Ad

Ad

18 January 2017

ທາງຫລາຍສາຍໃນຕົວເມືອງສ້າງບໍ່ແລ້ວຍ້ອນຜູ້ຮັບເໝົາບໍ່ມີເງິນ

ພາບປະກອບ
  ປັດຈຸບັນ, ມີຫລາຍເສັ້ນທາງໃນຕົວເມືອງທີ່ການກໍ່ສ້າງບໍ່ມີຄວາມຄືບໜ້າ ແລະ ປະປ່ອຍແກ່ຍາວມາເປັນເວລາຫລາຍປີ, ຈົນເກີດມີສຽງວິພາກວິຈານຈາກສັງຄົມກໍຄືຜູ້ສັນຈອນໃຊ້ລົດໃຊ້ຖະໜົນ ແລະ ໃນກອງປະຊຸມສະໄໝທີ 2 ຂອງສະມາຊິກສະພານະຄອນຫລວງວຽງຈັນ ກໍໄດ້ຍິບຍົກເອົາບັນຫາການກໍ່ສ້າງເສັ້ນທາງຊັກຊ້າໃນຕົວເມືອງນີ້ຖາມຕໍ່ຂະແໜງການກ່ຽວຂ້ອງເພື່ອຊີ້ແຈງອະທິບາຍຄວາມເປັນຈິງກ່ຽວກັບສະພາບຄວາມລ້າຊ້າຂອງມັນ, ຊຶ່ງກໍໄດ້ຮັບຄໍາຕອບຈາກທ່ານ ເດດສົງຄາມ ທໍາມະວົງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນວ່າ:ເຫດຜົນອັນຕົ້ນຕໍແມ່ນບໍລິສັດຜູ້ຮັບເໝົາບໍ່ມີທຶນພຽງພໍ.

              ຈາກຄໍາຕອບຄືດັ່ງກ່າວ, ຈຶ່ງກາຍເປັນປະເດັນສົນໃຈຈາກສັງຄົມທັນທີວ່າ: ຖ້າບໍລິສັດຮັບເໝົາເຫລົ່ານັ້ນບໍ່ມີທຶນພຽງພໍແລ້ວເປັນຫຍັງຂະແໜງກ່ຽວຂ້ອງຈຶ່ງອະນຸຍາດໃຫ້ດໍາເນີນໂຄງການ?. ແນ່ນອນຄໍາຖາມນີ້ອາດຈະຕອບໄດ້ຍາກເພາະມັນອາດພົວພັນກັບຫລາຍຈຸດຫລາຍຂອດທັງໃນຕົວ ແລະ ນອກຕົວ. ຄືດັ່ງຮູ້ນໍາກັນແລ້ວວ່າ: ການຈະສ້າງເສັ້ນທາງສາຍໜຶ່ງ, ບໍ່ວ່າຈະເປັນທາງເບຕົງ ຫລື ປູຢາງກໍຕາມ ແມ່ນຕ້ອງໄດ້ໃຊ້ທຶນຮອນມະຫາສານສົມຄວນ, ໃນໄລຍະຜ່ານມາລັດຖະບານໄດ້ມີຫລາຍນະໂຍບາຍເພື່ອຊຸກຍູ້ສົ່ງເສີມໃຫ້ພາກເອກະຊົນເຂົ້າມາມີສ່ວນຮ່ວມໃນການພັດທະນາປະເທດ ກໍຄືການຈັດຕັ້ງປະຕິບັດໂຄງການລົງທຶນຕ່າງໆຂອງລັດໃນຫລາຍຮູບແບບ ເຊັ່ນ: ລັດຮ່ວມກັບເອກະຊົນ, ເອກະຊົນລົງທຶນກ່ອນແລ້ວລັດຊໍາລະພາຍຫລັງ, ເອກະຊົນລົງທຶນໂດຍກົງ 100% ແລະ ອື່ນໆ, ອັນໄດ້ເຮັດພື້ນຖານໂຄງລ່າງໄດ້ຮັບການປັບປຸງຍົກລະດັບດີຂຶ້ນເທື່ອລະກ້າວ, ແຕ່ຂະນະດຽວກັນກໍເຫັນວ່າມີບາງໂຄງການດໍາເນີນໄປຢ່າງຊັກຊ້າ, ມູນຄ່າກໍ່ສູງເກີນຂອບເຂດ, ບໍ່ມີປະສິດທິພາບ, ທັງສ້າງບັນຫາຫຍຸ້ງຍາກສັບສົນຕ່າງໆໃຫ້ພາກລັດ ແລະ ສຸດທ້າຍການຈັດຕັ້ງປະຕິບັດກໍບໍ່ໄປບໍ່ມາ, ຍ້ອນຜູ້ຮັບເໝົາໄດ້ມາແບບບໍ່ຖືກຂັ້ນຕອນ, ບໍ່ມີການປະມູນຕາມລະບຽບຫລັກການ ແລະ ບາງບໍລິສັດໄດ້ໂຄງການມາແລ້ວພັດນໍາໄປຂາຍຕໍ່ໃຫ້ກັບບໍລິສັດອື່ນເພື່ອເກງກໍາໄລ, ຜົນສຸດທ້າຍເຮັດໃຫ້ໂຄງການດັ່ງກ່າວບໍ່ມີປະສິດທິຜົນຄືດັ່ງຂະແໜງກວດກາພັກ-ລັດຖະບານສາມາດກວດພົບເຫັນຄວາມບໍ່ໂປ່ງໃສຕ່າງໆໃນການລົງທຶນຂອງລັດຈໍານວນໜຶ່ງໄລຍະຜ່ານມາ.
  ແນວໃດກໍຕາມ, ບັນຫາແບບນີ້ອາດຈະຖືກຈໍາກັດບໍ່ໃຫ້ມີອີກແລ້ວ, ພາຍຫລັງລັດຖະບານໄດ້ກໍານົດແຈ້ງວ່າຕໍ່ໄປນີ້ຈະບໍ່ອະນຸຍາດໃຫ້ຂະແໜງການຕ່າງໆເລືອກເອົາບໍລິສັດຮັບເໝົາທີ່ຂາດຄວາມສາມາດ ແລະ ບໍ່ໂປ່ງໃສມາຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດໂດຍເດັດຂາດ ແລະ ຕ້ອງຮັບ ປະກັນໃຫ້ໄດ້ບໍລິສັດທີ່ມີຄວາມສາມາດດ້ານວິຊາການ, ມີທຶນຮອນພຽງພໍ, ມີຄວາມຕັ້ງໃຈ ແລະ ບັນຫາສໍາຄັນຕ້ອງຮັບປະກັນການປະມູນຢ່າງໂປ່ງໃສ, ຍຸຕິທໍາຖືກຕ້ອງຕາມຂັ້ນຕອນ ແລະ ສອດຄ່ອງກັບນິຕິກໍາກ່ຽວຂ້ອງຕ່າງໆ ແລະ ໂຄງການໃດທີ່ມີການປະມູນບໍ່ຖືກຕ້ອງຕາມລະບຽບກົດໝາຍນັ້ນແມ່ນໃຫ້ໂມຄະທັນທີ, ທັງນີ້ກໍເພື່ອຮັບປະກັນໃຫ້ບັນດາໂຄງການພັດທະນາດັ່ງກ່າວມີຄຸນນະພາບສົມກັບການລົງທຶນຂອງລັດ.   

No comments:

Post a Comment