Ad

Ad

17 January 2017

ຕະຫຼາດຂາຍສິນຄ້າໃນນະຄອນຫຼວງວຽງຈັນເລີ່ມຄຶກຄື້ນຕ້ອນຮັບບຸນເຕດຂອງຊາວຫວຽນາມ-ຊາວຈີນ

ວັນທີ 15 ມັງກອນນີ້, ນັກຂ່າວໜັງສືພິມ ລາວພັດທະນາ ຂອງພວກເຮົາໄດ້ລົງຕິດຕາມສະ ພາບການຈຳໜ່າຍສິນຄ້າຢູ່ຕະຫຼາດຕ່າງໆໃນນະຄອນຫຼວງວຽງຈັນເຊັ່ນ: ຕະຫຼາດຂົວດິນ, ສະຫວ່າງ,ຫ້ວຍຫົງ, ສະພານທອງ ແລະ ຕະຫຼາດອື່ນໆໂດຍລວມແລ້ວເຫັນວ່າ: ມີບັນຍາ ກາດຄຶກຄື້ນດີຂຶ້ນ. ເພື່ອກຽມຕອບສະໜອງສິນຄ້າອຸປະໂພກ, ບໍລິໂພກຊີ້ນ, ປາອາຫານ ແລະ ພ້ອມເຄື່ອງຂອງບູຊາຕ່າງໆໆສຳລັບບຸນເຕດຂອງຊາວຫວຽດນາມ ແລະ ຊາວຈີນ ໃຫ້ພຽງພໍ, ຂະນະດຽວກັນຊາວຄ້າຂາຍຫຼາຍຄົນເຊື່ອວ່າ: ການຊື້-
ຂາຍສິນຄ້າຢູ່ຕາມທ້ອງຕະຫຼາດໄລຍະນີ້ຈະຟົດຟື້ນຍິ່ງຂຶ້ນ, ຂະນະທີ່ປັດຈຸບັນລາຄາສິນຄ້າປະເພດຊີ້ນ, ປາຕ່າງໆແມ່ນຍັງຢູ່ໃນເກນປົກກະຕິເຊັ່ນ: ຊີ້ນງົວລາຄາ 70-75 ພັນກີບ/ກິໂລ, ຊີ້ນໝູ 30-40 ພັນກີບ/ກິໂລ, ເປັດໄກ່ 40-45 ພັນກີບ/ກິໂລ, ປາກະຊັງ 15- 18 ພັນກີບ/ ກິໂລ ແລະ ພືດຜັກຕ່າງໆກໍຍັງຢູ່ໃນເກນປົກກະຕິດີ, ແຕ່ຄາດວ່າເມື່ອຮອດມື້ບູຊາລາຄາສິນຄ້າບາງປະເພດອາດຈະມີການເໜັງຕີງເພີ່ມຂຶ້ນເລັກຫນ້ອຍດັ່ງທີ່ເຄີຍເປັນມາຄື: ເຂົ້າສານ, ຊີ້ນ, ປາ ແລະ ໝາກໄມ້ຕ່າງໆ,ດັ່ງນັ້ນ ພາກສ່ວນກ່ຽວຂ້ອງຈະຕ້ອງເອົາໃຈໃສ່ຄວບຄຸມ ແລະ ຕິດຕາມກວດກາເປັນປະຈຳເພື່ອບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າໂດຍລຳພັງຮັບປະກັນໃຫ້ຄ່າຄອງຊີບຂອງປະຊາຊົນເປັນປົກກະຕິ.

No comments:

Post a Comment