Ad

Ad

10 December 2013

GMS ມີບົດບາດສຳຄັນແນວໃດ ຕໍ່ການສົ່ງເສີມການຄ້າ, ການລົງ ທຶນ ແລະ ການທ່ອງທ່ຽວ



     ແມ່ນໜ້າທີ່ຍຸດທະສາດທີສອງ ຂອງຂອບຍຸດທະສາດ GMS ສະ ບັບປັດຈຸບັນ ເຊິ່ງກ່ຽວຂ້ອງກັບ ການສົ່ງເສີມ ແລະ ອຳນວຍຄວາມສະດວກໃຫ້ແກ່ການຄ້າ ພາຍໃນ ແລະ ນອກຂອບເຂດ GMS, ການລົງທຶນ ແລະ ການທ່ອງທ່ຽວ.
    ການອຳນວຍຄວາມສະດວກໃຫ້ແກ່ການຄ້າເຊິ່ງຜ່ານມາໄດ້ມີການເຮັດບົດສຶກສາເພື່ອຊອກຫາສາເຫດຫລາຍໆບົດກ່ຽວ ກັບການອຳນວຍຄວາມສະດວກໃຫ້ ແກ່ການຄ້າ ລວມທັງໃນຂົງເຂດ ການເພີ່ມທະວີການຈັດຕັ້ງປະຕິ ບັດສັນຍາວ່າດ້ວຍ ການຂົນສົ່ງ ຂ້າມແດນ (CBTA), ການກວດ ກາພະຍາດພືດ ແລະ ສັດ ແລະ ບັນດາມາດຕະການອື່ນໆສຳລັບການຄ້າ, ລະ ບົບພາສີຜ່ານ ແລະ ການຄຸ້ມຄອງຊາຍແດນທີ່ມີການ ປະສານງານກັນ ເພື່ອໃຫ້ມີ ຄວາມກົມກຽວ, ແທດເໝາະ ແລະ ໄວຂຶ້ນ. ບັນດາສັນຍາ ຫລື ບົດບັນທຶກຄວາມເຂົ້າໃຈກັນທີ່ໄດ້ ຮັບການລົງນາມລະຫວ່າງສອງ ຝ່າຍໄດ້ເຊັນລົງນາມຮ່ວມກັນມີ 1. ກ່ຽວ ກັບການແລກປ່ຽນສິດໃນ ການສັນຈອນ; 2. ບົດບັນທຶກ ຄວາມເຂົ້າໃຈກ່ຽວກັບການຈັດ ຕັ້ງປະຕິບັດເບື້ອງຕົ້ນຂອງສັນຍາ CBTA ໃນຈຸດທົດລອງກໍໄດ້ຮັບ ການລົງນາມເຊັ່ນ: ແດນສະ ຫວັນ-ລາວບາວ ແລະ ສະຫວັນ ນະເຂດ-ມຸກດາຫານ ຕາມ ເສັ້ນທາງເລກ 9. ແຕ່ວ່າຄວາມຄືບໜ້າໃນການບັນລຸໝາກຜົນ ແລະ ການອຳນວຍຄວາມສະດວກໃຫ້ແກ່ການຄ້າແມ່ນຍັງຊັກ ຊ້າ. ບັນຫາດ້ານສະຖາບັນໄດ້ກົດໜ່ວງການປະສານງານລະຫວ່າງຂະແໜງການບໍ່ວ່າໃນລະດັບອະນຸພາກພື້ນກໍຄືໃນລະດັບ ຊາດຍ້ອນຫລາຍໆອົງການ-ສະຖາບັນທີ່ມີສ່ວນກ່ຽວຂ້ອງໃນຂົງເຂດນີ້ຍັງຄ້າງຄາຂອດລະບຽບຫລັກການ ແລະ ຂາດທຶນຮອນ ໃນການເຂົ້າຮ່ວມປະຕິບັດຕົວຈິງ. ອີກດ້ານໜຶ່ງການຮັບປະກັນກ່ຽວກັບຂອດການປະສານງານທີ່ບໍ່ໃຫ້ມີການຊ້ຳຊ້ອນກັນກັບ ພາກສ່ວນອື່ນຂອງບັນດາສະຖາບັນ. ສະນັ້ນ ແຜນງານ GMS ຈະຕ້ອງໄດ້ຮັບການແກ້ໄຂປັບປຸງຕື່ມເຊັ່ນດຽວກັນ.

