Ad

Ad

10 December 2013

ການປະຕິບັດສິດທິມະນຸດໃນ ສປປ ລາວ ເນື່ອງໃນວັນສິດທິມະນຸດສາກົນຄົບຮອບ 65 ປີ



        ຕະຫລອດໄລຍະປະຫວັດ ສາດອັນຍາວນານ ຂອງຊາດ ລາວ, ປະຊາຊົນລາວບັນດາເຜົ່າ ໄດ້ດຳລົງຄົງຕົວ ແລະ ຂະ ຫຍາຍຕົວຢູ່ບົນດິນແດນແຫ່ງນີ້ ພາຍໃຕ້ການນຳພາຂອງບັນພະບຸລຸດ ໃນແຕ່ລະຍຸກສະໄໝ ແລະໄດ້ນຳເອົາຄວາມຈະເລີນ ຮຸ່ງເຮືອງ, ຄວາມສີວິໄລທາງດ້ານວັດຖຸ ແລະ ຈິດໃຈ, ວັດທະນະທຳ, ອະລິຍະທຳ, ພາສາ ແລະ ຮີດຄອງປະເພນີ ອັນດີງາມ ຂອງຊາດຊຶ່ງຍັງຄົງຮັກສາ ແລະສືບທອດກັນມາຈົນເຖິງປັດຈຸບັນ.           
            ໃນສະໄໝອານາຈັກລ້ານ ຊ້າງເອກະພາບພາຍໃຕ້ການນຳ ພາຂອງສົມເດັດພະເຈົ້າຟ້າງຸ່ມມະຫາລາດ ໃນກາງສັດ ຕະ ວັດທີ XIV, ພະອົງໄດ້ໃຫ້ຄຳໂອວາດ ແຕ່ ລະຊັ້ນຄົນຜູ້ປົກຄອງ ແລະ ຣາຊະດອນ ໃນໂອກາດການສະ ເຫລີມ ສະຫລອງໄຊ ຄັ້ງຍິ່ງໃຫຍ່ ໃນການເຕົ້າໂຮມອານາຈັກລ້ານ ຊ້າງເອກະພາບວ່າ: “ເຈົ້າທັງ ຫຼາຍໃຫ້ຮັກສາບ້ານຮັກສາເມືອງ ຢ່າໃຫ້ມີຂ້າລັກ ຄົນ ໂຈນ, ອັນໜຶ່ງ ຢ່າໄດ້ຂ້າຟັນເສຍ, ໃຫ້ຜູ້ນຶ່ງພິຈາ ລະນາດູກ່ອນ ເປັນໂທດອັນໜັກ ຈຶ່ງຕ້ອງເຫດມັນ, ໂທດບໍ່ໜັກບໍ່ໃຫ້ ຂ້າທໍ່ວ່າ ໃສ່ຄອກຂັງໄວ້ສົມໂທດ ແລ້ວໃຫ້ປ່ອຍເສຍຫາວຽກງານ. ສົມບັດອັນຈັກ ເກີດມາໃນແຜ່ນ ດິນນີ້ ຄັນມີຄົນ ສົມບັດກໍຈຶ່ງມີ, ຄັນບໍ່ມີຄົນສົມບັດເຂົ້າຂອງກໍຫາບໍ່ໄດ້ ແລ. ເຫດເຮົາບໍ່ໃຫ້ຂ້າເພື່ອ ດັ່ງນັ້ນ ແລ. ອັນນຶ່ງເຈົ້າທັງຫຼາຍກໍ ຢ່າຜິດຢ່າຂ້ອງກັນໃຫ້ ພ້ອມກັນດູແລຂອບບ້ານຂອບເມືອງທັງມວນ... ອັນນຶ່ງເຈົ້າທັງຫຼາຍຢ່າ ໄດ້ເອົາໄພ່ມາເປັນຂ້ອຍໄພ່ຜິດກັນເປັນອັນໜັກເປັນ ຕົ້ນວ່າມີຊູ້ສູ່ເມຍທ່ານໃຫ້ໄໝເອົາແຕ່ຫ້າບາດເຂົາຫາກຂ້າກັນຕາຍເອົາຕົວມັນແທນຜູ້ນຶ່ງອັນຕາຍນັ້ນ ອັນນຶ່ງໄປເສິກຢ່າເອົາ ຄ່າຫົວແລ້ວເຈົ້າຂຸນຢ່າໄໝໄພ່ເກີນຮ້ອຍຂຶ້ນໄປເທິງຜູ້ໃດຍັງໄໝຈັກເສຍໜ້າຕົວມັນ. ຈັກເອົາໃສ່ຕາງໄພ່ພະຍາຟ້າສັ່ງສອນ ເຈົ້າຂຸນທັງຫຼາຍມາກໜັກອັນນີ້ວ່າສົມພໍກ່ອນແລ້ວ...”     
             
