Ad

Ad

18 January 2017

ອາກາດໜາວຍັງຈະສືບຕໍ່ປົກຄຸມທົ່ວທຸກພາກຂອງລາວ

          ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ເຊົ້າວັນທີ 18 ມັງກອນນີ້, ບໍລິເວນຄວາມກົດດັນສູງຂອງອາກາດໜາວເຢັນຈາກປະເທດຈີນ ຍັງມີກຳລັງປານກາງ ສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງລາວ, ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມພາກເໜືອເປັນສ່ວນໃຫຍ່, ສ່ວນພາກກາງຫາພາກໃຕ້ກະແສລົມຕາເວັນອອກສ່ຽງໃຕ້ພັດປົກຄຸມ, ຊຶ່ງຍັງເຮັດໃຫ້ອາກາດໜາວເຢັນຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ, ສ່ວນພາກກາງ ແລະ ພາກໃຕ້ ອາກາດຈະເຢັນ ແລະ ມີລົມ
ພັດແຮງເປັນບາງໂອກາດ. ພາກເໜືອດ້ານຕາເວັນອອກ: ອາກາດຍັງຈະສືບຕໍ່ໜາວເຢັນ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ, ພ້ອມມີໝອກໜາປົກຫຸ້ມຢູ່ເຂດຮ່ອມພູ, ພູສູງ ແລະ ເນີນພູ, ຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງຊຽງຂວາງ ແລະ ຫົວພັນ, ອຸນຫະພູມຕ່ຳສຸດ 10-12 ອົງສາ ແລະ ສູງສູດ 18-20 ອົງສາ; ພາກເໜືອດ້ານຕາເວັນຕົກ: ອາກາດໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ໝອກໜາໃນຕອນກາງຄືນຫາຕອນເຊົ້າ ແລະ ມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ, ອຸນຫະພູມຕ່ຳສຸດ 16-18 ອົງສາ ແລະ ສູງສຸດ 28-30 ອົງສາ; ນະຄອນຫລວງວຽງຈັນ: ອາກາດຍັງຈະເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນຫາຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ, ອຸນຫະ ພູມຕ່ຳສຸດ 19-21 ອົງສາ ແລະ ສູງສຸດ 29-31 ອົງສາ; ພາກກາງ: ອາກາດຍັງຈະເຢັນ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ໝາວເຢັນຢູ່ເຂດແຂວງໄຊສົມບູນ, ຫລັກຊາວ, ເມືອງວຽງທອງ ແລະ ຈະມີຝົນຕົກກະຈາຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ, ອຸນຫະພູມຕ່ຳສຸດ 15-17 ອງົສາ ແລະ ສູງສຸດ 28-30 ອົງສາ; ພາກໃຕ້: ອາກາດເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກກະຈາຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ, ອຸນຫະພູມຕ່ຳສຸດ 18-20 ອົງສາ ແລະ ສຸງສຸດ 28-30 ອົງສາ.

No comments:

Post a Comment