Ad

Ad

17 January 2017

ລັດແນະນໍາໃຫ້ສື່ມວນຊົນຕ້ອງເພີ່ມທະວີການໂຄສະນານະໂຍບາຍຂອງພັກໃຫ້ກວ້າງຂວາງຍິ່ງ ຂຶ້ນ

  ລັດຖະບານໄດ້ແນະນໍາໃຫ້ສື່ມວນຊົນລາວເພີ່ມທະວີການໂຄສະນາເຜີຍແຜ່ແນວທາງນະ ໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດໃຫ້ສັງຄົມໄດ້ຮັບຮູ້ຢ່າງກວ້າງຂວາງ ເພື່ອປຸກລະດົມໃຫ້ປະຊາຊົນບັນດາເຜົ່າມີຄວາມຕື່ນຕົວປະກອບສ່ວນເຂົ້າໃນຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງໄປຕາມຈຸດໝາຍວາງໄວ້.
           ການແນະນໍາດັ່ງກ່າວມີຂຶ້ນໃນກອງປະຊຸມພົບປະລະຫວ່າງໂຄສົກລັດຖະບານ ທ່ານ ຈະເລີນ ເຢຍປາວເຮີ ແລະ ບັນດາການນໍາສື່ມວນຊົນລາວເມື່ອບໍ່ດົນມານີ້, ຊຶ່ງທ່ານໂຄສົກລັດຖະບານໄດ້ຍົກໃຫ້ເຫັນວ່າ: ປີນີ້ເປັນປີສຳຄັນໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ
ຄັ້ງທີ VIII, ວິໄສທັດ ແລະ ຍຸດທະສາດພັດທະນາປະເທດຊາດຮອດປີ 2030 ແລະ 2025. ສະນັ້ນຂໍໃຫ້ສື່ມວນຊົນຈົ່ງກຳແໜ້ນຕື່ມວ່າ: ກົນໄກການປົກຄອງລະບອບໃໝ່ຂອງພວກເຮົາແມ່ນ ພັກນຳພາ, ລັດຄຸ້ມຄອງ ແລະ ປະຊາຊົນເປັນເຈົ້າ ໝາຍວ່າພັກ ແລະ ລັດນຳພາຄຸ້ມຄອງດ້ວຍກົດໝາຍ ແລະ ປະຊາຊົນເປັນເຈົ້າສະເໝີພາບຕໍ່ໜ້າກົດໝາຍ. ນອກຈາກລະບອບແບບແຜນວິທີເຮັດວຽກ, ການບໍລິຫານປະເທດຂອງລັດເຮົາແມ່ນປະຕິບັດຕາຫລັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ມີຜົນສຳເລັດແມ່ນຜົນງານຂອງ ລວມໝູ່. ສະນັ້ນໃຫ້ຖືສໍາຄັນວ່າການໂຄສະນາເຜີຍແຜ່ຜົນສຳເລັດໃນທຸກວຽກງານແມ່ນບໍ່ຄວນຍົກ
ຍ້ອງບຸກຄົນໃດບຸກຄົນໜຶ່ງເກີນເຫດ. ນອກຈາກນັ້ນກໍໃຫ້ເອົາໃຈໃສ່ປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນຕາມກົດໝາຍໃຫ້ເຂັ້ມງວດ ເຊັ່ນ: ໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດໃນແຕ່ລະຂົງເຂດໃຫ້ທົ່ວພັກ, ທົ່ວປວງຊົນຮັບຮູ້ ແລະ ເຂົ້າໃຈ, ພ້ອມທັງຊີ້ແຈງອະທິບາຍ, ແນະນຳ, ບອກທິດທາງ, ວິທີການ ແລະ ບົດຮຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານພັດທະນາຕ່າງໆ, ໂດຍມີການປະສານສົມທົບກັບຂະແໜງການກ່ຽວຂ້ອງ, ເສີມສ້າງຄວາມສາ ມັກຄີປອງດອງພາຍໃນຊາດ, ປຸກລະດົມນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ສ້າງຈິດໃຈເອກະລາດ ເປັນເຈົ້າຕົນເອງ ແລະ ເພິ່ງຕົນເອງດ້ວຍການເພີ່ມເນື້ອໃນສຶກສາອົບຮົມກ່ຽວກັບມູນເຊື້ອຂອງຊາດ, ຂອງການປະຕິວັດ, ເຜີຍແຜ່ຜົນສຳເລັດທີ່ບັນລຸໄດ້ຈາກການປະຕິບັດແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ລະບຽບກົດໝາຍຕ່າງໆຂອງລັດໃຫ້ເລິກເຊິ່ງກວ້າງຂວາງ, ພ້ອມດຽວກັນນັ້ນກໍຍົກໃຫ້ເຫັນຄວາມອາດສາມາດ ແລະ ກາລະໂອກາດໃໝ່ແຫ່ງການກ້າວຂຶ້ນຂອງປະເທດຊາດ ລວມທັງສິ່ງທ້າທາຍ, ຄວາມຫຍຸ້ງຍາກຕ່າງໆ ເພື່ອມີຄວາມຕັດສິນໃຈຜ່ານຜ່າ ແລະ ມີຄວາມຮັບຜິດຊອບ, ຊຸກຍູ້ສົ່ງເສີມຕົວແບບຂອງການຜະລິດສິນຄ້າ, ຄວາມດຸໝັ່ນແບບມີຫົວຄິດປະດິດສ້າງ, ການປະຢັດມັດທະຍັດ, ເພີ່ມທະວີການເຄື່ອນໄຫວຢ່າງແຂງແຮງໃນການຕ້ານການສໍ້ລາດບັງຫລວງ, ການຫລີກເວັ້ນປະຕິບັດພັນທະໜ້າທີ່ຕໍ່ປະເທດຊາດ, ການສວຍໃຊ້ໜ້າທີ່ຕຳແໜ່ງເພື່ອຜົນປະໂຫຍດສ່ວນຕົວ ແລະ ປາກົດການຫຍໍ້ທໍ້ອື່ນໆ, ສົ່ງເສີມໃຫ້ມີການເຄົາລົບລະບຽບກົດໝາຍ, ຄວາມຍຸຕິທຳ, ຄວາມເປັນທຳ ແລະ ອື່ນໆ. ກໍຄືເປັນເຈົ້າການແນະນຳ-ນຳພາຫາງສຽງສັງຄົມໄປຕາມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດເຮົາ, ທັງໝົດນີ້ກໍເພື່ອແນໃສ່ປົກປັກຮັກສາສະຖຽນລະພາບທາງການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງ

ຄົມ, ປົກປັກຮັກສາຄວາມເປັນເອກະລາດ, ອຳນາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຮັກສາຜົນປະໂຫຍດຂອງຊາດ, ຂອງປະຊາຊົນ ກໍຄືປົກປັກຮັກສາໝາກຜົນຂອງການປະຕິວັດປະເທດເຮົາໃຫ້ໝັ້ນຄົງ.

No comments:

Post a Comment