          ຄຳໂອວາດດັ່ງກ່າວໄດ້ ສະທ້ອນໃຫ້ເຫັນເຖິງການວາງຮາກຖານການປົກຄອງທົ່ວຣາຊະອານາຈັກໃນການປົກປັກຮັກ ສາເຂດນ້ຳແດນດິນຂອງຊາດ, ຕໍ່ຄວາມສຳຄັນຂອງຊັບພະກອນມະນຸດ, ອຳນາດຕຸລາການທີ່ໃຫ້ ມີຄວາມເທົ່າທຽມກັນ ແລະ ທ່ຽງ ທຳໃນການຕັດສິນຕໍ່ຜູ້ກະທຳຜິດ, ການວາງຂໍ້ກຳນົດໃຫ້ຊົນຊັ້ນຜູ້ປົກຄອງປະຕິບັດຕໍ່ຣາຊະດອນ ຢ່າງເປັນທຳ, ຊຶ່ງຄຳໂອ ວາດດັ່ງກ່າວໄດ້ຖືເປັນກົດໝາຍປະເພນີທີ່ ໄດ້ປະຕິບັດສືບຕໍ່ກັນມາຈົນຮອດຣາຊະການ ຂອງສົມເດັດເຈົ້າສຸລິຍາະວົງສາ ທຳມິ ກະລາດເປັນເວລາຍາວນານຫລາຍກວ່າສາມສັດຕະວັດ (1353-1695) ອັນໄດ້ນຳເອົາຄວາມຈະເລີນຮຸ່ງເຮືອງ, ຄວາມສະຫງົບ ສຸກມາສູ່ປະຊາຣາຊະດອນທີ່ຊົມໃຊ້ສິດຂອງຕົນ ແລະ ທຳມາຫາກິນບົນດິນແດນອັນແສນຮັກຂອງຕົນ.                 
       ແຕ່ພາຍຫລັງທີ່ປະເທດລາວ ໄດ້ຕົກຢູ່ພາຍໃຕ້ການປົກຄອງຂອງສັກດີນາ ແລະ ຕົກເປັນຫົວ ເມືອງຂຶ້ນຂອງຕ່າງຊາດ ເປັນໄລຍະເວລາເກືອບສອງສະຕະວັດແຕ່ສະຕະວັດທີ XVIII ຈົນເຖິງສະຕະວັດທີ XX ດິນແດນທົ່ວປະເທດຖືກປຸ້ນສະ ດົມ, ເຜົາຜານຢ່າງໂຫດຮ້າຍທີີ່ສຸດ, ສິດພື້ນຖານຂອງຄົນລາວຖືກຢຽບຢ່ຳທຳລາຍຢ່າງສິ້ນເຊິງໃນຊ່ວງໄລຍະປະຫວັດສາດອັນ ຂົ່ມຂືນດັ່ງກ່າວ.               
         ຕໍ່ໜ້າການກົດຂີ່ຂູດຮີດດັ່ງກ່າວ, ປະຊາຊົນລາວບັນດາເຜົ່າພາຍໃຕ້ການນຳພາຂອງບັນພະບູລຸດຂອງຊາດລາວ ແລະ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວໃນເວລາຕໍ່ມາ ໄດ້ພາການຕໍ່ສູ້ກູ້ຊາດເພື່ອຍາດເອົາຄວາມເປັນເອກະລາດ ແຫ່ງຊາດ, ອິດສະລະພາບ ແລະ ປະຊາທິປະໄຕ ມາໃຫ້ແກ່ປະຊາຊົນລາວບັນດາເຜົ່າຢ່າງສຳເລັດຜົນດ້ວຍການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975 ຊຶ່ງມາເຖິງປະຈຸບັນເປັນເວລາ 38 ປີ ເມື່ອ ທຽບໃສ່ໄລຍະປະຫັວດສາດແມ່ນເປັນໄລຍະເວລາອັນສັ້ນໆແຕ່ກໍ່ເຕັມໄປດ້ວຍຄວາມໝາຍອັນເປັນປະຫວັດສາດເຮັດໃຫ້ ປະຊາຊົນລາວໄດ້ກາຍມາເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ປະຊາຊົນລາວບັນດາເຜົ່າໄດ້ດຳລົງຊີວິດໃນ ເງື່ອນໄຂສັນ ຕິພາບ, ອິດສະຫຼະພາບ ແລະ ຊົມໃຊ້ສິດຂອງຕົນຢ່າງເຕັມປ່ຽມ, ມີສິດເທົ່າທຽມກັນຕໍ່ໜ້າກົດໝາຍມີຄວາມຜາສຸກ ແລະ ຍູ ທ່າງທຳມາຫາກິນໃນຜືນແຜ່ນດິນຂອງຊາດຕົນ.              
