ພິທີລົງນາມເຊັນສັນຍາການລົງພິມ ແລະ ການນຳໃຊ້ໃບເກັບເງີນອາກອນມີລາງວັນ
ແລະ ໃບເກັບເງີນອາກອນມີມູນຄ່າເພີ່ມມີລາງວັນ,ໄດ້ຈັດຂື້ນໃນວັນທີ 5 ທັນວາຜ່ານມານີ້,
ຢູ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ, ລະ ຫວ່າງ ພະແນກ ສ່ວຍສາອາກອນນະຄອນຫຼວງ
ແລະ ບໍລິສັດ ຮ່ວມທືນ ບໍລິສັດ ບີຊີ ເທຣດດິງ ແອນ ອິເວັສເມັນ ຈຳກັດ, ໂດຍການເຂົ້າຮ່ວມເປັນສັກຂີພະຍານ
ຂອງ ທ່ານ ພູເພັດ ຄຳພູວົງ ກຳມະການສູນກາງພັກ ລັດຖະມົນຕີ ວ່າການກະຊວງການເງີນແນໃສ່
ເພື່ອສ້າງຄວາມເຂັ້ມແຂງດ້ານການເງີນແຫ່ງລັດຕໍ່ການຄຸ້ມຄອງອາກອນຢູ່ 9 ຕົວເມືອງໃນ
ນະ ຄອນຫຼວງວຽງຈັນ, ເພື່ອຍົກສູງສະຕິການເສຍອາກອນໃນທົ່ວສັງຄົມ ແລະ ນຳເອົາຜົນປະໂຫຍດອັນຊອບທຳມາໃຫ້ລັດ-ຜູ້ປະ
ກອບການ ແລະ ຜູ້ບໍລິໂພກອື່ນໆ.
ຈາກການຮ່ວມມື ລະຫວ່າງ ພະແນກ ສ່ວຍສາອາກອນນະ
ຄອນຫຼວງ ແລະ ບໍລິສັດດັ່ງກ່າວ ຈະເປັນຈຸດເລີ່ມເພື່ອ ຂະຫຍາຍໄປສູ່ການຮ່ວມມືແບບຢັ່ງຮາກກັບອີກ
4 ບໍລິສັດ, ການສື່ສານດ້ານໂທລະຄົມຂະໜາດໃຫຍ່ ເພື່ອຮອງຮັບການອອກລາງວັນໃບເກັບເງີນແບບເປັນເງີນສົດ,
ວັດຖຸສິ່ງຂອງຊຶ່ງຈະອອກຜ່ານຮູບແບບ ບໍລິການ SMS , ສະໜອງຂໍ້ສະດວກ, ຄວາມວ່ອງໄວ
ໃຫ້ຜູ້ຢູ່ໃກ້ ແລະ ໄກ ລ້ວນແຕ່ໄດ້ຮັບບໍລິການຈາກພວກເຮົາ ດ້ວຍຄວາມສະເໜີພາບເທົ່າທຽມກັນ.
ໃນຄວາມພະ ຍ
າຍາມຂອງພາກລັດຖະບານ ແລະ ກະຊວງການເງີນ ໄດ້ຊອກຫາທາງເລືອກທີ່ເໝາະສົມ ເພື່ອປ້ອງກັນການຮົ່ວໄຫຼຂອງລາຍຮັບດ້ວຍການປ່ຽນແປງໃນຫຼາຍຮູບແບບ ໂດຍສະເພາະແມ່ນການສ້າງກົນໄກທີ່ຈະກະຕຸ້ນຄວາມສົນໃຈໃນກຸ່ມປະຊາຊົນຕໍ່ການປະຕິບັດພັນທະຕ່າງໆຕໍ່ລັດຖະບານ.
າຍາມຂອງພາກລັດຖະບານ ແລະ ກະຊວງການເງີນ ໄດ້ຊອກຫາທາງເລືອກທີ່ເໝາະສົມ ເພື່ອປ້ອງກັນການຮົ່ວໄຫຼຂອງລາຍຮັບດ້ວຍການປ່ຽນແປງໃນຫຼາຍຮູບແບບ ໂດຍສະເພາະແມ່ນການສ້າງກົນໄກທີ່ຈະກະຕຸ້ນຄວາມສົນໃຈໃນກຸ່ມປະຊາຊົນຕໍ່ການປະຕິບັດພັນທະຕ່າງໆຕໍ່ລັດຖະບານ.