    ໃນຂະແໜງການທ່ອງທ່ຽວ, ການຮ່ວມມືອະນຸພາກພື້ນໄດ້ ຊ່ວຍໃນການເອົາຂອບເຂດປະ ເທດ GMS ເຂົ້າໃນແຜນທີ່ ການທ່ອງທ່ຽວໂລກໄດ້ຢ່າງໝັ້ນຄົງ ພ້ອມດ້ວຍໜ້າທີ່ “ຈັດຕຳແໜ່ງ GMS ໃນສາຍຕາຂອງອຸດສາຫະ ກຳທ່ອງທ່ຽວສາກົນ” ໄດ້ສຳເລັດ ລົງ ໂດຍຜ່ານຫລາຍໆຂະບວນ ການສົ່ງເສີມ ແລະ ຂໍ້ລິເລີ່ມອື່ນໆ ທີ່ຕິດຕໍ່ກັນ. ໜ່ວຍປະຕິບັດງານກ່ຽວກັບການ ທ່ອງທ່ຽວກໍເປັນ ໜຶ່ງໃນໜ່ວຍປະຕິບັດງານຂອງ ຂະແໜງການທີ່ມີຄວາມຕັ້ງໜ້າກວ່າໝູ່ ເຊິ່ງມີກອງເລຂາຂອງຕົນເອງ, ຫ້ອງ ການປະສານງານ ການທ່ອງທ່ຽວແມ່ນ້ຳຂອງ (MTCO), ໄດ້ຮັບການສະໜອງທຶນ ໂດຍບັນດາລັດຖະບານ GMS ແລະ ມີ ການຮ່ວມມືຢ່າງໃກ້ຊິດກັບພາກເອກະຊົນ ແລະ ມີຄວາມຄືບໜ້າໃນການສ້າງເອກະສານກ່ຽວກັບການຕີລາຄາສິ່ງແວດລ້ອມ ແບບຍຸດທະສາດ (SEA) ໃນຂະແໜງການທ່ອງທ່ຽວໃນເຂດສີ່ຫລ່ຽມຄຳ ເຊິ່ງກວມເອົາ 4 ປະເທດເຊັ່ນ: ລາວ, ໄທ, ມຽນ ມາ ແລະ ແຂວງຢຸນນານ (ສ່ວນມຽນມາຍັງບໍ່ທັນເຂົ້າຮ່ວມເທື່ອ).
     ໃນຂະແໜງການລົງທຶນ ແມ່ນຍັງບໍ່ທັນມີຫລາຍຢູ່ໃນແລວທາງ ເສດຖະກິດຕ່າງໆ, ກ່ຽວກັບບັນຫານີ້ ບັນດາປະເທດອະ ນຸພາກພື້ນແມ່ນ້ຳຂອງ ແລະ ທະນາຄານພັດທະນາອາຊີ ກໍໄດ້ຈັດໃຫ້ມີກອງປະຊຸມເວທີປຶກສາຫາລືກັນປີລະໜຶ່ງຄັ້ງ, ແຕ່ການ ດຶງດູດຜູ້ທີ່ມີຄວາມສົນໃຈຍັງມີຄວາມຈຳກັດ ແລະ ບໍ່ທັນຈະແຈ້ງທາງນະໂຍບາຍຂອງບັນດາປະເທດ GMS. ສະນັ້ນ ບັນຫາ ດັ່ງກ່າວນີ້ ຈະຕ້ອງນຳມາປັບປຸງ ແລະ ຫາວິທີການແກ້ໄຂນຳກັນຕື່ມເພື່ອໃຫ້ແທດເໝາະກັບຍຸດທະສາດ ແລະ ເປົ້າໝາຍທີ່ ວາງໄວ້.

No comments:

Post a Comment