Ad

Ad

18 January 2017

ຫົວເຫວີຍມອບລາງວັນລົດໃຫຍ່ໃຫ້ລູກຄ້າຜູ້ໂຊກດີ


        ຫົວເຫວີຍໄດ້ຈັດກິດຈະກຳມອບໂຊກ 2 ຊັ້ນ ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ແຕ່ທ້າຍເດືອນສິງຫາ-ທັນວາ ປີ 2016 ຜ່ານມາ, ເພື່ອສົມມະນາບຸນຄຸນໃຫ້ກັບລູກຄ້າຜູ້ຊົມໃຊ້ຫົວເຫວີຍ, ໂດຍໃຫ້ລູກຄ້າຜູ້ທີ່ຊື້ໂທລະສັບລຸ້ນຂູດລະຫັດໃຕ້ກ່ອງທີ່ປະກອບມີຫລາຍລາງວັນເຊັ່ນ: ລົດໃຫຍ່ 1 ລາງວັນ, ລົດຈັກເວບ 5 ລາງວັນ, ສາຍຄໍຄຳ 2 ສະຫລຶງ 50 ລາງວັນ ແລະ ບັດຕື່ມມູນຄ່າໂທຫລາຍຮ້ອຍລາງວັນ, ຊຶ່ງປະກົດວ່າ: ຜູ້ໂຊກດີໄດ້ແກ່ທ່ານນາງ ຈັນຄຳ ພົນທອງສີ ອາຍຸ 43 ປີ, ຢູ່ບ້ານອຸດົມສິນ, ເມືອງ ແລະ ແຂວງຫລວງນ້ຳທາ ກາຍເປັນຜູ້ໂຊກດີໄດ້ຮັບລົດໃຫຍ່ FORD Fiesta 1 ຄັນ, ຊຶ່ງລາວໄດ້ຊື້ໂທລະສັບມືຖືສະມາດໂຟນຫົວເຫວີຍ ຮຸ່ນ GR5 2017 ໃນມູນຄ່າ 2.250.000 ກີບໃຫ້ລູກສາວ ແລະ ເປັນຜູ້ໂຊກດີດັ່ງກ່າວ

          ທ່ານ ຊູຈີຢອງ ອຳນວຍການຝ່າຍອຸປະກອນໂທລະສັບຂອງຫົວເຫວີຍປະຈຳລາວ ໄດ້ກ່າວວ່າ: ປີຜ່ານມາ, ຫົວເຫວີຍໄດ້ລົງທຶນມະຫາສານ ເຂົ້າໃນການຂະຫຍາຍຕະຫລອດ, ພັດທະນາບຸກຄະລາກອນ, ຈັດກິດຈະກຳສົ່ງເສີມການຂາຍ ແລະ ການບໍລິການຫລັງການຂາຍ ເພື່ອນຳເອົາສິ່ງທີ່ດີທີ່ສຸດໃຫ້ກັບຜູ້ບໍລິໂພກ ແລະ ຫວັງວ່າ ລູກຄ້າຂອງຫົວເຫວີຍຈະໄດ້ຮັບປະສົບການທີ່ດີດັ່ງກ່າວ ນອກນີ້ ຍັງຈະໄດ້ປັບປຸງຂອດບໍລິການລູກຄ້າໃຫ້ດີຂຶ້ນເທື່ອລະກ້າວ, ພ້ອມທັງສືບຕໍ່ສະໜັບສະໜູນກິດຈະກຳທີ່ດີສັງຄົມລາວໃຫ້ກວ້າງຂວາງຫລາຍຂຶ້ນ.

No comments:

Post a Comment