       ນັບແຕ່ເວລານັ້ນເປັນ ຕົ້ນມາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຍຶດໝັ້ນແນວທາງການປົກຄອງລັດ ດ້ວຍກົດໝາຍໂດຍການປະກາດໃຊ້ລັດຖະທຳມະນູນແຫ່ງຊາດໃນປີ 1991 ແລະ ໄດ້ປະກາດໃຊ້ກົດໝາຍ ທີ່ກວມເອົາທຸກຂົງ ເຂດຫຼາຍກວ່າ 100 ສະບັບ ອັນໄດ້ເຮັດໃຫ້ສິດຂອງປະຊາຊົນລາວບັນດາເຜົ່າຖືກຮັບປະກັນດ້ວຍກົດໝາຍ ແລະ ມີຄວາມສະ ເໝີພາບຢ່າງເທົ່າທຽມກັນຕໍ່ໜ້າກົດໝາຍ.      
         ຕໍ່ສາກົນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ເຂົ້າເປັນພາຄີສົນທິສັນຍາສອງຝ່າຍ ແລະ ຫຼາຍຝ່າຍ ຫຼາຍຮ້ອຍສະບັບ ໂດຍສະເພາະສົນທິສັນຍາດ້ານສິດທິມະນຸດ ສປປ ລາວ ໄດ້ເຂົ້າເປັນພາຄີແລ້ວ 7 ສະບັບ ຂອງຈຳນວນ ທັງໝົດ 9 ສະບັບ ແລະ ກໍ່ໄດ້ປະຕິບັດພັນທະສາກົນຕໍ່ສົນທິສັນຍາດ້ານສິດທິມະນຸດທີ່ຕົນໄດ້ເປັນພາຄີຢ່າງຄົບຖ້ວນ.       
            ພາຍໃຕ້ການປົກຄອງລັດ ດ້ວຍກົດໝາຍ ແລະ ສິດສະເໝີ ພາບຢ່າງເທົ່າທຽມກັນຂອງປະ ຊາຊົນລາວບັນດາເຜົ່າ ຕໍ່ໜ້າກົດ ໝາຍໄດ້ເຮັດໃຫ້ລັດແຫ່ງ ສປປ ລາວ ມີຄວາມໝັ້ນຄົງທາງດ້ານການເມືອງຢ່າງໜັກແໜ້ນ, ປະຊາຊົນລາວບັນດາ ເຜົ່າມີຄວາມສາ ມັກຄີປອງດອງກັນ ແລະ ຕັ້ງໜາ ປະກອບສ່ວນສ້າງສາພັດທະນາປະເທດຊາດຂອງຕົນເພື່ອຫຼຸດພົ້ນອອກ ຈາກຄວາມທຸກຍາກໄດ້ຮັບ ຜົນສຳເລັດເປັນກ້າວໆມາເຖິງແມ່ນວ່າຕະຫລອດໄລຍະຂອງການສ້າງສາພັດທະນາປະເທດ ຊາດໄດ້ພົບຄວາມຫຍຸ້ງຍາກຫຼາຍປະການອັນເນື່ອງມາຈາກຜົນສະທ້ອນຈາກການຮຸກຮານຂອງຕ່າງປະເທດມາເປັນເວ ລາຍາວ ນານ ແລະ ຜົນສະທ້ອນຂອງ ສົງຄາມຢ່າງໜັກໜ່ວງທີ່ປະໄວ້ກໍ່ຕາມ.     
     ໃນໂອກາດວັນຄົບຮອບ 65 ປີ ຂອງວັນສິດທິມະນຸດສາກົນ, ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ໃນຖານະທີ່ເປັນສະມາຊິກຂອງອົງການສະຫະປະຊາຊາດຈະສືບຕໍ່ຍຶດໝັ້ນໃນການປົກຄອງລັດ ດ້ວຍກົດໝາຍທີ່ໄດ້ກ ຳນົດໃນລັດຖະທຳມະນູນ ແລະ ກົດໝາຍທີ່ຮັບປະກັນສິດທິຂັ້ນພື້ນຖານຂອງປະຊາຊົນລາວຖືກສືບຕໍ່ສົ່ງເສີມຄວາມສະເໝີ ພາບລະຫວ່າງຍິງ ແລະ ຊາຍ ແລະ ເຮັດໃຫ້ປະຊາຊົນລາວບັນດາເຜົ່າໄດ້ຊົມໃຊ້ສິດທິຂອງຕົນຢ່າງເຕັມສ່ວນໂດຍທົ່ວເຖິງ ແລະ ຈະຕໍ່ປະຕິບັດພັນທະຂອງຕົນທີ່ເກີດຈາກສົນທິສັນຍາທີ່ ສປປ ລາວ ໄດ້ເປັນພາຄີຢ່າງຄົບຖ້ວນ.

No comments:

Post a Comment