Ad

Ad

10 December 2013

ຄວນມີຈັນຍາບັນໃນການນຳ ໃຊ້ Facebook ( ຄໍລຳ ແລກປ່ຽນ ຄຳເຫັນ )



       ການສື່ສານຜ່ານລະບົບເຕັກ ໂນໂລຊີສື່ສານຂໍ້ມູນຂ່າວສານ ຫລື ພາສາອັງກິດຮູ້ ກັນທົ່ວໄປ ວ່າ: ICT (ໄອຊີທີ) ທີ່ຫຍໍ້ ມາຈາກ Information Communi cation Technology ໄດ້ມີການຂະຫຍາຍ ໂຕຢ່າງວ່ອງໄວໃນຂອບເຂດທົ່ວ ໂລກ. ລະບົບສື່ສານນີ້ໄດ້ມີການ ພັດທະນາໄວ ອັນເຮັດໃຫ້ການນຳໃຊ້ມີຄວາມ ສະດວກ ແລະ ທັນເວລາ ເຊິ່ງໃນສັງຄົມສື່ສານຜ່ານ ອິນເຕີເນັດ ຫລື ຮູ້ກັນທົ່ວ ໄປວ່າ: ອອນລາຍ (Online).
     ລະບົບທີ່ນິຍົມນຳໃຊ້ກັນໃນ ສັງຄົມສື່ສານອອນລາຍສ່ວນ ຫລາຍແມ່ນ Digg, Facebook, Flickr, Linkedin, MySpace, Twitter, UMWiki, UThink, Yahoo Buzz, YouTube ແລະ ອື່ນໆ ເຊິ່ງການບໍລິການລະບົບ ເຫລົ່າ ນີ້ມີລັກສະນະກະຈາຍກວ້າງ, ມີເຄື່ອງຈັກຢູ່ຫລາຍ ບ່ອນ, ແຕ່ວ່າຜູ້ບໍລິການ ແລະ ຜູ້ນຳໃຊ້ບໍ່ຈຳເປັນຂໍອະນຸຍາດບໍລິການ ຫລື ຂຶ້ນທະບຽນຈາກອົງການກ່ຽວຂ້ອງຂອງປະເທດນັ້ນໆ ເພາະລະບົບນີ້ຈະນຳໃຊ້ພື້ນຖານໂຄງລ່າງທາງອິນເຕີເນັດ ແລະ ໂທ ລະ ຄົມມະນາຄົມຂອງປະເທດເຂົາເຈົ້າເທົ່ານັ້ນໃນການ ເຂົ້າຫາຜູ້ຊົມໃຊ້ຂອງປະເທດ ນັ້ນໆ. ການບໍລິການແບບນີ້ເອີ້ນ ວ່າ: ການບໍ ລິການເທິງຜູ້ໃຫ້ບໍລິການໂທລະຄົມແບບເດີມ (On the Top of Traditional Telecom ຫລື OTT).
     ປັດຈຸບັນ ລະບົບເຫລົ່ານີ້ບໍ່ພຽງແຕ່ນຳໃຊ້ກັບເຄື່ອງຄອມພິວເຕີເທົ່ານັ້ນ, ແຕ່ຍັງສາມາດນຳໃຊ້ໃນບັນດາເຄື່ອງໂທລະສັບ ມືຖື ຈຶ່ງເຮັດໃຫ້ມີການນຳໃຊ້ງ່າຍ ແລະ ເຂົ້າເຖິງຜູ້ຄົນໄດ້ຫລາຍ. ລະບົບທີ່ ນິຍົມໃຊ້ກັນກວ້າງຂວາງແມ່ນ Facebook ເນື່ອງ ຈາກວ່າຜູ້ຊົມໃຊ້ສາມາດທີ່ຈະແລກປ່ຽນຂໍ້ມູນກັນ ຈະເປັນທາງຂໍ້ຄວາມ, ຮູບພາບໜິ້ງ ແລະ ເຄື່ອນເໜັງ (ວີດີໂອ), ສາມາດ ເວົ້າລົມກັນດ້ວຍພາບ ແລະ ສຽງໃນເວລາດຽວກັນ, ສາມາດຕິດຕາມການເຄື່ອນໄຫວ ຂອງກັນ ແລະ ກັນ, ສາມາດທີ່ຈະໂຄ
ສະນາສິນຄ້າຊື້ຂາຍນຳກັນ ແລະ ສາມາດທີ່ຈະສະແດງຄວາມຄິດເຫັນນຳກັນໄດ້. ຂໍ້ມູນແມ່ນຖືກແຈກຢາຍຈາກຜູ້ໜຶ່ງໄປຫາ ຫລາຍຄົນພ້ອມດຽວກັນແບບຕ່ອງໂສ້. ສຳລັບຄ່າໃຊ້ຈ່າຍແມ່ນບໍ່ແພງ ເພາະວ່ານອກຈາກການຈ່າຍຄ່ານຳໃຊ້ສັນຍານອິນເຕີ ເນັດແລ້ວແມ່ນເກືອບວ່າບໍ່ໄດ້ມີຄ່າໃຊ້ຈ່າຍອື່ນໃດອີກ.
