ບຸນກິນຈຽງຊົນເຜົ່າມົ້ງ (ນໍເປເຈົາ) ສົ່ງທ້າຍປີເກົ່າ
ແລະ ຕ້ອນຮັບປີໃໝ່ 2014 ໄດ້ຈັດຂຶ້ນຢ່າງຄຶກຄື້ນ ໃນວັນທີ 4 ທັນວາ ຜ່ານມານີ້ ຢູ່ເມືອງໄຊແຂວງອຸດົມໄຊ
ໂດຍມີ ທ່ານ ຕົງເຢີທໍ່ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ ພ້ອມ ດ້ວຍ ທ່ານ ຄຳຫລ້າ ລິ້ງນະສອນ
ເຈົ້າແຂວງໆອຸດົມໄຊ, ບັນ ດາທ່ານການນຳ ຂັ້ນແຂວງ, ເມືອງ, ບັນດາພະແນກການອ້ອມຂ້າງ, ພະນັກງານປະຕິວັດອາວຸໂສບຳ ນານ
ແລະ ປະຊາຊົນ ເຜົ່າມົ້ງເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ຄຳພຽງ ຢາຈົງວາ ປະທານກວດກາພັກ-ລັດ ແຂວງ ໄດ້ກ່າວວ່າ:
ການຈັດ ງານບຸນ ກິນຈຽງປີນີ້ແມ່ນເພື່ອຂ່ຳນັບຮັບ ຕ້ອນງານມະຫາກຳກິລາແຫ່ງຊາດ ທີ່ແຂວງອຸດົມໄຊ
ຈະເປັນເຈົ້າພາບໃນປີ 2014, ສ້າງຂະບວນການຕ້ອນຮັບກອງປະຊຸມ ໃຫຍ່ຂອງພັກ3ຂັ້ນແລະວັນສຳຄັນປະຫວັດສາດຂອງພັກ-ລັດ,
ຂອງກອງທັບປະຊາ ຊົນລາວ ເພື່ອເຮັດໃຫ້ແຂວງອຸດົມໄຊມີ ບັນຍາກາດຟົດຟື້ນສະແດງເຖິງຄວາມຮູ້ບຸນຄຸນຂອງພີ່ນ້ອງເຜົ່າມົ້ງຕໍ່ພັກລັດ
ແລະ ປະເທດຊາດ. ນອກຈາກນີ້ທ່ານຍັງໄດ້ກ່າວ ຕື່ມວ່າບຸນກິນຈຽງເປັນບຸນປະຫວັດສາດທີ່ປະຕິບັດມາແຕ່ດົນນານ
ແລະ ມີຄວາມ ໝາຍຄວາມສຳຄັນສຳລັບຊົນເຜົ່າ, ເຊິ່ງໄດ້ ສະແດງໃຫ້ເຫັນຢ່າງລວມສູນທາງດ້ານວັດທະນະທຳ
ແລະ ຮີດຄອງ ປະເພນີຂອງ ຊົນເຜົ່າມົ້ງເຊັ່ນ: ການນຸ່ງຖື, ການກິນຢູ່, ດ້ານກິລາ, ວັນນະຄະດີທຸກຢ່າງມັນຈະປາກົດຕົວອອກໃນໄລຍະງານບຸນປີໃໝ່ນີ້.
ໂອກາດເຂົ້າຮ່ວມພິທີງານ ບຸນ ທ່ານ ຕົງເຢີທໍ່ ເປັນກຽດໂອ້
ລົມ ເຊິ່ງທ່ານໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ.
ພ້ອມນີ້, ທ່ານໄດ້ເນັ້ນໃຫ້ຄະນະພັກ, ອົງການປົກຄອງ ແລະ ພໍ່ແມ່ປະຊາຊົນ ລາວບັນດາເຜົ່າ
ເພີ່ມທະວີຄວາມສາມັກຄີລະຫວ່າງບັນດາເຜົ່າ, ສາສະໜາໃຫ້ມີຄວາມແໜ້ນແຟ້ນ ເພື່ອບໍ່ໃຫ້ກຸ່ມຄົນທີ່ບໍ່ຫວັງດີສວຍໃຊ້ຊົນເຜົ່າ
ແລະ ສາສະໜາ ສ້າງຄວາມປັ່ນປວ່ນ, ແບ່ງແຍກຄວາມສາມັກຄີ; ເອົາໃຈໃສ່ວຽກງານປ້ອງກັນຊາດ-
ປ້ອງກັນຄວາມສະຫງົບ, ພ້ອມກັນຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມ,
ການປະ ກອບອາຊີບທີ່ຜິດຕໍ່ລະບຽບກົດ ໝາຍຂອງບ້ານເມືອງ. ນອກ ຈາກນີ້, ທ່ານຮອງປະທານສູນກາງແນວລາວສ້າງຊາດຍັງໄດ້ເນັ້ນ
ໃຫ້ປະຊາຊົນບັນດາເຜົ່າເອົາໃຈໃສ່ປະຕິບັດ 4 ບຸກທະ ລຸຕາມມະຕິກອງປະຊຸມໃຫຍ່ຄັ້ງທີ
9 ຂອງພັກວາງອອກໃຫ້ປະກົດຜົນເປັນຈິງ, ໃນນັ້ນກໍຕ້ອງເອົາໃຈໃສ່ໃນການຜະລິດໃຫ້ເປັນສິນຄ້າໂດຍອີງໃສ່ທ່າແຮງບົ່ມຊ້ອນທີ່ມີ,
ປະກອບອາຊີບຄົງທີ່ເພື່ອແກ້ໄຂແຕ່ລະຄອບຄົວໃຫ້ພົ້ນຄວາມທຸກຍາກໃນປີ 2015 ແລະ ສູ້ຊົນເຮັດໃຫ້ປະເທດຊາດເຮົາພົ້ນຈາກປະເທດດ້ອຍພັດທະນາໃນປີ
2020.
No comments:
Post a Comment