Ad

Ad

18 January 2017

ສປຈີນ: ຜູ້ນຳຂອງໂລກາພິວັດຍຸກໃໝ່ ?

ໂດຍ: ມຶກບໍ່ແຫ້ງ
ເຖິງວ່າ ສປ ຈີນ ຍັງມີປະຊາກອນທີ່ທຸກຍາກປະມານ 70,17 ລ້ານຄົນໃນປີ 2014 ຂໍ້ມູນຈາກທະນາຄານ ໂລກ(WB), ແຕ່ນັກຊ່ຽວຊານຫຼາຍທ່ານກໍເປັນເອກະພາບກັນວ່າອີກບໍ່ດົນສປຈີນຈະກາຍ ເປັນຜູ້ນຳຂອງໂລ ກາພິວັດຍຸກໃໝ່, ເພາະສະນັ້ນຈຶ່ງເປັນທີ່ໜ້າສົນໃຈຢູ່ວ່າມີເຫດຜົນຫຍັງແດ່ທີ່ຈະຊ່ວຍໃຫ້ປະເທດດັ່ງກ່າວກາຍ  ມາເປັນປະເທດມະຫາອຳນາດຢ່າງແທ້ຈິງ ?.

ຈາກບົດຄົ້ນຄວ້າທີ່ໜ້າສົນໃຈຂອງກອງທຶນການເງິນສາກົນ (IMF) ໃຫ້ຮູ້ວ່າສປຈີນໄດ້ຮັບຜົນປະໂຫຍດ ຈາກໂລກາພິວັດຢ່າງຫຼວງຫຼາຍເພາະຫຼາຍທົດສະວັດທີ່ຜ່ານມາສປຈີນໄດ້ເລັ່ງໃສ່ການລົງ ທຶນໃນການສ້າງຄວາມອາດສາມາດຂອງຕົນໂດຍສະເພາະດ້ານເສດຖະກິດທີ່ເຊື່ອມໂຍງກັບບັນດາປະເທດໃນໂລກເຊິ່ງຫຼາຍທ່ານຄົງຄຸ້ນເຄີຍກັບຄຳຖາມທີ່ວ່າເປັນຫຍັງສປຈີນຈຶ່ງກາຍເປັນຜູ້ມາລົງທຶນໃນສປປລາວຫຼາຍແທ້? ນັ້ນບໍ່ແມ່ນເລື່ອງແປກຫຍັງດອກເພາະທົ່ວໂລກກໍໄດ້ຮັບອິດທິພົນທາງດ້ານເສດຖະກິດຂອງສປຈີນເຊັ່ນກັນ.
ນອກນັ້ນເວທີທີ່ປຶກສາເສດຖະກິດໂລກ(WEF) ຍັງຊີ້ໃຫ້ເຫັນວ່າໃນປັດຈຸບັນປະເທດທີ່ມີເສດ ຖະກິດໃຫຍ່ອັນດັບໜຶ່ງຂອງໂລກຍັງແມ່ນສະຫະລັດອາເມລິກາເປັນຜູ້ຄອບຄອງແຕ່ໃນເບື້ອງກຳລັງຊື້ນັ້ນສປຈີນໄດ້ນຳທັນແລ້ວ. ເມື່ອທ່ານໂດນອລທຣໍາ(Donald Trump) ກຳລັງກາຍເປັນປະທານາທິບໍດີຄົນໃໝ່ຂອງສະຫະລັດອາເມລິການັ້ນ, ນະໂຍບາຍຕົ້ນຕໍທີ່ຜູ້ນຳທ່ານນີ້ກ່າວໄວ້ກໍຄືຈ  ະເກັບພາສີສິນຄ້າຈາກສປຈີນ 45%, ຈະລົບລ້າງມະຕິຕົກລົງທາງດ້ານດິນຟ້າອາກາດປາຣີແລະຈະຖອນອອກ   ຈາກການເປັນຄູ່ຮ່ວມທາງການຄ້າເຊື່ອມໂຍງປາຊີຟິກ (TPP), ນັກຊ່ຽວຊານວິເຄາະວ່າຖ້າທ່ານທຣໍາບໍ່ປີ້ນ  ຄວາມນັ້ນກໍສະແດງວ່າສະຫະລັດອາເມລິກາຈະຖອຍກັບຫຼັງແລ້ວເປີດໂອກາດໃຫ້ປະເທດອື່ນເປັນຜູ້ນຳທາງດ້ານເສດຖະກິດໂລກເຊິ່ງບໍ່ອາດມີໃຜທີ່ມີທ່າອ່ຽງຫຼາຍທີ່ສຸດນອກຈາກສປຈີນທີ່ຈະຮັບບົດບາດນີ້.
