Ad

Ad

18 January 2017

ລາວຈະກວດຄືນການນໍາໃຊ້ຊັບສີນຂອງລັດບໍ່ຖືກຕ້ອງ

ລັດຖະບານໄດ້ມອບໃຫ້ພາກສ່ວນກ່ຽວຂ້ອງນັບແຕ່ສູນກາງ ແລະ ທ້ອງຖິ່ນເກັບກໍາສະຖິຕິຊັບສີນທີ່ເປັນຂອງລັດຄືນທັງໝົດເພື່ອໃຫ້ຖືກຕ້ອງຄົບຖ້ວນ ແລະ ປະຕິບັດການມອບພັນທະໃຫ້ທ່ວງທັນຕາມກໍານົດເວລາ, ອັນສໍາຄັນແມ່ນຊອກໃຫ້ເຫັນບັນດາທີ່ດິນ, ສິ່ງປຸກສ້າງ ແລະ ອື່ນໆເປັນຂອງລັດທີ່ຖືກບຸກຄົນ ຫລື ນິຕິບຸກຄົນນໍາໃຊ້ເພື່ອຜົນປະໂຫຍດສ່ວນຕົວ.

             ບັນຫາດັ່ງກ່າວໄດ້ກໍານົດແຈ້ງໃນຄໍາແນະນໍາວ່າດ້ວຍການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາສົກປີ 2017 ຂອງລັດຖະບານ, ໂດຍລະບຸວ່າ: ລັດຖະບານໄດ້ມອບໃຫ້ບັນດາຂະແໜງການນັບ
ແຕ່ສູນກາງຮອດທ້ອງຖິ່ນເປັນເຈົ້າການເກັບກໍາສະຖິຕິ ແລະ ສັງລວມບັນຊີຊັບສີນທັງໝົດທີ່ຂຶ້ນກັບການຄຸ້ມຄອງຂອງຕົນ, ພ້ອມທັງເລັ່ງທວງການມອບພັນທະໃຫ້ຖືກຕ້ອງຄົບຖ້ວນຕາມລະບຽບກົດໝາຍ, ເພີ່ມທະວີການຕິດຕາມກວດກາການຄຸ້ມຄອງ ແລະ ນໍາໃຊ້ຊັບສີນຂອງລັດທີ່ບໍ່ຖືກຕ້ອງ ເປັນຕົ້ນ: ການລັກລອບຂຸດຄົ້ນ ແລະ ເຄື່ອຮຍ້າຍຊັບພະຍາກອນທໍາມະຊາດບໍ່ຖືກຕ້ອງ ເພື່ອດໍາເນີນມາດຕະການຮິບ, ປັບໄໝ ແລະ ມອບເຂົ້າງົບປະມານໃຫ້ຄົບຖ້ວນ, ເກັບກໍາຂໍ້ມູນສະຖິຕິທີ່ດິນ ແລະ ສິ່ງກໍ່ສ້າງຂອງລັດທີ່ບຸກຄົນ ຫລື ນິຕິບຸກຄົນນໍາໃຊ້ເຂົ້າໃນການດໍາເນີນທຸລະກິດເພື່ອສ້າງລາຍຮັບແຕ່ບໍ່ປະຕິບັດພັນທະໃຫ້ລັດ, ກວດຄືນຄ່າເຊົ່າສໍາປະທານທີ່ດິນລັດທີ່ເຫັນວ່າຍັງບໍ່ສອດຄ່ອງກັບອັດຕາທີ່ກໍານົດໄວ້ໃນລັດຖະບັນຍັດຂອງປະທານປະເທດ ເພື່ອມີມາດຕະການເລັ່ງທ່ວງໜີ້ຄ້າງມອບຄ່າເຊົ່າ, ສໍາປະທານໃຫ້ຄົບຖ້ວນທັນເວລາ, ຕິດຕາມເລັ່ງທ່ວງໜີ້ພັນທະໄມ້ທີ່ຍັງຄ້າງມອບຕາມສັນຍາ, ໃຫ້ມີການດໍາເນີນປະມູນຂາຍໄມ້ທີ່ຂຸດຄົ້ນອອກຈາກໂຄງການ, ໄມ້ຍຶດຄ້າງຢູ່ສະໜາມ II ເພື່ອຂາຍໃຫ້ບັນດາໂຮງງານປຸງແຕ່ງໄມ້ຕ່າງໆພາຍໃນປະເທດ, ພ້ອມທັງປະສານສົມທົບກັບຫ້ອງການຈັດຕັ້ງປະຕິບັດຄໍາຕັດສີນຂອງສານເພື່ອຕິດຕາມເອົາບັນດາຊັບສົມບັດທີ່ສານຕັດສີນເປັນຂອງລັດ ເຊັ່ນ: ເງິນ, ວັດຖຸມີຄ່າ, ທີ່ດິນ, ສິ່ງກໍ່ສ້າງ, ພາຫະນະ ແລະ ອື່ນໆ ເພື່ອຂຶ້ນບັນຊີລວມສູນຢູ່ຂະແໜງຄຸ້ມຄອງຊັບສີນຂອງລັດ ແລະ ມອບເຂົ້າງົບປະມານຕາມລະບຽບການ, ສ່ວນລາຍຮັບຈາກຂົງເຂດຕ່າງໆ ເຊັ່ນ: ລາຍຮັບຄ່າບິນຜ່ານ, ຈາກຂະແໜງກໍ່ສ້າງ ແລະ ພະລັງງານ, ຊັບພະຍາກອນທໍາມະຊາດ ກໍໃຫ້ກວດກາຄືນເພື່ອໃຫ້ຖືກຕ້ອງສອດຄ່ອງຕາມລະບຽບກົດໝາຍກໍານົດໄວ້. 

No comments:

Post a Comment