Ad

Ad

18 January 2017

ລະວັງ!!! ອັກຄີໄພໃນຊ່ວງເທດສະການປີໃໝ່ຈີນ-ຫວຽດນາມ

ໃນໄລຍະດຽວກັນຂອງປີຜ່ານມາ, ມີເຫດການໄຟໄໝ້ເກີດຂຶ້ນເປັນຈຳນວນບໍ່ໜ້ອຍຢູ່ນະ ຄອນຫລວງວຽງຈັນ ກໍຄືທົ່ວປະເທດ, ໂດຍສະເພາະເຮືອນຊານບ້ານຊ່ອງທີ່ມີຊາວຈີນ ແລະ ຫວຽດນາມອາໄສຢູ່, ຊຶ່ງເຂົາເຈົ້າຈະມີການສະເຫລີມສະຫລອງເທດສະການດັ່ງກ່າວດ້ວຍຫລາຍຢ່າງ, ນັບທັງການຕົ້ມເຂົ້າຕົ້ມ, ໄຕ້ທູບທຽນບູຊາ, ຊຶ່ງອາດຈະເກີດການຂາດສະຕິໃນການນຳໃຊ້ຟືນໄຟຕ່າງໆ.


   ເຈົ້າໜ້າທີ່ມອດໄຟ ນະຄອນຫລວງວຽງຈັນ ໄດ້ໃຫ້ທັດສະນະວ່າ: ໄລຍະນີ້ ເປັນໄລຍະເທດສະການປີໃໝ່ຊາວຈີນ ແລະ ຊາວຫວຽດນາມ, ເຊິ່ງມີການບູຊາ, ໄຫວ້ບັນພະບູລຸດ, ຈູດກະໂພ້ກ ແລະ ອື່ນໆ, ເພື່ອເປັນການຕ້ອນຮັບປີໃໝ່ຕາມປະເພນີຂອງເຂົາເຈົ້າທີ່ໄດ້ສືບທອດມາແຕ່ດົນນານ, ຖ້າທຸກຄົນບໍ່ເອົາ ໃຈໃສ່ ກໍອາດຈະເປັນຈຸດສ່ຽງກໍໃຫ້ເກີດອັກຄີໄພໄດ້ງ່າຍ, ແລະ ຖ້າທຸກຄົນມີສະຕິລະມັດລະວັງໃນການນຳໃຊ້ຟືນໄຟ, ໂດຍສະເພາະສຳເລັດພິທີໄຫວ້ ຫລື ບູຊາແລ້ວ ກໍໃຫ້ດັບມອດທູບທຽນທັນທີກໍຈະສາມາດສະກັດກັ້ນບໍ່ໃຫ້ເກີດອັກຄີໄພໄດ້ງ່າຍ ແລະ ໃນໂອກາດນີ້ ເບື້ອງເຈົ້າໜ້າທີ່ກໍເຕືອນທຸກຄົນຈົ່ງມີສະຕິເປັນຫູເປັນຕາຊ່ວຍກັນ ໃນການສອດຊ່ອງກຸ່ມຄົນບໍ່ດີທີ່ອາໄສຊ່ອງຫວ່າງກໍເຫດຄວາມບໍ່ສະຫງົບໃຫ້ບ້ານເມືອງ ຖ້າມີເຫດການບໍ່ດີ ກໍຈົ່ງຮີບຮ້ອນແຈ້ງອຳນາດການປົກຄອງບ້ານຂອງຕົນທັນທີເພື່ອປ້ອງກັນສິ່ງບໍ່ດີທີ່ຈະເກີດຂຶ້ນ ເຖິງວ່າໃນໄລຍະຜ່ານມາ ຢູ່ປະເທດເຮົາຍັງບໍ່ທັນມີເຫດການດັ່ງກ່າວເກີດຂຶ້ນ ນັ້ນກໍຍ້ອນຄວາມສາມັກຄີ, ເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ພ້ອມກັນສະກັດກັ້ນບໍ່ໃຫ້ມີສິ່ງຫຍໍ້ທໍ້ຮ້າຍແຮງໃດເກີດຂຶ້ນ.

No comments:

Post a Comment