     ໃນ ສປປ ລາວ ການນຳໃຊ້ ສັງຄົມສື່ສານອອນລາຍ ໂດຍສະເພາະ Facebook ໄດ້ກາຍເປັນພາ ຫະນະໜຶ່ງໃນການ ຕິດຕໍ່ສື່ສານເພື່ອສົ່ງຂ່າວຫາກັນ ແລະ ກັນ ໂດຍສະເພາະຢູ່ຕົວເມືອງໃຫຍ່ ແລະ ຄົນເຊື້ອຊາດລາວຢູ່ຕ່າງປະ ເທດ. ສັງເກດວ່າ: ການສື່ສານ ຜ່ານລະບົບນີ້ສ່ວນຫລາຍແມ່ນ ແນໃສ່ສົ່ງຂ່າວຫາກັນ ແລະ ປະ ກອບຄວາມເຫັນຕໍ່ບັນຫາ ຫລື ຄຳຖາມທີ່ຕົນເອງ ມີຄວາມສົນໃຈ ອັນເຮັດໃຫ້ການແລກປ່ຽນຂໍ້ມູນ ມີຊີວິດຊີວາ, ແຕ່ພ້ອມດຽວກັນ ນັ້ນ ກໍສັງເກດເຫັນວ່າ: ມີຫລາຍ ຄົນທີ່ໃສ່ ຊື່ປອມ ຫລື ບໍ່ອອກຊື່ ໄດ້ເອົາຂ່າວ ຫລື ຮູບພາບທີ່ປອມແປງມາລົງ (Post) ໃນ Facebook ຕົນເອງ ຫລື ຂອງຜູ້ອື່ນ, ບາງ ຄັ້ງກໍມີການວິຈານໃສ່ຮ້າຍປ້າຍສີຜູ້ອື່ນ ແລະ ສ້າງຄວາມເສຍຫາຍໃຫ້ແກ່ຜູ້ອື່ນ.
    ທາງການລາວບໍ່ໄດ້ຈຳກັດ ຫລື ຫ້າມຄົນລາວບໍ່ໃຫ້ນຳໃຊ້ລະ ບົບສັງຄົມສື່ສານອອນລາຍນີ້ ເພາະເຫັນວ່າການນຳໃຊ້ແມ່ນ ນຳປະໂຫຍດອັນສູງໃນການສື່ ສານກັນ ຖ້າຫາກນຳໃຊ້ຖືກຕ້ອງ. ແຕ່ວ່າໃນເວທີສື່ສານກັນຜ່ານລະບົບ Facebook ຄົນລາວ ຈຳນວນ ໜຶ່ງໄດ້ເອົາຂ່າວທີ່ບໍ່ເປັນຄວາມຈິງ, ບໍ່ມີແຫລ່ງຂ່າວທີ່ຖືກຕ້ອງມາອອກ, ບາງຄັ້ງກໍມີການປັບປ່ຽນຮູບພາບທີ່ປັດຈຸ ບັນນີ້ເປັນອັນທີ່ເຮັດໄດ້ງ່າຍເພື່ອຕົວະຍົວະຜູ້ອື່ນ, ບາງກໍລະນີກໍສ້າງເນື້ອຫາເພື່ອໂຈມຕີ ຫລື ໃສ່ຮ້າຍປ້າຍສີຜູ້ອື່ນ. ການກະທ ຳດັ່ງກ່າວເປັນການຂາດສະຕິ ແລະ ບໍ່ມີຄວາມຮັບຜິດຊອບ.
     ຄົນລາວຈະແມ່ນຢູ່ແຫ່ງຫົນໃດທັງພາຍໃນ ແລະ ຕ່າງປະເທດ ລ້ວນແຕ່ເປັນຄົນທີ່ມີນ້ຳໃຈເອື້ອເຟື້ອອາລີ, ຮັກແພງເຊິ່ງກັນ ແລະ ກັນ ແລະ ບໍ່ສ້າງຄວາມເສຍຫາຍໃຫ້ແກ່ຜູ້ອື່ນ ແລະ ສັງຄົມ. ແຕ່ໃດມາພວກເຮົາໄດ້ຮັບການສັ່ງສອນ “ໃຫ້ເຮັດແຕ່ຄວາມ ດີ, ລະເວັ້ນຄວາມຊົ່ວ” ຫລືວ່າ “ບໍ່ ເຮັດໃຫ້ແກ່ຜູ້ອື່ນສິ່ງທີ່ຕົນບໍ່ຢາກໃຫ້ຜູ້ອື່ນເຮັດໃສ່ຕົນ” ແລະ ອື່ນໆ. ສະນັ້ນ ພວກເຮົາຄວນ ມີຈັນຍາບັນໃນການນຳໃຊ້ Facebook ນຳໃຊ້ເພື່ອສົ່ງຂ່າວຫາກັນ, ແບ່ງປັນຜົນປະໂຫຍດທາງຂໍ້ມູນຂ່າວສານກັນ, ແຕ່ບໍ່ ແມ່ນເພື່ອສ້າງຄວາມຫລອກລວງ, ຊວນເຊື່ອແນວອັບປະໂຫຍດ ຫລື ໃສ່ຮ້າຍປ້າຍສີຜູ້ອື່ນ ແລະ ສ້າງຄວາມເສຍຫາຍໃຫ້ແກ່ ສັງຄົມ. ການມີຈັນຍາບັນແມ່ນກຽດສັກສີຂອງມະນຸດເຮົາ.

No comments:

Post a Comment