ອີກປັດໄຈໜຶ່ງທີ່ຮັບຮູ້ຢ່າງກວ້າງຂວາງຂອງຍຸດທະສາດສປຈີນກໍຄືການເຊື່ອມໂຍງເຊັ່ນ: ໂຄງການສ້າງທາງລົດໄຟຄວາມໄວສູງຈາກສປຈີນຜ່ານສປປລາວສູ່ພາກພື້ນທີ່ຫາກໍເປີດພິທີການກໍ່ສ້າງຢ່າງເປັນທາງການວ່າງບໍ່ດົນຜ່ານມານີ້ກໍເປັນຕົວຢ່າງໜຶ່ງທີ່ຈະແຈ້ງ, ຍຸດທະສາດອັນນີ້ປະກອບມີແລວທາງເສດຖະ  ກິດສາຍໄໝແລະເສັ້ນທາງສາຍໄໝທາງທະເລສະຕະວັດທີ 21 ເຊິ່ງການພັດທະນາດັ່ງກ່າວກວມເອົາເຂດແດນ   ທີ່ເທົ່າກັບ 55% ຂອງຜະລິດຕະພັນລວມ (GDP) ຂອງໂລກ, 70% ຂອງປະຊາກອນໂລກແລະ 75% ຂອງແຫຼ່ງເກັບກັກພະລັງງານ (ທີ່ຮັບຮູ້ແລ້ວ). ການລົງທຶນນີ້ຈະປະກອບມີປະມານ 300 ກວ່າໂຄງການເລັ່ງແຕ່ສິງ ກະໂປຮອດເຕີກມີນິດສະຖານ (Turkmenistan).
ພ້ອມນັ້ນ, ຢູ່ທະວີບອາຟຣິກາກໍເຊັ່ນກັນທີ່ສປຈີນເປັນຜູ້ໃຫ້ເງິນກູ້ຢືມຫຼາຍຕື້ໂດລາແກ່ການ ສ້າງໂຄງລ່າງພື້ນຖານຂະໜາດໃຫຍ່ແກ່ຫຼາຍປະເທດໂດຍສະເພາະການສ້າງທາງລົດໄຟຢູ່ປະເທດເຄັນຢາ, ການສ້າງທ່າເຮືອຢູ່ປະເທດກາເມີຣູນແລະອື່ນໆແລະໃນຂະນະດຽວກັນຢູ່ເຂດເອີຣົບກາງແລະເອີຣົບຕາເວັນອອກນັ້ນສປຈີນກໍກຳລັງລົງທຶນ 11 ຕື້ໂດລາເພື່ອກໍ່ສ້າງພື້ນຖານໂຄງລ່າງຂະໜາດໃຫຍ່ແລະຫົວໜ່ວຍການ ຜະລິດທີ່ທັນສະໄໝ.
ມາເບິ່ງດ້ານການເງິນ, ພວກເຮົາກໍຮັບຮູ້ກັນດີວ່າທະນາຄານພັດທະນາໃໝ່ (New Development Bank), ກອງທຶນເສັ້ນທາງສາຍໄໝ(Silk Road Fund) ແລະທະນາຄານການລົງທຶນໂຄງຮ່າງພື້ນ ຖານອາຊີ(Asia Infrastructure Investment Bank) ແມ່ນຫຼັກຖານທີ່ເດັ່ນຊັດໃນການກຽມ ຄວາມພ້ອມເພື່ອສະໜອງຄວາມຕ້ອງການທາງດ້ານການເງິນກ້ອນໃຫຍ່ຂອງ ສປ ຈີນ ໃນການສ້າງໂຄງຮ່າງພື້ນຖານເພື່ອເສີມສ້າງບົດບາດຂອງ ສປ ຈີນ.

ແຕ່ກັບມາເບິ່ງຂໍ້ຄິດຈາກທ່ານໂວບກັງເລມາເຈີ(Wolfgang Lehmacher) ຫົວໜ້າຂະແໜງອຸດສາຫະກຳການຂົນສົ່ງຂອງເວທີທີ່ປຶກສາເສດຖະກິດໂລກກ່າວວ່າ: ບໍ່ວ່າສິ່ງໃດຈະເກີດຂຶ້ນຖ້າສະຫະ ລັດອາເມລິກາຖອຍຫຼັງຈາກຜູ້ນຳຂອງໂລກາພິວັດເມື່ອໃດ, ສປ ຈີນ ກໍຈະຢືນລໍຖ້າດ້ວຍຄວາມພ້ອມທີ່ເຂັ້ມແຂງແທນທີ່ຢ່າງທັນໃດ !.

No comments:

Post a Comment