ປີນີ້ເປັນປີແຫ່ງການພັດທະນາວຽກງານການເງີນເວົ້າລວມ,
ວຽກງານສ່ວຍສາອາກອນ ເວົ້າສະເພາະເພື່ອຄ້ຳປະກັນໃຫ້ແກ່ການເກັບລາຍຮັບພາຍໃນໃຫ້ມີຄວາມໝັ້ນທ່ຽງ
ໃນຂະນະດຽວກັນພວກເຮົາຈະຫຼຸດຜ່ອນ ການເພິ່ງພາລາຍ ຮັບຈາກຂາເຂົ້າລົງ ຍ້ອນວ່າ
ປະຕິບັດພັນທະຕໍ່ປະຊາຄົມອາຊຽນ ແລະ ການຄ້າສາກົນ. ໃບເກັບເງີນອາກອນ 2 ປະເພດ, ມີ 5 ຮູບແບບນີ້ ແມ່ນຜະລິດຕະພັນ ທີ່ເປັນລິຂະສິດຂອງກະ
ຊວງການເງີນຊຶ່ງປະກອບມີຄູ່ມືທີ່ດີຈາກ
2 ບໍລິສັດຄື: ບໍລິສັດ ບົວທິບ ແລະ ບໍລິສັດ ຊີເຄ , ໄດ້ຮ່ວມກັນຄົ້ນຄິດ,ປະດິດສ້າງ
ແລະ ລົງ ທຶນເພື່ອປະກອບເຄື່ອງມືທັນສະໄໝ ໃຫ້ບັນດາຮ້ານ ແລະ ເງີນທຶນເພື່ອຄ້ຳປະກັນໃຫ້ແກ່ຜູ້ໄດ້ຮັບລາງວັນ
ມີທັງໝົດປະມານ 10 ລ້ານ ໂດລາ.ປະສິດທິຜົນຈາກ ລາງວັນຈະສາມາດເອົາຊະນະຕໍ່ ບັນຫາການປັບປຸງລະດັບການບໍ
ລິການຄຸ້ມຄອງໃບເກັບເງີນອາ ກອນຢູ່9ຕົວເມືອງໃນນະຄອນ ຫຼວງວຽງຈັນ,ຊຶ່ງຄາດວ່າໃນປີ ທຳອິດຈະໄດ້ລາຍຮັບອາກອນປະ
ມານ 600-800 ຕື້ກ່ວາກີບ.
ເຖິງຢ່າງໃດກໍຕາມໃນປີທຳອິດ ໃນຊ່ວງເວລາຂ້າມຜ່ານຈາກອັນເກົ່າມາສູ່ອັນໃໝ່ນີ້:
ເຊື່ອວ່າຜູ້ປະກອບການຈຳ ນວນ ໜຶ່ງມັກຊອກຫາວິທີຂຽນໃບເກັບເງີນແບບເກົ່າ ໂດຍບໍ່ອອກໃບເກັບເງີນອາກອນແບບໃໝ່ນີ້,
ທຸລະກຳດັ່ງກ່າວກໍ່ໝາຍເຖິງການປາສະຈາກບໍ່ຈ່າຍອາກອນ ອາດຈະປະ ກົດຕົວຂື້ນຢ່າງຫຼວງຫຼາຍ.
ຂ້າພະເຈົ້າເຊື່ອໝັ້ນວ່າພາຍໄຕ້ການນຳພາຂອງກະຊວງການເງິນ, ນະຄອນຫຼວງວຽງຈັນ,ກົມສ່ວຍສາອາກອນ
ແລະ ບັນດາຂະແໜງການໃນທີ່ນີ້ ຈະເຮັດໃຫ້ໂຄງການນີ້ຖືກຜັນຂະ ຫຍາຍຈັດຕັ້ງປະຕິບັດໃຫ້ສຳເລັດຜົນໄປດ້ວຍດີສາມາດຍົກລະດັບດ້ານການເງິນຂື້ນ,
ຕອບສະໜອງການໃຊ້ຈ່າຍອັນຈຳເປັນພາຍໄຕ້ຄຳຂັວນວ່າ: “ ຄຸນຄ່ານະຄອນຫຼວງ ແມ່ນຄຸນຄ່າຂອງປະເທດ
”.
No comments:
Post a Comment