Ad

Ad

11 January 2017

ເປີດນຳໃຊ້ດ່ານສາກົນ ໜອງນົກຂຽນ-ຕຣາປຽງກຣຽນ

          ພິທີເປີດນຳໃຊ້ດ່ານສາກົນ ໜອງນົກຂຽນ-ຕຣາປຽງກຣຽນ (ແຂວງຈຳປາສັກ ສປປ ລາວແລະ ແຂວງຊຽງແຕງ ຣາຊະອານາຈັກກຳປູເຈຍ) ໄດ້ມີຂື້ນໃນວັນທີ 10 ມັງກອນນີ້ ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ທອງລຸນສີສຸລິດນາຍົກລັດຖະມົນຕີ ແຫ່ງສປປລາວ; ທ່ານສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ; ມີບັນດາລັດຖະມົນຕີ, ຮອງລັດຖະ ມົນຕີ ກ່ຽວຂ້ອງຂອງສອງປະເທດ ແລະ ຄະນະນຳຂອງແຂວງຈຳປາສັກ, ແຂວງຊຽງແຕງເຂົ້າຮ່ວມຢ່າງຫຼວງຫຼາຍ.

          ໃນພິທີ, ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ ໄດ້ຜັດປ່ຽນກັນຂຶ້ນມີຄຳເຫັນວ່າ: ດ່ານໜອງນົກຂຽນ-ຕຣາປຽງກຣຽນ ເປັນດ່ານສາກົນແຫ່ງທຳອິດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ, ກ່ອນໜ້ານີ້ເຄີຍເປັນດ່ານທ້ອງຖິ່ນ, ເປັນເຂດເຊື່ອມຕໍ່ລະຫວ່າງແຂວງຈຳປາສັກກັບແຂວງຊຽງແຕງ ແລະ ບັນດາແຂວງ ຂອງຣາຊະອານາຈັກກະປູເຈຍ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນລາວ ແລະ ປະຊາຊົນກຳປູເຈຍ ກໍຄືແຂວງຈຳປາສັກ ແລະ ຊຽງແຕງຍິ່ງມີຄວາມສະດວກດີຂຶ້ນ. ດັ່ງນັ້ນ ໃນວັນທີ 9 ເມສາ 2009 ສອງປະເທດ ໄດ້ເຫັນດີຍົກລະດັບດ່ານແຫ່ງນີ້ ເປັນດ່ານສາກົນ ໂດຍໄດ້ສຸມທຶນຮອນເຂົ້າໃນການກໍ່ສ້າງ ແລະ ຊຸກຍູ້ວຽກງານດ້ານຕ່າງໆ ເຮັດໃຫ້ມີຜົນສຳ ເລັດຕາມຄາດໝາຍ.ການຍົກລະດັບເປັນດ່ານສາກົນຈະຊ່ວຍອຳນວຍຄວາມສະດວກ ແກ່ການຄົມມະນາຄົມຂົນສົ່ງ, ຄ້າຂາຍແລກປ່ຽນສິນຄ້າ, ການທ່ອງທ່ຽວ, ການລົງທຶນ, ການໄປມາຫາສູ່ກັນ ແລະອື່ນໆຂອງສອງປະເທດ ໃຫ້ມີຄວາມວ່ອງໄວ, ຂະ ຫຍາຍຕົວ ແລະ ເປັນລະບົບດີຂຶ້ນ, ທັງສາມາດເປັນເສັ້ນທາງເຊື່ອມຕໍ່ບັນດາປະເທດໃນເຂດພາກພື້ນ ແລະ ສົ່ງເສີມການເຊື່ອມຈອດແລວທາງເສດຖະກິດ ຕາເວັນອອກ-ຕາເວັນຕົກເວົ້າລວມ ແລະ ເວົ້າສະເພາະ ເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມທ້ອງຖິ່ນສອງປະເທດ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນ. ທີ່ສຳຄັນແມ່ນຊ່ວຍເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານນັບມື້ແໜ້ນແຟ້ນ, ການຮ່ວມມືຂອງສອງປະເທດ ແລະ ປະຊາຊົນສອງຊາດ ລາວ-ກຳປູເຈຍນັບມື້ມີໝາກມີຜົນພົ້ນເດັ່ນຂຶ້ນ, ປະກອບສ່ວນອັນສຳຄັນ ເຂົ້າໃນການເສີມສ້າງບໍລິເວນຊາຍແດນ ໃຫ້ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ຢ່າງແທ້ຈິງ, ທັງເປັນການສ້າງມູນມໍລະດົກ ແລະ ກາຍເປັນຂີດໝາຍທາງດ້ານປະຫວັດສາດ ໃຫ້ແກ່ຄົນຮຸ່ນເກີດໃໝ່ໃຫຍ່ລຸນ ໄດ້ສືບທອດປົກປັກຮັກສາ ແລະ ພັດທະນາ ໃຫ້ໝັ້ນຄົງ ແລະ ຍືນຍົງຕະຫຼອດໄປ.

          ພາຍຫຼັງສຳເລັດພິທີ ເປີດນຳໃຊ້ດ່ານສາກົນໜອງນົກຂຽນ-ຕຣາປຽງກຣຽນ, ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ ຍັງໄດ້ພ້ອມກັນເດີນທາງໄປຢ້ຽມຢາມ ໂຄງການກໍ່ສ້າງເຂື່ອນໄຟຟ້າດອນສາໂຮງຕື່ມອີກ.

No comments:

Post a Comment