Ad

Ad

12 January 2017

ເຜີຍແຜ່ລະບຽບຕ່າງໆໃຫ້ບໍລິສັດກໍ່ສ້າງທາງລົດໄຟລາວ-ຈີນ

          ໃນວັນທີ 11 ມັງກອນນີ້ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ໄດ້ ມີກອງປະຊຸມຊີ້ແຈງລະບຽບການ ແລະ ມາດຕະຖານເຕັກນິກຕ່າງໆພາກສະໜາມຂອງໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ໂດຍການເປັນປະທານຂອງທ່ານ ລັດຕະນະມະນີ ຄູນນິວົງ ຮອງລັດຖະມົນຕີກະຊວງ ຍທຂ, ທັງເປັນຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ມີຜູ້ຕາງໜ້າຈາກບໍລິສັດທາງລົດໄຟລາວ-ຈີນ, ພ້ອມດ້ວຍຕົວແທນຈາກກຸ່ມບໍລິສັດຮັບເໝົາກໍ່ສ້າງ, ບໍລິສັດທີ່ປຶກສາ-ສຳຫຼວດອອກແບບ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.


            ທ່ານອໍານວຍການບໍລິສັດທາງລົດໄຟລາວ-ຈີນ ຈ່າວສຽງ ກ່າວວ່າ: ໂຄງການລົດໄຟລາວ-ຈີນ ເປັນໂຄງການທີ່ການນຳສູງສຸດຂອງພັກ-ລັດຖະບານສອງປະເທດໄດ້ໃຫ້ຄວາມເອົາໃຈໃສ່ພິເສດເພື່ອເຊື່ອມໂຍງທາງດ້ານພື້ນຖານໂຄງລ່າງຄົມມະນາຄົມ, ໂດຍເຊື່ອມຈອດກັບເສັ້ນທາງລົດໄຟ ຢູຊີຫາ ບໍ່ຫານ ຂອງ ສປ.ຈີນ ຢູ່ຈຸດເໜືອສຸດ ແລະ ເຊື່ອມຕໍ່ກັບເສັ້ນທາງລົດໄຟຂອງປະເທດໄທຢູ່ຈຸດໃຕ້ສຸດ, ເຊິ່ງໃນອະນາຄົດຈະເປັນທາງລົດໄຟສຳຄັນສາຍໜຶ່ງຂອງເສັ້ນທາງລົດໄຟຜ່ານອາຊີ. ສະນັ້ນເພື່ອຮັບປະກັນໃຫ້ໂຄງການໄດ້ສຳເລັດການກໍ່ສ້າງ, ມີມາດຕະຖານສູງ ແລະ ສາມາດເປີດໃຫ້ບໍລິການທັນກຳນົດເວລາ, ບໍລິສັດທາງລົດໄຟລາວ-ຈີນຈຳກັດ ແລະ ກຸ່ມບໍລິສັດທີ່ຮັບເໝົາການກໍ່ສ້າງ, ພ້ອມດ້ວຍພະນັກງານກໍາມະກອນທຸກຄົນຕ້ອງມີຄວາມຮັບຜິດຊອບສູງ, ເຄົາລົບນັບຖືລະບຽບກົດໝາຍ ແລະ ຮິດຄອງປະເພນີລາວ, ເອົາໃຈໃສ່ການປົກປັກຮັກສາສິ່ງແວດລ້ອມ ແລະ ທຳມະຊາດຂອງ ສປປ ລາວ, ປະຕິບັດການກໍ່ສ້າງໃຫ້ໄດ້ມາດຕະຖານດີ ແລະ ຄວບຄຸມການກໍ່ສ້າງດ້ວຍລະບົບເຄື່ອງມືທັນສະໄໝ, ມີຄວາມປອດໄພສູງເພື່ອປະກອບສ່ວນສ້າງພາບພົດອັນຈົບງາມແກ່ໂຄງການດັ່ງກ່າວ ກໍຄືປະກອບ ສ່ວນເສີມຂະຫຍາຍສາຍພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

No comments:

Post a Comment