Ad

Ad

12 January 2017

ຕາໜ່າງເສັ້ນທາງຄົມມະນາຄົມຂອງປະເທດເຮົານັບມື້ຂະຫຍາຍຕົວ

ກະຊວງໂຍທາທິການ ແລະ ຂົນສົ່ງໃຫ້ຮູ້ວ່າ: ໃນຊຸມປີຜ່ານມາ, ຂະແໜງໂຍທາທິການແລະຂົນສົ່ງໄດ້ສຸມທຸກກຳລັງແຮງເພື່ອສ້າງພື້ນ ຖານໂຄງລ່າງອຳນວຍຄວາມສະດວກໃຫ້ແກ່ການພັດທະນາເສດຖະ ກິດ-ສັງຄົມ ແລະ ການເຊື່ອມຈອດກັບພາກພື້ນ ແລະສາກົນ, ອັນພົ້ນເດັ່ນແມ່ນການພັດ ທະນາເສັ້ນທາງ ແລະ ການຂົນສົ່ງທາງບົກໄດ້ຮັບຜົນສຳເລັດຫລາຍດ້ານອັນໄດ້ເຮັດໃຫ້ຕາໜ່າງເສັ້ນ ທາງຄົມມະນາຄົມເພີ່ມຂຶ້ນຈາກ 39 ພັນກວ່າກິໂລ ແມັດໃນປີ 2010 ມາເປັນ 51 ພັນກວ່າກິໂລແມັດໃນປີ 2015.ການພັດທະນາເສັ້ນທາງຫລວງແຫ່ງຊາດ
ໃຫ້ເປັນທາງຫລວງອາຊຽນເພື່ອເຊື່ອມຈອດກັບບັນດາປະເທດໃກ້ຄຽງຕາມແລວເສດຖະກິດໃນລະດັບພາກພື້ນ, ແລວເສດຖະກິດເໜືອ-ໃຕ້, ຕາ ເວັນອອກຕາເວັນຕົກປະຕິບັດໄດ້ຫລາຍກວ່າ 2.200 ກິໂລແມັດໃນປີ 2015 ລື່ນແຜນການເກືອບສອງເທົ່າຕົວ,ນອກຈາກນີ້ໄດ້ສູ້ຊົນກໍ່ສ້າງເສັ້ນທາງຫລວງຂອງເມືອງ,ທາງຊົນນະບົດທີ່ເຊື່ອມເຂົ້າໃສ່ເຂດຈຸດສຸມ ແລະ ກຸ່ມບ້ານພັດທະນາໄດ້ຫລາຍສົມຄວນ, ເປັນຕົ້ນແມ່ນໄດ້ສຳເລັດໂຄງການກໍ່ສ້າງເສັ້ນທາງຕ່າງໆຄື: ເສັ້ນທາງ 2W ເມືອງເງິນ-ປາກແບ່ງ, ຂົວຂ້າມນ້ຳຂອງແຫ່ງທີ 3 ຄຳມ່ວນ-ນະຄອນພະນົມ, ຂົວຂ້າມນ້ຳຂອງແຫ່ງທີ 4 ຫ້ວຍຊາຍ-ຊຽງຂອງ, ຂົວມິດຕະພາບລາວ-ມຽນມາ ແຂວງຫລວງນ້ຳທາ, ຂົວຂ້າມນ້ຳຂອງນາສັກ-ໂຄກເຂົ້າດໍ, ເສັ້ນທາງ 13 ເໜືອຊ່ວງນາເຕີຍ-ອຸດົມໄຊ ແລະປາກມອງ-ອຸດົມໄຊ, ເສັ້ນທາງ ADB 10, ເສັ້ນທາງ 6A ສົບເບົາ-ບ້ານດ່ານ, ສ້ອມແປງທາງ R3, ກໍ່ສ້າງຂົວເຊຂະໜານທາງ 16B ເມືອງດາກຈຶງ, ເສັ້ນທາງເລກ 2E ເມືອງຂວາ-ໄຕຈາງ, ເສັ້ນ ທາງບ້ານນ້ຳເກິ່ງ-ບ້ານມອມແຂວງບໍ່ແກ້ວ, ເສັ້ນສ້າງທາງ 1D ຊ່ວງເມືອງຄູນ-ປ່າຄ່າ, ເສັ້ນທາງ 1Bປາກນ້ຳນ້ອຍ-ບ້ານຍໍ້, ຍົກລະດັບເສັ້ນທາງເລກ 9 ສະຫວັນນະເຂດ-ແດນສະຫວັນ, ເສັ້ນທາງເລກ 15 ແລະ 15B ນາປົ່ງ-ສາລະວັນ-ຊາຍແດນລາວ-ຫວຽດນາມ, ເສັ້ນທາງເລກ 4 ຊຽງເງິນ-ໄຊຍະບູລີ-ແກ່ນທ້າວ-ນາຂ່າແລະຂົວຂ້າມນ້ຳຂອງທ່າເດື່ອ-ປາກຄອນແລະບັນດາໂຄງການກໍ່ສ້າງເສັ້ນທາງທີ່ຈະສໍາເລັດໃນໄວໆນີ້ປະກອບມີ: ການກໍ່ສ້າງຂົວເຊຂະໜານ 2,ເສັ້ນທາງເລກ 16B ແຂວງເຊກອງ-ເມືອງດາກຈຶງ, ເສັ້ນທາງເລກ 16A ປາກຊ່ອງ-ຫລັກ 52 ອັດຕະປື,ເສັ້ນທາງແຕ່ບ້ານພຽງຮົ່ງຫາເມືອງໜອງແຮດຫາຊາຍແດນເມືອງຊຳໃຕ້, ເສັ້ນທາງໄປເມືອງໝອກແຂວງຊຽງຂວາງ ແລະ ອື່ນໆ, ເວົ້າລວມແລ້ວເຫັນວ່າການພັດທະນາ ແລະ ຂະຫຍາຍເສັ້ນທາງນັບທັງໃນຕົວເມືອງ ແລະ ຊົນນະບົດແມ່ນມີການຂະຫຍາຍຕົວໄວສົມຄວນ, ອັນໄດ້ເຮັດໃຫ້ການຄົມມະນາຄົມຂົນສົ່ງ, ການໄປມາຫາສູ່ຂອງປະຊາຊົນບັນດາເຜົ່າມີຄວາມສະດວກສະບາຍ ແລະປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ.

No comments:

Post a Comment