Ad

Ad

18 January 2017

ສ.ເກົາຫລີ ມອບລົດຮັບສົ່ງຄົນເຈັບ 2 ຄັນໃຫ້ລັດຖະບານລາວ

          ວັນທີ 16 ມັງກອນນີ້, ຢູ່ນະຄອນຫລວງວຽງຈັນ, ຕາງໜ້າລັດຖະບານ ສ.ເກົາຫລີ, ກໍຄືສະມາຄົມສິລະປະວັດທະນະທຳ ແລະ ມວນຊົນ ແຫ່ງ ສ.ເກົາຫລີ, ໂດຍແມ່ນທ່ານ  ກີມ ແທ ຮຶມ ສະມາຊິກລັດຖະສະພາ ສ.ເກົາຫລີ, ປະທານກຳມະທິການກະສິກຳ, ປະສຸສັດ ແລະ ການປະມົງ, ຮັກສາການສະມາຄົມມິດຕະພາບລັດຖະສະພາ ສ.ເກົາຫລີ-ລາວ, ໄດ້ນຳເອົາລົດຮັບ-ສົ່ງຄົນເຈັບ ຈຳນວນ 2 ຄັນ ລວມມີມູນຄ່າ 66.445 ໂດລາສະຫະລັດ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໂດຍທ່ານ ຄຳແພງ
ໄຊສົມແພງ ລັດຖະມົນຕີກະຊວງດັ່ງກ່າວ, ໄດ້ຕາງໜ້າໃຫ້ລັດຖະບານລາວ ຮັບເອົາລົດ 2 ຄັນດັ່ງກ່າວ ເພື່ອນຳໃຊ້ເຂົ້າໃນວຽກງານສາທາລະນະສຸກ ມີຄຸນນະພາບດີຂຶ້ນ.

          ທ່ານລັດຖະມົນຕີ ກ່າວວ່າ: ໄລຍະຜ່ານມາ, ສະມາຄົມສິລະປະວັດທະນະທຳ ແລະ ມວນຊົນ ສ.ເກົາຫລີ ກໍໄດ້ໃຫ້ການຊ່ວຍເຫລືອລາວຫລາຍຢ່າງເຊັ່ນ: ເຄື່ອງນຸ່ງຫົ່ມ, ເກີບ, ລົດນ້ຳມອດໄຟ, ພ້ອມອຸປະກອນອື່ນໆ ລວມມີມູນຄ່າເປັນຈຳນວນຫລາຍ ແລະ ໃນຄັ້ງນີ້ຖືເປັນໂອກາດສຳຄັນທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈະໄດ້ນຳເອົາເຄື່ອງຊ່ວຍເຫລືອນີ້ ໄປມອບໃຫ້ຂະແໜງສາທາລະນະສຸກ, ເພື່ອນຳໄປຮັບໃຊ້ສັງຄົມ ໃນກໍລະນີສຸກເສີນອື່ນໆ ໃຫ້ເກີດປະໂຫຍດສູງສຸດ.

No comments:

Post a Comment