕ້ອງຄັດຕິດປະຫວັດອາຊະກຳຂອງຜູ້ຂໍຮ້ອງໄປພ້ອມ, ຫ້າມຍິງຂາຍບໍລິການໃຊ້ຫ້ອງຂາຍບໍລິການເປັນບ່ອນນອນ (ໝາຍຄວາມວ່າ: ມີຫ້ອງນອນຕ່າງຫາກ-ຫ້ອງໃຫ້ບໍລິການຕ່າງຫາກ), ຍິງບໍລິການອາຍຸລະຫວ່າງ 18-21 ປີ ຕ້ອງໄປກວດສຸຂະພາບຖີ່ຂຶ້ນກວ່າເກົ່າ. ເຢຍລະມັນໄດ້ກຳນົດການຂາຍບໍລິການທາງເພດເປັນອາຊີບຖືກກົດໝາຍມາແຕ່ປີ 2002 ພຸ້ນ.

No comments:

Post a Comment