Ad

Ad

11 January 2017

ຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ແນະນຳຮີບຮ້ອນຊົດເຊີຍທີ່ດິນຂອງປະຊາຊົນໃນເຂດພັດທະນາກວມລວມໄຊເສດຖາໃຫ້ສຳເລັດໂດຍໄວ

            ໃນໂອກາດຢ້ຽມຢາມເຂດພັດທະນາກວມລວມໄຊເສດຖາ ນະຄອນຫລວງວຽງຈັນ ຂອງທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໃນວັນທີ 10 ມັງກອນນີ້, ພາຍຫລັງໄດ້ຮັບຟັງການລາຍງານໂດຍຫຍໍ້ຈາກທ່ານຫົວໜ້າຄະນະບໍລິຫານເຂດພັດທະນາກວມລວມໄຊເສດຖາແລ້ວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ໂອ້ລົມຊີ້ນຳຄະນະຮັບຜິດຊອບເຂດໂຄງການດັ່ງກ່າວເອົາໃຈໃສ່ບາງດ້ານ ຄືໃຫ້ຮີບຮ້ອນຄົ້ນຄວ້າຊອກຫາວິທີແກ້ໄຂການຊົດເຊີຍທີ່ດິນໃຫ້ສຳເລັດຕາມແຜນກຳນົດໄວ້, ເອົາໃຈໃສ່ຮັບປະກັນດ້ານສິ່ງແວດລ້ອມຂອງບັນດາໂຮງຈັກ-ໂຮງງານພາຍໃນເຂດໃຫ້ດີ, ປະຕິບັດການເສຍອາກອນຖືກຕ້ອງຕາມ
ລະບຽບກົດໝາຍ ເພື່ອຮັບປະກັນໃຫ້ເຂດພັດທະນາແຫ່ງນີ້ກາຍເປັນສູນກາງທາງດ້ານເສດຖະກິດຂອງປະເທດ ກໍຄືນະຄອນຫລວງວຽງຈັນທີ່ເຂັ້ມແຂງສວຍງາມ ຕາມຈິດໃຈການນຳສູງສຸດຂອງສອງປະເທດ ລາວ-ຈີນ ທີ່ວ່າ: ຕ້ອງຮັບປະກັນການຊຸກດັນໃຫ້ເຂດພັດທະນາກວມລວມໄຊເສດຖາມີຄວາມຄືບໜ້າຢ່າງບໍ່ຢຸດຢັ້ງ.

          ພາຍຫລັງລັດຖະບານສອງປະເທດ ລາວ-ຈີນ ໄດ້ຕົກລົງເຫັນດີປະຕິບັດສັນຍາຮ່ວມທຶນສ້າງເຂດພັດທະນາດັ່ງກ່າວ ໃນເນື້ອທີ່ 1000 ເຮັກຕາ, ມີມູນຄ່າການລົງທຶນທັງໝົດ 128 ລ້ານໂດລາສະຫະລັດ, ໃນນັ້ນ ລັດຖະບານລາວຖືຮຸ້ນ 25% ໂດຍຖືເອົາມູນຄ່າການຊົດເຊີຍທີ່ດິນ 1 ພັນເຮັກຕາ ຈນວນ 30 ລ້ານໂດລາສະຫະລັດ ເປັນຫຸ້ນ, ສ່ວນຝ່າຍຈີນແມ່ນຖືເອົາມູນຄ່າການກໍ່ສ້າງສະໜາມກິລາແຫ່ງຊາດຫລັກ 16 ເປັນຫຸ້ນ ເຊິ່ງມີມູນຄ່າ 98 ລ້ານໂດລາສະຫະລັດ ແລ້ວສ້າງຕັ້ງບໍລິສັດຮ່ວມທຶນ ລາວ-ຈີນ ຂຶ້ນບໍລິຫານຄຸ້ມຄອງເຂດພັດທະນາເຂດດັ່ງກ່າວ, ມາຮອດປັດຈຸບັນ ໄດ້ສຳເລັດການກໍ່ສ້າງເສັ້ນທາງອ້ອມຮອບເຂດຈຳນວນໜຶ່ງ ແລະ ມີນັກລົງທຶນໄດ້ເຂົ້າມາຈົດທະບຽນແລ້ວຫລາຍກວ່າ 30 ບໍລິສັດ ລວມມີມູນຄ່າການລົງທຶນຫລາຍກວ່າ 277 ລ້ານໂດລາສະຫະລັດ, ໃນນັ້ນມີ 10 ບໍລິສັດ ໄດ້ດເນີນການເຄື່ອນໄຫວຕົວຈິງ ແລະ ມາຮອດປັດຈຸບັນ ການຊົດເຊີຍທີ່ດິນຂອງປະຊາຊົນຈຳນວນພັນເຮັກຕາທີ່ຖືກໂຄງການ, ມີ 243 ຕອນ ຫລື ປະມານ 570 ເຮັກຕາ ແມ່ນສເລັດການຊົດເຊີຍ ໃນມູນຄ່າຫລາຍກວ່າ 109 ຕື້ກີບ, ຍັງເຫລືອ 152 ຕອນ, ມີເນື້ອທີ່ 369 ກວ່າເຮັກຕາ ຄິດເປັນມູນຄ່າຫລາຍກວ່າ 84 ຕື້ກີບ.

No comments:

Post a Comment