Ad

Ad

9 December 2013

ນາຍົກລັດຖະມົນຕີຕິດຕາມ ແລະ ກວດກາຫລາຍໂຄງການລົງທຶນຂອງລັດ ແລະ ເອກະຊົນຢູ່ແຂວງຫົວພັນ



            ລະຫວ່າງວັນທີ 6-7 ທັນວາ 2013 ທ່ານ ທອງສິງ ທໍາມະວົງ ນາຍົກລັດ ຖະມົນຕີ ພ້ອມດ້ວຍບັນດາລັດຖະມົນຕີ ກະຊວງກ່ຽວຂ້ອງ ໄດ້ລົງກວດກາ ແລະ ຕິດຕາມເບິ່ງໂຄງການຕ່າງໆ ທີ່ລັດຖະບານໃດ້ອະນຸຍາດໃຫ້ລົງທຶນ ຢູ່ແຂວງຫົວພັນ ເຊິ່ງໄດ້ຮັບການຕ້ອນຈາກ ທ່ານ ຄຳຮຸ່ງ ເຮືອງວົງສີ ເຈົ້າແຂວງໆຫົວພັນ.             
                ທ່ານນາຍົກ ລັດຖະມົນຕີ ໄດ້ຮັບຟັງການລາຍງານກ່ຽວກັບສະພາບ ການພັດທະນາພື້ນຖານໂຄງລ່າງຂອງ ແຂວງ ຫົວພັນ ໂດຍສະເພາະແມ່ນຜົນສຳເລັດບັນດາໂຄງການລົງທຶນຕ່າງໆທີ່ລັດຖະບານ ໄດ້ອະນຸຍາດເຊັ່ນ ໂຄງການສຳຫລວດ ແລະ ຂຸດ ຄົ້ນບໍ່ຖ່ານ ຫີນໃນເຂດ ເມືອງຊຳ ເໜືອ, ເມືອງ ຊຳໃຕ້ ແລະ ເຂດ ຫົວຊຽງ ລວມເນື້ອ ທ່ີສຳປະທານ ທັງໝົດ 800 ກວ່າກິ ໂລຕາແມັດ ແລະຈາກການສຳຫລວດ ເບື້ອງຕົ້ນຄາດວ່າຈະມີຖ່ານຫີນປະມານ 580 ລ້ານໂຕນເຊິ່ງມີຄວາມສາມາດສ້າງເປັນ ໂຮງງານຜະລິດໄຟຟ້າຖ່ານຫີນຂະໜາດ 275 ຫາ 300 ເມກາວັດ ມີອາຍຸນຳໃຊ້ ປະມານ 40 ປີ ຄາດຄະເນນຳໃຊ້ ແຮງງານ ປະມານ 3-5 ພັນຄົນ, ຖ້າວ່າໂຄງການດັ່ງກ່າວ ເປັນໄປ ຕາມແຜນທ່ີວາງໄວ້ຄາດ ວ່າ ຈະຜະລິດກະແສໄຟຟ້າໃນປີ 2016 ແລະ ສາມາດສະໜອງດ້ານພະລັງງານ ໄຟຟ້າໃຫ້ແຂວງຫົວພັນ ແລະ ບັນດາແຂວງ ອ້ອມຂ້າງໄດ້ຢ່າງພຽງພໍ.                    

         ຈາກນັ້ນ, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະກໍໄດ້ເດີນທາງໄປຢ້ຽມຢາມເບິ່ງໂຄງການກໍ່ສ້າງສະໜາມບິນ ໜອງຄ້າງຫ່າງຈາກເທສະບານແຂວງປະມານ 30  ກິໂລແມັດ, ໂຄງການດັ່ງກ່າວ ໄດ້ເລີ່ມດຳເນີນງານແຕ່ເດືອນມີນາ ປີ 2013 ໂດຍໜ້າວຽກປະຈຸບັນແມ່ນບຸກ ເບີກເປີດ ໜ້າ ດິນໃຫ້ພຽງ ແລະ ເອົາສີ່ງກີດ ຂວາງ ອອກເພື່ອຈະ ເລີ່ມກໍ່ສ້າງລານບິນທີ່ມີ ຄວາມ ຍາວ 2,4 ກິໂລແມັດ ແລະ ກວ້າງ 30 ແມັດ ສາມາດຮອງຮັບເຮືອ ບິນ ຂະໜາດກາງໄດ້ ແລະ ຄາດ ວ່າໂຄງການນີ້ ຈະສຳເລັດໃນ ທ້າຍປີ 2015. ໂຄງການກໍ່ສ້າງ ສະໜາມບິນໜອງຄ້າງ ເປັນການ ລົງທຶນຂອງນັກລົງທຶນ ຫວຽດນາມ ໃນມູນ ຄ່າ 80 ລ້ານໂດລາ ສະຫະລັດ, ຖ້າລຳເລັດຈະເຮັດໃຫ້ການຄົມມະນາຄົມທາງອາກາດ ມີຄວາມສະດວກສະບາຍ ແລະ ອຳ ນວຍຄວາມສະດວກໃຫ້ແກ່ນັກລົງທຶນ ແລະ ດຶງດູດນັກທ່ອງທ່ຽວໄດ້ຫລາຍຂຶ້ນ.           
     ໂອກາດດັ່ງກ່າວ, ທ່ານນາຍົກ ພ້ອມດ້ວຍຄະນະຍັງໄດ້ເດີນທາງໄປ ເມືອງວຽງໄຊ ໂດຍໄດ້ຮັບການຕ້ອນຮັບຈາກການນຳ ຂອງ ເມືອງວຽງໄຊ ເພື່ອຢຽ້ມຢາມໂຄງການຕ່າງໆເຊັ່ນ: ໂຄງການສ້າງຫໍພິພິທະພັນເມືອງວຽງໄຊ, ໂຄງການສ້າງໂຮງຮຽນທິດ ສະດີ, ໂຄງການບູລະນະຖ້ຳປະຫວດສາດຜາແດງ ແລະ ພື້ນຖານໂຄງລ່າງຂອງເມືອງວຽງໄຊອີກຈຳນວນໜຶ່ງ.

No comments:

Post a Comment