Ad

Ad

17 January 2017

ນາຍົກລັດຖະມົນຕີຮຽກຮ້ອງໃຫ້ນັກທຸລະກິດໄທມາລົງທຶນໃນລາວໃຫ້ຫລາຍຂຶ້ນ

          ໃນໂອກາດເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດລາວ-ໄທ 2017, ເມື່ອວັນທີ 16 ມັງ ກອນນີ້, ທີ່ນະຄອນຫລວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ແນະນຳໃຫ້ນັກທຸ ລະກິດສອງປະເທດຮ່ວມກັນປຶກສາຫາລື ແລະ ຫັນມາລົງທຶນໃນ ສປປ ລາວ, ໂດຍສະເພາະ 8 ສາຂາທຸລະກິດ ຄື: 1. ການຂົນສົ່ງ ໂລຈີສຕິກ, 2. ການຄ້າຊາຍແດນ ແລະ ສິນຄ້າ ອຸປະໂພກ-ບໍລິໂພກ, 3. ການ ທ່ອງທ່ຽວ ແລະ ການບໍລິການ, 4. ການຜະລິດກະສິກຳ, 5. ພະລັງງານ, 6. ການຂຸດຄົ້ນຊັບພະຍາ ກອນທຳມະຊາດ, 7. ການເງິນ ແລະ ຕະ ຫຼາດຫຼັກ
ຊັບ, 8. ການພັດທະນາຕົວເມືອງ ແລະ ອະສັງຫາລິມະຊັບ, ຊຶ່ງເຫັນວ່າ: ປັດຈຸບັນການນໍາເຂົ້າ ສິນຄ້າຈາກໄທມາລາວມີມູນຄ່າສູງເຖິງ 4,2 ຕື້ໂດລາ ສະຫະລັດ, ກວມເອົາ 60,9% ຂອງຈໍານວນນໍາເຂົ້າທັງໝົດ, ສ່ວນການສົ່ງອອກຂອງລາວໄປໄທແມ່ນ 1,2 ຕື້ໂດລາສະຫະລັດ ເທົ່າກັບ 30,4% ຂອງຈຳນວນສິນຄ້າສົ່ງອອກທົງໝົດ ຂອງລາວ, ກອງປະຊຸມຄັ້ງນີ້ຖື ເປັນຂີດໝາຍອັນສຳຄັນຂອງນັກທຸລະກິດລາວ-ໄທ ໃນການເຊື່ອມໂຍງເສດຖະ ກິດທີ່ມີມາແຕ່ດົນນານ, ໂດຍສະເພາະ ໃນອານຸພາກພື້ນແມ່ນໍ້າຂອງແມ່ນໄດ້ເພີ່ມທະວີສາຍພົວພັນເສດຖະກິດລາວ-ໄທ, ນັບມື້ ນັບຫຼາຍຂຶ້ນ, ພ້ອມນີ້ ນັກລົງທຶນສ່ວນໃຫຍ່ທີ່ເຂົ້າມາລົງທຶນ ກໍແມ່ນນັກລົງທຶນຈາກປະເທດໄທ, ຊຶ່ງໄດ້ເຂົ້າມາລົງທຶນກ່ຽວກັບອຸດສາຫະ ກຳຕ່າງໆເຊັ່ນ: ພະລັງງານ (ເຂື່ອນໄຟຟ້າ), ກະສິກຳ, ການ ທ່ອງທ່ຽວ ແລະ ອື່ນໆ, ເຊິ່ງເຮັດໃຫ້ການຄ້າ ລະຫວ່າງລາວ-ໄທເປັນຄູ່ຄ້າອັນດັບໜຶ່ງ, ຮອງ ລົງມາແມ່ນຈີນ ແລະ ຫວຽດນາມ.

ຂະນະດຽວກັນ ທ່ານນາຍົກຍັງໄດ້ແນະນຳໃຫ້ນັກທຸລະກິດລາວ ແລະ ໄທ, ເພີ່ມຊ່ອງທາງການລົງທຶນ ແລະ ການຮ່ວມມືລະຫວ່າງພາກທຸລະກິດຂອງສອງປະເທດໃຫ້ຫຼາກຫຼາຍຂຶ້ນກວ່າເກົ່າ, ໃຫ້ມີນະໂຍບາຍພິເສດຕໍ່ກັບການ ລົງທຶນດັ່ງກ່າວ ແລະ ອຳນວຍຄວາມສະດວກສະບາຍເປັນປະຕູດຽວໃຫ້ໄດ້ ແລະ ແກ້ໄຂບັນຫາທີ່ເປັນອຸປະສັກໃນ ການລົງທຶນຂອງທັງສອງຝ່າຍ ແລະ ຮັບປະກັນຜົນປະໂຫຍດຈາກການລົງທຶນທີ່ດີຂອງສອງປະເທດ, ພ້ອມທັງ ຢ້ຳນັກທຸລະກິດທຸກຄົນ ຈົ່ງນຳໃຊ້ຊັບພະ ຍາກອນ ທີ່ມີຢູ່ໃນປະເທດໃຫ້ເກີດປະໂຫຍດສູງສຸດ ແລະ ໃຫ້ຄຸ້ມຄ່າ, ຕ້ອງມີລະບຽບແຜນການດຳເນີນງານໃນການປົກ ປັກຮັກສາໃຫ້ຍືນຍົງ ແລະ ສາມາດຄຸ້ມຄອງໄດ້. 

No comments:

Post a Comment